ສວນອາຫານ, ກິລາ ແລະຣີສອດ ຫ້ວຍຂຸມຄຳ ເຕັມໄປດ້ວຍປ່າໄມ້, ຕົ້ນໄມ້ທຳມະຊາດ ແລະຕົ້ນໄມ້ປູກປະດັບ, ຕົ້ນໄມ້ກິນໝາກ, ແລະສິ່ງປະດິດສະຖານທີ່ເປັນທຳມະຊາດຈາກປ່າທົ່່ງກວ້າງນັບເປັນ 50 ເຮັກຕາທີ່ເຈົ້າຂອງສ່ວນ ທຸ້ມເມັດເງິນນັບ 80 ກວ່າຕື້ກີບ ເນລະມິດເປັນແຫຼ່ງທ່ອງທ່ຽວບ່ອນພັກຜ່ອນຢ່ອນອາລົມ ແລະມ່ວນຊື່ນກັບຫຼາກຫຼາຍກິດຈະກຳ, ພ້ອມປະກອບມີອາຫານບ້ານນາ, ອາຫານຕາມສັ່ງຫຼາກຫຼາຍເມນູ, ມີທີ່ພັກສະອາດ ພ້ອມຕອບສະໜອງຄວາມມ່ວນຊື່ນ, ສະໜຸກສະໜານທີ່ທ່ານສຳພັດເຫັນຄວາມແຕກຕ່າງ, ສະຖານທີ່ກວ້າງແບບ ທ່ານບໍ່ເຄີຍເຫັນໃສມາກ່ອນ; ປະຈຸບັນສ້າງສຳເລັດແລ້ວ 90% ຈະເປີດບໍລິການອີກຕົ້ນປີ 2018 ນີ້ຕອ້ນຮັບປີທ່ອງທ່ຽວລາວ.
– ທ່ານ ແສງແກ້ວ ປ່ອນສະຫວັນ ເຈົ້າຂອງກິດຈະການໃຫ້ສຳພາດທີມຂ່າວເສດຖະກິດ-ສັງຄົມວ່າ: ມາທ້າຍປີນີ້ໄດ້ບຸກບືນສ້າງສວນອາຫານ, ກີລາ ແລະຣີສອດຫ້ວຍຂຸມຄຳມາເຖິງປະຈຸບັນສຳເລັດໄດ້ເຖິງ 90 ກວ່າເປີເຊັນເຊິ່ງສຸ່ມໃສ່ການຕົບແຕ່ງ, ການຂຶ້ນປ້າຍໜ້າຮ້ານ ແລະທຸ່ມໃສ່ການໂຄສະນາເປັນສ່ວນໃຫຍ່ ພ້ອມສັນຫາບຸກຄະລາກອນດ້ານຜູ້ຈັດການ, ແມ່ຄົວພະນັກງານເສີບ, ພະນັກງານເບິ່ງ ແຍງສວນ ແລະພະນັກງານເບິ່ງແຍງອື່ນໆ ຄົບຖ້ວນແລ້ວ ແລະໄດ້ເປີດບໍລິການແບບຍ່ອຍໆໄປນຳມາໄດ້ 3-4 ປີມານີ້ແລ້ວ ເຫັນວ່າກະແສຕອບຮັບດີ. ສະນັ້ນ ກາງເດືອນມັງກອນ ຫຼື ເດືອນກຸມ ປີ 2018 ນີ້ຈະຈັດເປີດເປັນທາງການເຕັມຮູບແບບແນ່ນອນເພື່ອຮອງຮັບປີທ່ອງທ່ຽວລາວ2018.
