Monday, 23 October 2017

ພອນແກ້ວ ນັກຮຽນເກັ່ງລະດັບປະເທດ ເກີດໃນຄອບຄົວທຸກຈົນ ກັດແຂ້ວສູ້ຈົນກ້າວເປັນນັກຮຽນເກັ່ງມາເກືອບທຸກຊັ້ນ

ທ້າວ ພອນແກ້​​ເຊັງມີຢາລີຊົ່ງ ແມ່ນນັກຮຽນເກັ່ງ ວິຊາຄະນິດສາດ ​​​ເກີດໃນຄອບຄົວທຸກຈົນ, ເຄີຍຍ່າງໄປໂຮງແຕ່ຊັ້ນປະຖົມ ເກື​​​ອບ 9 ກວ່າກິໂລ ຕັ້ງແຕ່ນ້ອຍ ແລະ ຕອນຫຍ້າໄປຮຽນຢູ່ ມ ຕົ້ນ ຍ່າງເປັນມື້ທຽບຫຼາຍກິໂລ ບໍ່ໄດ້ຂີ່ລົດ (ລົດຖີບ, ລົດເມບໍ່ມີ)​​ ໂດຍຊິວິດຕ້ອງອົດຍາກຂາດເຂີນ, ຂາດຄົນອຸດໜູນຊ່ວຍໃນການຮຽນ​​ ທັງນີ້ກໍ່ຍ້ອນຄວາມດຸໝັ່ນອົດທົນ, ມີຄວາມຕັ້ງໃຈກັດແຂ້ວສູ້ຈົນກ້າວເປັນນັກຮຽນກັ່ງມາ​​ເກືອບທຸກຊັ້ນ ແລະ ກ້າວມາເປັນນັກຮຽນເກັ່ງລະດັບຊາດ ສາມາດຄວ້າອັນດັບ 1 ວິຊາຄະນິດສາດໄດ້ ຊັ້ນ ມ7 ປະຈຳສົກ 2016-2017.
ສຳລັບທ້າວ ພອນແກ້​​ເຊັງມີຢາລີຊົ່ງ ເກີດທີ່ບ້ານຫິນແດງ ເມືອງສຳພັນ ແຂວງຜົ້ງສາລີ, ພໍ່ຊື່  ຢົ່ງເຊັງຊົ່ງ ແລະ ແມ່ນຊື່ນາງ ເຈັງ ຖືອາຊີບປະຊາຊົນຮັດໄຮ່, ເຮັດສ່ວນພ້ອມລ້ຽງສັ, ອາໄສຢູ່ຊົນນະບົດ ຢູ່ແບບລຳບາກຂາດເຂີນ ໂດຍມີອ້າຍນ້ອງຮ່ວມກັນທັງໝົດ 6 ຄົນ, ຍິງ 2 ຄົນ ບວກພໍ່-ແມ່ອີກເປັນ 8 ຄົນ, ເຊິ່ງຕົນເປັນລູກຊາຍກົກ ປັດຈຸບັນອາຍຸໄດ້ 19 ປີ ຫາກໍ່ເສັງຈົບຊັ້ນ7 ທີ່ ມສ ສັນຕິພາບ ແຂວງຫຼວງພະບາງ, ສົກປີ 2016-2017 ນີ້ກາຍເປັນວ່ານັກຮຽນເກັ່ງລະດັບຊາດ ອັນດັບ 1 ວິຊາຄະນິດສາດ ໄດ້ຄະແນນສະເລ່ຍ 8.85 ປັດຈຸບັນກຳລັງລໍຖ້າຮຽນຕໍ່ຂັ້ນມະຫາວິທະຍາໄລ ມີຄວາມຄາດຫວັງຢາກຮຽນແພດສາ, ຈາກການສືບປະຫວັດເປັນນັກຮຽນເກັ່ງມາແຕ່ຊັ້ນປະຖົມຄອງອັບດັບ ທີ່ 1 ມາຈົນເຖິງ ມ ຕົ້ນ ສ່ວນ ປາຍ ຕິດອັບດັບ 1-7 ໃນແຕ່ລະເດືອນ.
