ນະຄອນຫຼວງວຽງຈັນໄດ້ລົດເມເປັນຂອງຂວັນ ຈາກນະຄອນກຽວໂຕປະເທດຍີ່ປຸ່ນຈຳນວນ 34 ຄັນ ເພື່ອນຳໃຊ້ເຂົ້າໃນການແກ້ໄຂບັນຫາການສັນຈອນໃນນະຄອນຫຼວງວຽງຈັນ ໃນຂະນະທີ່ຝ່າຍນະຄອນຫຼວງວຽງຈັນ ສປປ ລາວ ເຄີຍໄດ້ມອບຊ້າງຈຳນວນ 4 ໂຕໃຫ້ແກ່ສວນສັດ ນະຄອນກຽວໂຕ ເພື່ອເປັນຂອງຂວັນເມື່ອປີ 2014.
ລົດຈຳນວນດັ່ງກ່າວນັ້ນໄດ້ຖືກນຳໃຊ້ຢ່າງຖະໜຸຖະໜອມໃນນະຄອນກຽວໂຕເປັນເວລາ 18-20 ປີແລ້ວ ແລະໄດ້ຖືກນຳສົ່ງເຖິງວຽງຈັນ ວ່າງເດືອນມິຖຸນາ 2017. ປັດຈຸບັນລັດວິສາຫະກິດລົດເມນະຄອນຫຼວງວຽງຈັນໄດ້ມີການປັບປຸງແລະລົດລອງການແລ່ນລົດເບື້ອງຕົ້ນແລ້ວຕາມເສັ້ນທາງ ສູນການຄ້າໄອເຕັກ-ສູນການຄ້າຕະຫຼາດເຊົ້າມໍ, ສູນການຄ້າຕະຫຼາດເຊົ້າມໍ-ສູນການຄ້າໄອເຕັກ ເຊິ່ງທຸກໆ ຊົ່ວໂມງຈະມີລົດອອກ 1 ຄັນ ແລະມີຈຸດຈອດຮັບຜູ້ໂດຍສານຢູ່ 13 ຈຸດຕໍ່ຖ້ຽວ ໃຊ້ເວລາເດິນທາງ 30 ນາທີ (ຈາກໄອເຕັກ-ຕະຫຼາດເຊົ້າ ຫຼື ຈາກຕະຫຼາດເຊົ້າ-ໄອເຕັກ) ລາຄາປີ້ຂີ່ລົດ 4,000 ກີບ/ຖ້ຽວ. ຂ່າວໃຫ້ຮູ້ອີກວ່າ ຖ້າມີຄົນໃຊ້ບໍລິການຫຼາຍຂຶ້ນ ກໍຈະໄດ້ເພິ່ມຄວາມຖີ່ຂອງຖ້ຽວລົດຕື່ມ ແລະຈະຂະຫຍາຍເສັ້ນທາງໄປທົ່ວນະຄອນຫຼວງ ພາຍໃນບໍ່ດົນນີ້.
ແນວໃດກໍຕາມ, ໃນໄລຍະເບື້ອງຕົ້ນຍັງມີຜູ້ໂດຍສານຊົມໃຊ້ໜ້ອຍ ຫຼື ບາງຖ້ຽວບໍ່ມີຜູ້ໂດຍສານເລີຍກໍມີ ເຊິ່ງຈະຕ້ອງໄດ້ມີການປັບປຸງຈຸດລໍຖ້າລົດຫຼືຈຸດຈອດຮັບຄົນໂດຍສານຕື່ມເພື່ອໃຫ້ມີບ່ອນຮົ່ມສາມາດຢືນຫຼືນັ່ງຖ້າໄດ້, ປ້າຍຈຸດຖ້າລົດເມກໍຄວນຈະໃຫ້ມີຂະໜາດໃຫຍ່ຂຶ້ນມີຄວາມໂດດເດັ່ນເຫັນໄດ້ງ່າຍຂຶ້ນ, ການໂຄສະນາໃຫ້ປະຊາຊົນຮັບຮູ້ກໍເປັນເລື່ອງທີ່ຈຳເປັນ ແລະຄວນຈະໄດ້ຮັບການສົ່ງເສີມຈາກພາກລັດຕື່ມອີກ ເພື່ອໃຫ້ພະນັກງານລັດຖະກອນຫັນມາຊົມໃຊ້ລົດເມປະຈຳທາງນີ້ຫຼາຍຂຶ້ນ, ຖ້າເປັນໄປໄດ້ພາກລັດອາດຈະແບ່ງເງິນຄ່ານໍ້າມັນລົດມາເປັນການແຈກປີ້ລົດເມໃຫ້ແທນ ກໍຈະເພິ່ມຜູ້ໂດຍສານໄດ້, ປະຢັດງົບປະມານລັດລົງ ແລະສາມາດແກ້ໄຂບັນຫາຈະລາຈອນ ພ້ອມທັງນຳສັງຄົມເຂົ້າສູ່ການເດິນທາງທີ່ເປັນໂມງເປັນເວລາແລະມີລະບຽບຫຼາຍຂຶ້ນໄດ້.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...







No comments:
Post a Comment