– ທ່ານ ແສງແກ້ວ ປ່ອນສະຫວັນ ບອກອີີກວ່າ: ພາຍຫຼັງສຳເລັດເປີດເປັນທາງການແລ້ວຈະມີກິດຈະກີລາຫຼາກຫຼາຍເຊັ່ນ: ກີລາເຕະບານ, ເປຕັ່ງ, ສະນຸກເກີ, ສັງວຽນຕີໄກ່, ສັງວຽນງົວຊົນ,ສະໜາມແຂ່ງມ້າ, ສະລອຍນ້ຳ, ແຂ່ງເຮືອ, ໜອງຕຶກເບັດ(ໜອງປາກວ້າງເປັນໄຣ່, ມີປາຫຼາກຫຼາຍຊະນິດ)ຊີງຂັນລາງວັນປະຈຳເດືອນ, ລວມມີຫ້ອງພັກສະອາດ,ເປັນສ່ວນຕົວ (67 ຫ້ອງເປີດບໍລິການຈຳນວນໜຶ່ງແລ້ວ), ຫ້ອງຄາລະໂອເກະທີ່ເປັນເຄື່ອງສຽງຄຸນນະພາບ; ມີທັງຫ້ອງລວມ ແລະຫ້ອງສ່ວນຕົວ, ມີຕູບພັກຜ່ອນກິນອາຫານຊົມວີວ(ສ້າງສໍາເລັດພ້ອມບໍລິການແລ້ວເບິ່ງຕາມພາບ) ພ້ອມນັ້ນຖ້າສຳເລັດຈະສາມາດຮອງຮັບການຈັດງານລ້ຽງ, ງານສ້າງສັນ, ງານປະຊຸມຕອບສະໜອງໃຫ້ທຸກອົງກອນ ແລະບໍລິສັດຕ່າງໆໄດ້ຫຼາຍຮ້ອຍຄົນ.
– ນອກຈາກມີການບໍລິການຫຼາກຫຼາຍທຸກຊັ້ນຄົນແລ້ວສວນອາຫານ, ຣີສອດແຫ່ງ ນີ້ຍັງສາມາດຊ່ວຍປະຊາຊົນຄົນໃກ້ຄຽງມີອາຊີບການງານ, ມີລາຍໄດ້ໄລຍະຍາວ ນັບຫຼາຍສິບຄົນນຳອີກ ພ້ອມເປັນທຸລະກິດ ທີ່ສັງຄົມມີສ່ວນຮ່ວມ, ເປັນທຸລະກິດທີ່ອະນຸລັກສະພາບແວດລ້ອມທັງສັດລ້ຽງ ແລະຕົ້ນໄມ້ທຳມະຊາດໄປນຳ.
– ທ່ານເນັ້ນຢໍ້າວ່າ: ສວນອາຫານ ແລະຣີສອດຂອງເຮົາເນັ້ນເປັນແຫຼ່ງທ່ອງທ່ຽວ, ແຫຼ່່ງພັກຜ່ອນມ່ວນຊື່ນ, ບ່ອນເຕົ້າຮວມ ຄວາມສະມັກຄີໂດຍສະເພາະຜູ້ທີ່ມັກຮັກດ້ານກິລາຕ່າງໆ, ລວມເຖິງອາຫານການກິນຫຼາກຫຼາຍໂດຍສ່ວນນີ້ເຮົາຈະບໍລິການອາຫານສົດແບບໃໝ່ທຸກມື້, ມີທັງອາຫານລ້ຽງເອງແບບທຳມະຊາດເປັນສ່ວນໃຫຍ່(ເຊັ່ນໄກ່, ໝູລ້ຽງ, ໜໍ່ໄມ້, ປາຫຼາກຫຼາຍ ຊະນິດ ແລະພືດຜັກອື່ນໆຕາມລະດູການ) ພ້ອມນັ້ນສະຖານທີ່ບໍ່ໄກຈາກຕົວເມືອງພໍປານໃດໃຊ້ເວລາພຽງ 15-20 ນາທີກໍ່ ຮອດ(ນັບຈາກພະທາດຫຼວງພຽງ 2-3 ຫຼັກກິໂລແມັດເທົ່ານັ້ນ).