ທ້າວ ພອນແກ້ວ ນັກຮຽນເກັ່ງ ເຊັງມີຢາລີຊົ່ງ ຈາມ ມສ ສັນຕິພາບ ແຂວງຫຼວງພະບາງ ເລົ່າປະຫວັດຕົນວ່າ: ຕົນເກີດໃນຄອບຄົວທຸກຈົນຄົນຊົນນະບົດ, ຊີວິດການ​​ເປັນຢູ່ລຳບາກພໍ່-ແມ່ເປັນພຽງປະຊາຊົນຊາວສ່ວນທຳມະດາ ບໍ່ສາມາດອູດໜູນດ້ານທຶນຮອນ ແລະ ອຸປະກອນການຮຽນໄດ້ເທົ່າທີ່ຄວນທຽບກັບຄອບຄົວຄົນອື່ນ​​ແມ່ນຫ່າງກັນຫຼາຍ ແຕ່ຕົນເກີດມາເປັນລູກ​​ເພິ່ນນັບວ່າໂຊກດີຫຼາຍແລ້ວ ສະນັ້ນຕົນເປັນລູກຊາຍກົກ​​ຕ້ອງໄດ້ເຮັດວຽກຫຼາຍ ​​ແລະ ​​ຕັ້ງໃຈຕໍ່ການຮຽນຫຼາຍທີ່ສຸດຫວັງເປັນອາວຸດປາຍແຫຼມຊ່ວຍຕົນເອງ ແລະ ຄອບຄົວ, ອະນາຄົດຕ້ອງມີວຽກງານດີໆມີອາຊີບທີດີຂຶ້ນຄືຄອບຄົວອື່ນເຂົາ. ພ້ອມດຽວກັນນັ້ນ, ທ້າວ ພອນແກ້ວ ເຊັງມີຢາລີຊົ່ງ ເລົ່າອີກວ່າ: ຕອນຍັງນ້ອຍຕົນຮຽນຢູ່ ປະຖົມ ບ້ານນຳຮາງ ເມືອງສຳພັນ ແຂວງຜົ້ງສາລີ ໂດຍໂຮງຮຽນຫ່າງຈາກ​​ເຮືອນປະມານ ເກືອບ 10 ຫຼັກ ຕ້ອງຕື່ນແຕ່ເຊົ້າແຕ່ 4:30 ໂມງ ພ້ອມທັງນຶ້ງເຂົ້າເບິ່ງບົດຮຽນໄປນຳທຸກມື້, ສ່ວນວັນເສົາ-ອາທິດຕ້ອງຊອກຢູ່ຫາກິນເພື່ອເປັນອາຫານແຮໄວ ແລະ ເວລາຫວ່າງຈາກຮຽນກໍ່​​ຊ່ວຍວຽກພໍ່-ແມ່, ຫຼັງຈາກຈົບປະຖົມ ຊີວິດຍິ່ງລຳບາກຂຶ້ນ ຕົນໄດ້ພັດຖິ່ນຈາກພໍ່-ແມ່ຫຍ້າເຂົ້າໄປຮຽນຢູ່ ມສ ນາໄຊ ເມືອງສຳພັນ ແຂວງຜົ້ງສາລີ ​​ໃກ້ຕົວເມືອງແດ່ ຕ້ອງໄດ້ຍ່າງເດີນທາງຫຼາຍກິໂລ​​ແມັດ ນັບເປັນເວລາເຄິ່ງມື້ ໄດ້ມາຂໍຕັ້ງຕູບນ້ອຍພໍບັງ​​ແດດ ບັງຝົນພ້ອມໝູ່ນັກຮຽນຕ່າງຖິ່ນ 3-4 ຄົນ ຂໍອາໄສຮຽນນຳບ້ານເພິ່​​ ໂດຍຊິວິດການເປັນຢູ່ລໍາບາກຫຼາຍນັເປັນປີ ຫຼື 2 ປີຈຶ່ງກັບບ້ານເກີດຄັ້ງໜຶ່ງ, ​​ເນື່ອງຈາກວ່າເສັ້ນທາງ​​ໄກຫຼາຍ ຫຼັງຈາກກັບມາແຕ່ບ້ານຕົນກໍ່ຈະໄດ້ແຕ່ເຂົ້າສາ, ອາຫານແຫ້ງ, ​​ເຄື່ອງນຸງຖື ພ້ອມອຸປະກອນການຮຽນຈຳນວນໜຶ່ງຕິດຕົວແບກມາ, ບາງຄັ້ງພໍ່-ແມ່ກໍ່ຝາກ​​ເຂົາສານ, ອາຫານແຫ້ງນຳຄົນຊາວບ້ານມາກໍ່ພໍແບ່ງກັບໝູ່ຄູ່ຈຸນເຈືອກັນກິນ ບໍ່ພຽງແຕ່ເທົ່ານັ້ນອາຫານການກິນຕ້ອງໄດ້ຫາຢູ່ກິນ​​ເກັບຜັກ​​ຫັກໜໍ່ຕາມທຳມະຊາດ ບາງມື້ກໍ່ຂາດເຂີນບາງຄັ້ງແອບນຳຕາຕົກໃນ ຫຼື ໄຫ້ຄົນດຽວແລ້ວກັດແຂ້ວສູ້ຕໍ່ໄປ.
