ໂດຍປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການຕ່າງໆຂອງ ສປປ ລາວ ລັດຖະບານລາວຕັດສິນໃຈຊື້ຮຸ້ນ ຕາມການສະເໜີຂາຍຂອງຝ່າຍຮຸ້ນຕ່າງປະເທດຂອງບໍລິສັດ ວິມເປວຄອມລາວ ຈຳກັດ (Beeline) ບີລາຍ 78% ໃນມູນຄ່າ 22 ລ້ານໂດລາສະຫະລັດ ຫຼື ປະມານ 228 ຕື້ກີບ ພາຍໃຕ້ເງື່ອນໄຂບໍລິສັດບໍ່ມີໜີ້ສິນ ອີກສອງສາມເດືອນຂ້າງໜ້າ ພາຍຫຼັງຊຳລະເງິນໝົດ ລັດຖະບານຈະເຂົ້າໄປບໍລິຫານ ເພື່ອພັດທະນາການບໍລິການດ້ານໂທລະຄົມມະນາຄົມ ໃຫ້ແກ່ປະຊາຊົນບັນດາເຜົ່າຢ່າງເຕັມຮູບແບບ.
ວັນທີ 27 ຕຸລາ 2017 ທີ່ໂຮງແຮມຄຣາວພາຊາ ໄດ້ມີພິທີລົງສັນຍາຊື້-ຂາຍຮຸ້ນ ລະຫວ່າງລັດຖະບານລາວ ກັບບໍລິສັດ ວິມເປວຄອມລາວ ຈຳກັດ ໂດຍທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າລັດຖະບານລາວ ກັບທ່ານ ລິຊາເຈມ ອຳນວຍການກຸ່ມການເງິນບໍລິສັດ ວິມເປວຄອມລາວ ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

No comments:
Post a Comment