ທ່ານ ນົງສະຫວັນ ທໍາມະວົງ ຮອງປະທານສະພາບໍລິຫານເຂດເສດຖະກິດສະເພາະທ່າແຂກ
ໄດ້ລາຍງານຫຍໍ້ກ່ຽວກັບການລົງທຶນ ແລະ ການພັດທະນາໂຄງການໃນໄລຍະຜ່ານມາຂອງບໍລິສັດ ໂຈ້
ບຸນມີ ກຣຸບ ຂົນສົ່ງສິນຄ້າ ສາກົນ ໄອດີຊີ ຈຳກັດຜູ້ດຽວ ວ່າ:ໂຄງການພັດທະນາເຂດເສດ
ຖະກິດສະເພາະທ່າແຂກ ແຂວງຄໍາມ່ວນແມ່ນໜຶ່ງໃນບັນດາໂຄງການບຸລິມະສິດຂອງແຂວງຄໍາມ່ວນ ກໍ່ຄືຂອງລັດຖະບານທີ່ມີເປົ້າໝາຍເລັ່ງໃສ່ການພັດທະນາທີ່ດິນໃນຂອບເຂດສົ້ນຂົວມິດຕະ
ພາບ ລາວ-ໄທ 03 ເຊິ່ງກວມ ເອົາເນື້ອທີ່ທັງໝົດປະມານ 1.035 ເຮັກຕາ ເພື່ອໃຫ້ກາຍ ເປັນເຂດເສດຖະກິດສະເພາະທ່າແຂກຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍການສົ່ງ
ເສີມການລົງທຶນ ( ສະບັບປັບປຸງ ).
ເຂດເສດຖະກິດສະເພາະທ່າແຂກເປັນເຂດທີ 10 ທີ່ນອນຢູ່ໃນ 12 ເຂດທີ່ລັດຖະບານໄດ້ຮັບຮອງ ແລະ ອະນຸຍາດເປັນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໃນຂອບເຂດທົ່ວປະເທດ . ໃນນັ້ນບໍລິສັດ ໂຈ້ ບຸນມີ ກຣຸບ ຂົນສົ່ງສິນຄ້າ
ສາກົນ (ໄອຊີດີ) ຈໍາກັດຜູ້ດຽວກໍ່ເປັນໜຶ່ງໃນບັນດາ 22 ບໍລິສັດທີ່ມີຈຸດປະສົງເຂົ້າມາລົງທຶນໃນເຂດດັ່ງກ່າວເພື່ອສໍາປະທານລົງທຶນພັດທະນາສ້າງເປັນສະຖານີຂົນສົ່ງສິນຄ້າສາກົນເຊິ່ງເລີ້ມຕົ້ນກໍ່ສ້າງມາແຕ່ຕົ້ນປີ
2015.
ຖະກິດສະເພາະທ່າແຂກ ແຂວງຄໍາມ່ວນແມ່ນໜຶ່ງໃນບັນດາໂຄງການບຸລິມະສິດຂອງແຂວງຄໍາມ່ວນ ກໍ່ຄືຂອງລັດຖະບານທີ່ມີເປົ້າໝາຍເລັ່ງໃສ່ການພັດທະນາທີ່ດິນໃນຂອບເຂດສົ້ນຂົວມິດຕະ
ພາບ ລາວ-ໄທ 03 ເຊິ່ງກວມ ເອົາເນື້ອທີ່ທັງໝົດປະມານ 1.035 ເຮັກຕາ ເພື່ອໃຫ້ກາຍ ເປັນເຂດເສດຖະກິດສະເພາະທ່າແຂກຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າດ້ວຍການສົ່ງ
ເສີມການລົງທຶນ ( ສະບັບປັບປຸງ ).
ເຂດເສດຖະກິດສະເພາະທ່າແຂກເປັນເຂດທີ 10 ທີ່ນອນຢູ່ໃນ 12 ເຂດທີ່ລັດຖະບານໄດ້ຮັບຮອງ ແລະ ອະນຸຍາດເປັນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໃນຂອບເຂດທົ່ວປະເທດ .
ບໍລິສັດດັ່ງກ່າວໄດ້ມີແຜນການລົງທຶນໃນໄລຍະຕົ້ນ
( ໄລຍະທີ 1 ) ມີມູນຄ່າ 25 ລ້ານໂດລາສະຫະລັດ ມີເນື້ອທີ່ດິນສໍາປະທານ 14 ເຮັກຕາ ໂດຍໄດ້ເລັ່ງໃສ່ວຽກກໍ່ສ້າງພື້ນໂຄງລ່າງ
. ໃນຕົ້ນປີ 2017ທາງບໍລິສັດດັ່ງກ່າວໄດ້ສະເໜີຂໍເພີ່ມທຶນຕື່ມອີກເປັນໄລຍະສອງຈໍານວນ 75 ລ້ານໂດລາ
ສະຫະລັດລວມເປັນເງິນລົງທຶນທັງໝົດແມ່ນ 100 ລ້ານໂດລາສະຫະລັດ
ພ້ອມທັງຂໍເພີ່ມເນື້ອທີ່ຕື່ມອີກ 31 ເຮັກຕາ ລວມເປັນເນື້ອທີ່ທັງໝົດ 45 ເຮັກຕາ , ມີອາຍຸການສໍາປະທານທັງໝົດ
72 ປີແລະສາມາດຕໍ່ໄດ້ອີກ
15 ປີ. ເຂົ້າຮ່ວມເປີດພິທີ
ມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ , ທ່ານ ອາລຸນ ແກ້ວກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ , ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ
ແລະ ຂົນສົ່ງ , ທ່ານ ນາງ ບຸນມີ ບັງອອນແສງເດດ ປະທານບໍລິສັດ ໂຈ້ ບຸນມີ ກຣຸບ ຂົນສົ່ງສິນຄ້າ ສາກົນ
ໄອຊີດີ ຈໍາກັດຜູ້ດຽວ , ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າພະແນກແຜນການແລະການລົງທຶນແຂວງທັງເປັນປະທານສະພາບໍລິຫານເຂດເສດຖະກິດສະເພາະທ່າແຂກຕະຫຼອດເຖິງແຂກຖືກເຊີນ ແລະ
ພາກ
ສ່ວນກ່ຽວຂ້ອງເຂົ້າຮ່ວມ .-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




No comments:
Post a Comment