ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລົງຢ້ຽມຢາມ ແລະເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ ແຂວງສາລະວັນ ໃນຕອນເຊົ້າວັນທີ 2 ພະຈິກ 2017, ໂດຍການຕ້ອນຮັບ ແລະນຳພາຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ມີ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກ ເຈົ້າເມືອງໆຕຸ້ມລານ ພ້ອມດ້ວຍຄະນະ ແລະພະນັກງານການນຳຫຼັກແຫຼ່ງ ແລະພະນັກງານລັດຖະກອນເຂົ້າຮ່ວມ.
ທ່ານ ຈັນສະໝອນ ພົມມະແສງ ເຈົ້າເມືອງໆຕຸ້ມລານ ກໍ່ໄດ້ຂຶ້ນຜ່ານບົດລາຍງານສະພາບການເຄື່ອນໄຫວຂອງເມືອງ: ໂດຍລວມທົ່ວເມືອງມີຄວາມສະຫງົບໂດຍພື້ນຖານ, ໄດ້ເອົາໃຈໃສ່ສຶກສາແນວຄິດການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ, ປັບປຸງຄຸນນະພາບຂອງສະມາຊິກພັກໃນແຕ່ລະຂັ້ນເປັນຕົ້ນ: ໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກແມ່ນໄດ້ລົງເລີກຮອດຮາກຖານ ບ້ານເຮັດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ໄດ້ຈັດຕັ້ງຮ່ຳຮຽນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະນິຕິກຳຕ່າງຂອງພັກຢ່າງຕໍ່ເນື່ອງ ແລະເລິກເຊີ່ງ. ທົ່ວເມືອງມີ 4 ຄະນະພັກຮາກຖານ, ມີ 59 ໜ່ວຍພັກ ແລະມີສະມາຊິກພັກທັງໝົດ 606 ສະຫາຍ, ຍິງ 71 ສະຫາຍ, ມີໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານທັງໝົດ 37 ໜ່ວຍ.
ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍລາຍຮັບ 5.596.000 ກີບ ຫຼື ເທົ່າກັບ 686 ໂດລາສະຫະລັດຕໍ່ຄົນຕໍ່ປີ. ມາຮອດ 9 ເດືອນສາມາດເກັບລາຍຮັບໄດ້ 1.6 ຕື້ກວ່າກີບ ເທົ່າກັບ 71% ແລະໄດ້ເອົາໃຈໃສ່ຕໍ່ການປຸກລະດົມຂົນຂວາຍບັນດາແຫຼ່ງທຶນຕ່າງໆຈາກພາຍໃນ ແລະຕ່າງປະເທດ ເພື່ອສ້າງທຸກເງື່ອນໄຂອຳນວຍຄວາມສະດວກ. ໄດ້ຊຸກຍູ້ຂະບວນການຜະລິດຂອງປະຊາຊົນມີທ່າອ່ຽງດີຂຶ້ນເລື້ອຍໆ ສາມາດຮັບປະກັນສະບຽງອາຫານ ແລະກາຍເປັນສິນຄ້າຈຳນວນໜຶ່ງເປັນຕົ້ນ: ການຜະລິດເຂົ້ານາປີໃນເນື້ອທີ່ 5.670 ເຮັກຕາ, ສະມັດຕະພາບ 2.32 ໂຕນຕໍ່ເຮັກຕາ ຜົນຜະລິດໄດ້ 13 ພັນກວ່າໂຕນ ແລະໄດ້ສົ່ງເສີມການປູກພຶດລະດູແລ້ງ ແລະລ້ຽງສັດ ເລີ່ມເປັນຂະບວນກວ້າງຂວາງ. ຄຽງຄູ່ກັນນັ້ນປະຊາຊົນໄດ້ເຂົ້າເຖີງການບໍລິການດ້ານສາທາລະນະສຸກໃຫ້ກວ້າງຂວາງຂຶ້ນຕື່ມ: ທົ່ວເມືອງ ມີໂຮງໝໍ 1 ແຫ່ງ ແລະສຸກສາລາປະຈຳໝູ່ບ້ານ 6 ແຫ່ງ, ສາມາດແກ້ໄຂບັນຫາການເກີດລູກຕາມທຳມະຊາດ ແລະມີແພດໝໍຕຳແຍທີ່ ໄດ້ຮັບການຝຶກອົບຮົມ ແລະເປັນດູແລແມ່ ແລະເດັກ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະເດັກ ຫຼຸດລົງເທື່ອລະກ້າວ. ສໍຳລັບຂົງເຂດການສຶກສາແມ່ນໄດ້ຮັບການຍົກລະດັບດີຂຶ້ນເລື້ອຍໆເຊັ່ນ: ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸເພີ່ມຂຶ້ນ.