– ເຈົ້າຂອງກິດຈະການເລົ່າວ່າ: ສາເຫດທີ່ຕັ້ງຊື່ເປັນສວນອາຫານ, ກີລາ-ຣີສອດ “ຫ້ວຍຂຸມຄໍາ” ແມ່ນຍ້ອນວ່າ ເມື່ອກ່ອນເຂດນີ້ຈະເປັນດົງຫ້ວຍຂຸມຄໍາ (ເປັນຫ້ວຍຊ່ອນຄຳຂອງຄົນສະໄໝກ່ອນ)ຕາມປະຫວັດບອກເລົ່າມາ ແລະຈາກແນວຄິດລິ ເລີ່ມສ້າງສ່ວນອາຫານ ແລະຣີສອດແຫ່ງ ນີ້ເພາະວ່າຕົນມີເນື້ອທີ່ດິນແລ້ວກໍ່ຢາກຈະຫັນທີ່ດິນເປັນເສດຖະກິດຄອບຄົວ ຫຼື ບ່ອນພັກຜ່ອນຕາມອາຍຸກະສຽນ ຫຼື ເປັນແຫຼ່ງ ພັກຜ່ອນຢ່ອນອາລົມວັນພັກວັນຜ່ອນທັງ ຄອບຄົວ,ໝູ່ຄູ່ຄົນຮູ້ຈັກຮັກແພງ ແລະສ່ວນລວມ ພ້ອມນັ້ນເຫັນໂອກາດແຫ່ງນີ້ເໝາະແກ່ເສດຖະກິດກຳລັງພັດທະນາໂດຍເປັນເຂດອຸດສາຫະກຳໃໝ່ມີຫຼາຍໂຄງການ ເກີດຂຶ້ນມາເຊັ່ນໂຮງຈັກໂຮງງານ, ໂຄງການອຸດສາຫະກຳຈາກຕ່າງປະເທດ ແລະໂຄງການຕ່າງໆຂອງພັກ-ລັດກຳລັງຫຍັບ ຍ້າຍເຂົ້າໃນທີ່ໃກ້ຄຽງນີ້ ຈຶ່ງຕັດສິນໃຈ ພັດທະນາແຫຼ່ງທ່ອງທ່ຽວໄປທີລະຂັ້ນຕອນດ້ວຍທຶນຮອນຕົນເອງ, ເຮັດຕາມຄວາມອາດສາມາດທີ່ມີ ສະນັ້ນບັນດາລູກຄ້າ ຫຼື ໃຜຢາກມາຢ້ຽມຊົມພັກພ່ອນ, ຢ່ອນອາລົມ, ກິນອາຫານບ້ານນາ…ເຮົາກໍ່ພ້ອມຍິນດີຕ້ອນຮັບ.
– ແນວໃດກໍ່ດີລູກຄ້າທ່ານໃດສົນຢາກ ມາເຫັນ, ມາສຳຜັດຊົມວິວ ແລະພັກຜ່ອນກິນອາຫານບ້ານນາ, ຮ້ອງ ຫຼື ຟັງເພງມ່ວນຊື່ນ ຫຼື ເຮັດກິດກະກຳອື່ນໆຫຼາກຫຼາຍ…ສາມາດເຂົ້າຢ້ຽມຊົມສອບຖາມໄດ້ທີ່ບ້ານດຸງ ເມືອງໄຊເສດຖາ(ທາງໄຟ ແດງນາຄວາຍໄປເຂດນິຄົມອຸດສາຫະກຳນະຄອນຫຼວງ ແລະເຂດນິຄົມ ອຸດສາຫະກຳ ໄຊເສດຖາ ເຂົ້າໄປ 100 ກວ່າເມັດ ຈະເຫັນປ້າຍ ສວນອາຫານ-ກີລາ-ຣີສອດ ຫ້ວຍຂຸມຄຳ), ເມືອງໄຊທານີ, ນະຄອນຫຼວງວຽງຈັນເປີດບໍລິການທຸກມື້.
ພາບ-ຂ່າວ: ເສດຖະກິດ-ສັງຄົມ

No comments:
Post a Comment