ສະຫຼອງວັນລ້າງມືສາກົນ ມືສະອາດ ອະນາຄົດສົດໃສ

ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບກະຊວງສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນແມ່ນໂຄງການສົ່ງເສີມສຸຂະພາບດີໃນໂຮງຮຽນ (Fit for School) ທີ່ຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft für Internationale Zusammenarbeit) ອົງການຊີເມວ ອິນໂນເຕັກ (SEAMEO INNOTECH) ແລະ ອົງການຊາຍຟັນປະຈຳລາວ (Child Fund Laos) ໄດ້ຈັດພິທີສະເຫຼີມສະຫຼອງວັນລ້າງມືສາກົນ 15 ຕຸລາ ປະຈຳປີ 2017 ຂຶ້ນໃນວັນທີ 13 ຕຸລາ 2017 ທີ່ໂຮງຮຽນປະຖົມສົມບູນສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານນາງ ຂັນທະລີ ສິຣິພົງພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ທ່ານ Jens Luetkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຄູ-ອາຈານ ແລະ ນ້ອງນັກຮຽນ.
ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດໂຄງການສົ່ງເສີມສຸຂະພາບດີໃນໂຮງຮຽນ ນັບແຕ່ປີ 2011 ແລະ ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາ ເຊິ່ງສະແດງອອກຄື: ມີການປັບປຸງດ້ານນ້ຳ ສຸຂະພິບານ ແລະ ອະນາໄມໃນໂຮງຮຽນທົ່ວປະເທດ ມາຮອດເດືອນກັນຍາ 2017 ມີໂຮງຮຽນທີ່ປະຕິບັດກິດຈະກຳລ້າງມື ແລະ ຖູແຂ້ວເປັນກຸ່ມຈຳນວນ 1.060 ແຫ່ງ ໂດຍນຳໃຊ້ວິທີການຂອງໂຄງການສຸຂະພາບດີໃນໂຮງຮຽນ.
ທ່ານ Jens Luetkenherm ກ່າວວ່າ “ຜົນສຳເລັດອັນຍິ່ງໃຫຍ່ທີ່ມີຫຼາຍໂຮງຮຽນ ຈັດຕັ້ງການລ້າງມືໃສ່ສະບູທຸກວັນໄດ້ ກໍ່ຍ້ອນຄວາມຕັດສິນໃຈຂອງຜູ້ອຳນວຍການໂຮງຮຽນ ຄູອາຈານ ການນຳຂອງກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ສຳຄັນທີ່ສຸດກໍ່ຍ້ອນຊຸມຊົນໃຫ້ການຊຸກຍູ້ສົ່ງເສີມໂຮງຮຽນ ແລະ ລູກຫຼານຂອງຕົນເອງ”.
ຄຳຂວັນຂອງວັນລ້າງມືສາກົນ ປະຈຳປີ 2017 ນີ້ ແມ່ນ “ມືສະອາດ ອະນາຄົດສົດໃສ” ເຊິ່ງໄດ້ເນັ້ນໃຫ້ເຫັນເຖິງການລ້າງມື ແມ່ນສາມາດປົກປ້ອງສຸຂະພາບຂອງພວກເຮົາ ແລະ ຍັງສ້າງອະນາຄົດອັນສົດໃສໃຫ້ມວນປະຊາຄົມໃນທົ່ວໂລກ.
Fit for School ເປັນໂຄງການໜຶ່ງທີ່ເນັ້ນແກ້ໄຂບັນຫາ ດ້ວຍວິທີລຽບງ່າຍຜັນຂະຫຍາຍໄດ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າໃນລະບົບການສຶກສາ ໂຄງການນີ້ສົ່ງເສີມໃຫ້ເດັກນ້ອຍ ຮັກສາສຸຂະພາບ ແລະ ປ່ຽນແປງພຶດຕິກຳໂດຍຜ່ານກິດຈະວັດປະຈຳວັນ ເຊັ່ນ: ການລ້າງມືໃສ່ສະບູເປັນກຸ່ມທຸກວັນ ສຳລັບ ສປປ ລາວ ໄດ້ຈັດການສະເຫຼີມສະຫຼອງວັນລ້າງມືສາກົນ 15 ຕຸລາ ແຕ່ປີ 2008 ເປັນຕົ້ນມາ.
No comments:
Post a Comment