ຫຼັງຈາກນັ້ນ, ຕົນຢູ່ມາກໍ່ໂຊກດີໃນຂະນະຮຽນ ມ ຕົ້ນ ກໍ່ໄດ້ສ້າງຮັກຄົແພງນຳພໍ່-ແມ່ຮັກ ຄູ-ອາຈານຫຼາຍຄົນ​​ ໃຫ້ຄວາມຊ່ວຍເຫຼືອບາງຄັ້ງຄາວ, ໃຫ້ກຳລັງໃຈສູ້ຕໍ່​​ ຈົນມາສົກປີ 2013-2014 ໄດ້ເປັນຕົວແທນຈາກແຂວງຜົ້ງສາລີ ໄດ້ມາເສັງນັກຮຽນເກັ່ງລະດັບຊາດ, ເຊິ່ງຕອນນັ້ນໂຊກບໍ່ດີ ສຸຂະພາບບໍ່ອຳນວຍ​​ເນື່ອງຈາກບໍ່ລຶງເຄີຍການເດີນທາງໄກ (ເມົາລົດ, ອ່ອນເພຍ)​​, ສະໝອງເຮັດວຽກຊ້າບໍ່ສາມາດຍາດ​​ອັນດັບໄດ້​​ ຈຶ່ງມີຈິດໃຈຄຽດແຄ້ນຕໍ່ການຮຽນ ແລະ ຕອນຈົບ4 ໂຊກດີຂຶ້ນມາອີກລະດັບ ເພາະຕົນໄດ້ຮັບການຊ່ວຍເຫຼືອຈາກໂຄງການນັກຮຽນພອນສະຫວັນ ຈາກຍີ່ປຸ່ນໄດ້ກ້າວເຂົ້າມາຮຽນຕໍ່ຊັ້ນ ມ ປາຍ ທີ່ ມສ ສັນຕິພາບ ແຂວງຫຼວງພະບາງ ຊີວິດການເປັນຢູ່ຄ່ອຍດີຂຶ້ນອີກ, ໄດ້ມາຢູ່ຫໍພັກນຳໝູ່​​ເພື່ອນນັກຮຽນເກັ່ງທົ່ວແຂວງຈາກພາກເໜືອ ໂດຍໂຄງການ CAS ຊ່ວຍເຫຼືອ ຈົນ​​ມາສົກປີ 2016 -2017 ກໍ່ໄດ້ເປັນຕົວແທນນັກຮຽນເກັ່ງຂອງແຂວງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບປະເທດ ແລະ ສາມາດຍາດໄດ້ອັນດັບທີ່ 1 ຕາມຄວາມຫວັງ (ກ່ອນໜ້າການສອບເສັ່ງຕົນຄາດໄວ້ບໍ່ທີ 1 ກໍ່ທີ 2).
ການປະສົບຜົນສຳເລັດຄັ້ງນີ້, ຂໍຂອບໃຈພໍ່-ແມ່ໃຫ້ການສົ່ງເສີມ, ໝູ່ເພືອນໃຫ້ກຳລັງໃຈ ແລະ ພິເສດ ຂໍຂອບໃຈອາຈານ ໄຊພູມ ສັດສະດີ ໃຫ້ການຊີ້ນຳສັງສອນຂັ້ນ ຕົ້ນ, ສ່ວນຊັ້ນ ມ ປາຍ ແມ່ນ ອາຈານ ທ່ານ ບຼົງ ໄປເຢຍລໍ່  ແລະ ອາຈານ ຢາກຸ ຈະ ທີ່​​ໃຫ້ການສອນພິເສດແນະນຳການຮຽນຫຼາຍດ້ານຈົນສຳເລັດນັກຮຽນເກັ່ງມາຕະຫຼອດ ພ້ອມດຽວກັນນັ້ນຕ້ອງຂໍຂອບໃຈນຳການຈັກຕັ້ງທີ່ກ່ຽວຂ້ອງໂດຍສະເພາະ ກະຊວງສຶກສາທິການ ແລະ ກິລາ ທີ່ໃຫ້ທຶນສະໜັບສະໜູນ, ຂໍຂອບໃຈພໍ່-ແມ່ສະມາຄົມນັກຮຽນທີ່ໃຫ້ການສະໜັບສະໜູນໃນການຮຽນບຳລຸງໄລຍະຜ່ານມາ. ສຳລັບທ້າວ ພອນແກ້ວ ເຊັງມີຢາລີຊົ່ງ ຖືໄດ້ວ່າ​​ເປັນຄົນດຸໝັ່ນອົດທົນ, ເປັນຄົນມຸ້ງມັ້ນ, ບໍ່ຕິດຫຼິ້ນ​​, ເອົາໃຈໃສຕໍ່ການຮຽນ, ແບ່ງເວລາຮຽນ, ເວລາຫຼິ້ນກິນລາ ແລະ ຄົ້ນຄວ້າບົດຮຽນທັງຕຳລາລາວ ແລະ ຕ່າງປະເທດຈົນກາຍເປັນນັກຮຽນເກັ່ງມາຕະຫຼອດຕອນທ້າຍ ນ້ອງຂໍຝາກ​​ເປັນແບບຢ່າງເຖິງນັກຮຽນຮຸ້ນນ້ອງ ແລະ ທຸກຄົນວ່າ ຈົ່ງຕັ້ງໃຈຮຽນແຕ່ຍັງນ້ອຍເພື່ອທີ່ຈະໄດ້ກາຍເປັນນັກຮຽນເກັ່ງ ແລະ ມີອະນາຄົດທີ່ດີໄດ້.
ຂໍຂອບໃຈ

ຂໍ້ມູນ : ໜັງສືພິມເສດຖະກິດ-ສັງຄົມ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...