ໃນວັນທີ 23 ຕຸລາ 2017ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງວ່າ: ສຳລັບການຄຸ້ມຄອງທີ່ດິນ, ການນຳໃຊ້ທີ່ດິນທີ່ເປັນຊັບສົມບັດແຫ່ງຊາດຂອງພວກເຮົາ ໃນໄລຍະທີ່ຜ່ານມາ ມີຫຼາຍອັນທີ່ສັບສົນ ແລະ ຜິດພາດ. ຄວາມຈິງແລ້ວ ພວກເຮົາມີກົດໝາຍ ມີນິຕິກຳລຸ່ມກົດໝາຍ ແລະ ມີນະໂຍບບາຍຈະແຈ້ງ ແຕ່ການປະຕິບັດກົດໝາຍ ນິຕິກຳ ກ່ຽວກັບບັນຫາທີ່ດິນມີຊ່ອງວ່າງຫຼາຍເຮັດໃຫ້ມີການສວຍໃຊ້ໂອກາດ ເອົາລະບຽບການຕ່າງໆມາປັບປ່ຽນແອບແຝງໃຫ້ເປັນຜົນປະໂຫຍດແກ່ບຸກຄົນ ຫຼື ກຸ່ມຄົນ ທຸລະກິດຈຳນວນໜຶ່ງ ໄດ້ຮັບຜົນປະໂຫຍດ ແຕ່ວ່າລັດ ແລະ ປະຊາຊົນ ຈຳນວນໜຶ່ງບໍ່ໄດ້ຮັບຜົນປະໂຫຍດ ຕໍ່ການປະຕິບັດດັ່ງກ່າວ.
ດັ່ງນັ້ນ, ລັດຖະບານຈະໄດ້ນຳເອົາມະຕິກ່ຽວກັບທີ່ດິນ ມາຜັນຂະຫຍາຍໃຫ້ເປັນອັນລະອຽດ ເພື່ອຄຸ້ມຄອງທີ່ດິນໃຫ້ໄປຕາມກົດໝາຍຢ່າງເຂັ້ມງວດ ແລະ ບໍ່ໃຫ້ສວຍໃຊ້ທີ່ວ່າຫັນທີ່ດິນເປັນທຶນ ຫັນຊັບພະຍາກອນໃຫ້ເປັນທຶນ ໄປໃນທາງທີ່ຜິດ ແລະ ເປັນການສວຍໂອກາດ ເຮັດໃຫ້ທີ່ດິນທີ່ເປັນຊັບສົມບັດຂອງຊາດ ເປັນວົງຄະນາຍາດແຫ່ງຊາດ ໄດ້ການນຳໃຊ້ຢ່າງສົມເຫດສົມຜົນ ແລະ ມີປະສິດທິຜົນສູງ ນຳຄຸນຄ່າມາສູ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.
ພ້ອມນີ້ກໍ່ຕ້ອງສ້າງກົນໄກໃຫ້ຮັດກຸມເພື່ອພັດທະນາທຸກການຊື້-ຂາຍດິນ, ການຊຳປະທານ, ການຈັບຈອງ ຕະຫຼອດເຖິງການທຳລາຍຄຸນນະພາບຄວາມອຸດົມສົມບູນຂອງດິນ, ປ່າໄມ້, ແຫຼ່ງນ້ຳ ເຮັດສາມາດແກ້ໄຂໄປເທື່ອລະກ້າວ. ສະນັ້ນ, ໃນໄວ້ໆ ລັດຖະບານຈະອອກຂໍ້ກົດນົດການນຳໃຊ້ທີ່ດິນໃຫ້ຈະແຈ້ງ ລະອຽດກວ່າເກົ່າ. ຕ່າງປະເທດມາສຳປະທານຈະຕ້ອງໄດ້ເບິ່ງຄືນອັນໃດຜິດ ຫຼື ອັນໃດຖືກ ຖ້າຜິດຈະຕ້ອງໄດ້ແກ້ໄຂ ສ່ວນອັນທີ່ຖືກຕ້ອງຕາມກົດໝາຍຈະຕ້ອງໃຫ້ສືບຕໍ່ ນຳໃຊ້ຕໍ່ໄປ ແຕ່ຕ້ອງມີການຄວບຄຸມ-ຄຸ້ມຄອງດັ່ງນີ້ເປັນຕົ້ນ.
ຂ່າວ: ຫນັງສືພິມເສດຖະກິດ-ການຄ້າ

No comments:
Post a Comment