ສຳນັກຂ່າວສານປະເທດລາວລາຍງານວ່າ:
ບໍລິສັດ ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ຄາດວ່າພາຍໃນ 10 ປີ ໂຄງການດຽວທຽມລາວ ຈະສາມາດກູ້ທຶນຄືນ, ພາຍຫຼັງທີ່ລາວປ່ອຍດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນໃນເດືອນ
ພະຈິກ 2015 ດ້ວຍມູນຄ່າການລົງທຶນ 258 ລ້ານໂດລາສະຫະລັດ, ໂດຍມີອາຍຸການໃຊ້ງານທັງໝົດ 15 ປີ, ຂະນະທີ່ມາຮອດປັດຈຸບັນມີບໍລິສັດທັງພາຍໃນ ແລະ
ຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາເຊົ່າປ່ອງຮັບສົ່ງຜ່ານສັນຍານຈຳນວນຫຼາຍ.
ທ່ານ
ດິງ ຢົງປິງ (Ding Yongbing) ຜູ້ອຳນວຍການບໍລິສັດ
ດາວທຽມລາວ ເອເຊຍ ປາຊີຟິກ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 20 ພະຈິກ 2017 ທີ່ຜ່ານມາວ່າ: ປັດຈຸບັນມີບໍລິສັດພາຍໃນ 5 ບໍລິສັດໄດ້ເຊົ່າສັນຍານຈາກດາວທຽມລາວ ແລະ
ບໍລິສັດຕ່າງປະເທດຈຳນວນໜຶ່ງ ໃນນັ້ນມີຮົງກົງ (ສປ.ຈີນ), ປະເທດຈີນຕອນໃຕ້ ແລະ ອິນໂດເນເຊຍ
ເຊິ່ງກວມອັດຕາສ່ວນຫຼາຍກວ່າໝູ່ ໄດ້ເຊົ່າໄປແລ້ວ 5 ຕຼານສະປອນເດີ (ປ່ອງຮັບສົ່ງຜ່ານສັນຍານ) ແລະ ຍັງຈະເຊົ່າອີກ 3 ຕຣານສະປອນເດີ ໃນອະນາຄົດອັນໃກ້ນີ້
ໂດຍທີ່ບໍລິສັດດາວທຽມລາວ ໄດ້ກຳນົດຕຼຮານສະປອນເດີໄວ້ 17 ປ່ອງ ໄວ້ສຳລັບລູກຄ້າຕ່າງປະເທດ ຈາກທັງໝົດທີ່ມີ 22 ປ່ອງ.
ທ່ານ
ຍັງກ່າວຕື່ມວ່າ: ເຖິງຢ່າງໃດກໍ່ຕາມທາງບໍລິສັດ ມີແຜນຈະປຶກສາຫາລືກັບໜ່ວຍງານທີ່ກ່ຽວຂ້ອງຂອງລັດຖະບານ
ເພື່ອສ້າງນິຕິກຳມາຄຸ້ມຄອງທຸລະກິດທີ່ກ່ຽວຂ້ອງ
ເພື່ອເຮັດໃຫ້ມີບັນຍາກາດການແຂ່ງຂັນທາງດ້ານການບໍລິການກ່ຽວກັບສັນຍານດາວທຽມທີ່ຍຸດຕິທຳ
ແລະ ຖືກຕ້ອງຕາມກົດໝາຍຂອງ ສປປ.ລາວ ໃຫ້ເຂົ້າລະບົບລະບຽບ
ເພື່ອຈະມີພື້ນຖານໃນການແຂ່ງຂັນທີ່ມີມາດຕະຖານດຽວກັນ.
ໃນນັ້ນທາງບໍລິສັດຈະເລັ່ງແກ້ໄຂດ້ານຄຸນນະພາບ ການໃຫ້ບໍລິການທາງຊ່ອງໂທລະພາບ
ໂດຍຈະຍົກສູງທາງດ້ານເນື້ອໃນ ເພີ່ມເນື້ອໃນໃຫ້ສາມາດດຶງດູດລູກຄ້າແຕ່ລະປະເພດ
ໄດ້ຊົມໃຊ້ທີ່ສະດວກສະບາຍ ປັດຈຸບັນມີ 130 ຊ່ອງໂທລະພາບໃຫ້ບໍລິການ.
ໂຄງການດັ່ງກ່າວເປັນການຮ່ວມທຶນລະຫວ່າງລັດຖະບານລາວ
45%, ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງຂີນ 35%, ບໍລິສັດ Space Star Technology (SSTC) ຂອງຈີນ 15% ແລະ ບໍລິສັດ Asia Pacific Satellite Technology (APST) (ຮົງກົງ) 5% ເຊິ່ງການເຊັນສັນຍາຮ່ວມທຶນດັ່ງກ່າວ
ແມ່ນເພື່ອຄວາມສະດວກໃຫ້ບໍລິສັດຮ່ວມທຶນມີຄວາມສະດວກໃນວຽກບໍລິການ
ການສື່ສານຜ່ານດາວທຽມປະເພດຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດເຊັ່ນ: ການສື່ສານສຳລັບວຽກງານຂອງລັດ
ການໃຫ້ເຊົ່າຊ່ອງດາວທຽມ, ການບໍລິການໂທລະພາບຜ່ານດາວທຽມ, ການສື່ສານສຳລັບເຂດຊົນນະບົດ ແລະ ຫ່າງໄກສອກຫຼີ, ການສຶກສາ ແລະ ການແພດທາງໄກ, ລະບົບໂທລະຄົມມະນາຄົມ ແລະ
ອິນເຕີເນັດການສື່ສານໃນວຽກງານບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ.



No comments:
Post a Comment