ສະຫາຍ ຈັນສີ ໂພສີຄຳ ກໍ່ໄດ້ໂອ້ລົມ ແລະຊີ້ທິດເຍື້ອງທາງໃຫ້ກັບອົງການປົກຄອງເມືອງຕຸ້ມລານ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາທີ່ສຳຄັນ: ສືບຕໍ່ກວດກາຄືນວຽກງານປັບປຸງປົວແປງພັກໃຫ້ເລີກເຊີ່ງ, ຕີລາຄາຄືນການຕຳນິສົ່ງຂ່າວ, ການແກ້ໄຂຂໍ້ຄົງຄ້າງການນຳພາ ເພື່ອໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະປະກົດຜົນເປັນຈິງ.
ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ໜັກແໜ້ນ, ເຂັ້ມແຂງ ແລະລົງເລີກທົ່ວເຖີງພະນັກງານ, ສະມາຊິກພັກ ແລະພໍ່ແມ່ປະຊາຊົນ ໃຫ້ມີນ້ຳໃຈສາມັກຄີປອງດອງ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ແລະເຮັດຫຼອນໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ. 2, ຕ້ອງສຸມໃສ່ສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະດີຂຶ້ນກວ່າເກົ່າ, ຕ້ອງຄົ້ນຄວ້າບັນດາທ່າແຮງໂຄງປະກອບການພັດທະນາເສດຖະກິດ-ສັງຄົມຂອງເມືອງຢ່າງລະອຽດຄື: ຂົງເຂດກະສິກຳ, ອຸດສາຫະກຳ, ຫັດຖະກຳ, ການຄ້າ, ການບໍລິການ ແລະອື່ນໆທີ່ຈະເປັນທ່າແຮງຜັກດັນເສດຖະກິດຂອງເມືອງນັບມື້ນັບດີຂຶ້ນ. 3, ສຸມໃສ່ກໍ່ສ້າງຄົນໃຫ້ມີລະດັບ, ມີຄວາມຮູ້, ຄວາມສາມາດ, ມີວິໄສທັດ ແລະຈິນຕະນາການ, ສົ່ງເສີມໃນການສ້າງວຽກເຮັດງານທຳເປັນຕົ້ນ: ການສຶກສາວິຊາຊີບໃນດ້ານກະສິກຳການປູກຝັງ, ຫັດຖະກຳ ສ້າງວິຊາຊີບໃຫ້ຕົນເອງ, ຄອບຄົວ ແລະສັງຄົມ ໃຫ້ນັບມື້ນັບກວ້າງຂວາງ ແລະເອົາການພັດທະນາຄົນເປັນໃຈກາງໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເພື່ອສ້າງຄົນກາຍເປັນກຸນແຈສຳຄັນໃນການພັດທະນາປະເທດຊາດເວົ້າສະເພາະກໍ່ຄືພາຍໃນເມືອງຕຸ້ມລານໃຫ້ກ້າວໜ້າ.
ຂ່າວ: ພອນສະໄໝ ໄຊຍະເສນ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...

-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...
No comments:
Post a Comment