ທ່ານ ນາງ ວຽງທອງ ສີພັນດອນ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ສົກປີ 2015-2016 ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຶ່ງບໍ່ສອດຄອງຕາມລະບຽບກົດໝາຍວ່າດ້ວຍງົບປະມານແຫ່ງລັດ ເຊັ່ນ: ຂະແໜງສ່ວຍສາອາກອນຍັງບໍ່ມອບເຂົ້າງົບປະມານ ຂອງລັດຈໍານວນ 115 ກວ່າຕື້ ກີບ, ໃນນັ້ນຢູ່ສູນກາງ 79 ກວ່າຕື້ກີບ ແລະ ທ້ອງຖິ່ນ 35 ກວ່າຕື້ກີບ; ຂະແໜງຄຸ້ມຄອງຊັບສິນຂອງລັດຈໍານວນ 27 ກວ່າຕື້ກີບ. ຢູ່ສູນກາງເກືອບ 4 ຕື້ກີບ ແລະ ທ້ອງຖິ່ນ 24 ກວ່າຕື້ກີບ; ລາຍຮັບອື່ນໆ 172 ກວ່າຕື້ກີບ, ຢູ່ສູນກາງ 58 ກວ່າຕື້ກີບ ແລະ ທ້ອງຖິ່ນ 113 ກວ່າຕື້ກີບ ແລະ ເງິນກອງທຶນຂອງລັດ 374 ກວ່າຕື້ກີບ, ສູນກາງ 373 ກວ່າຕື້ກີບ.
ທ່ານປະທານອົງການກວດສອບແຫ່ງລັດ ກ່າວຕື່ມວ່າ: ສົກປີ 2015-2016 ສະພາແຫ່ງຊາດໄດ້ຮັບຮອງແຜນລາຍຮັບງົບປະມານແຫ່ງລັດ 26.159 ຕື້ກີບ; ໄດ້ຮັບຮອງແຜນດັດແກ້ 23.700 ຕື້ກີບ, ປະ ຕິບັດໄດ້ຕົວຈິງ 22.287 ກວ່າຕື້ກີບ ເທົ່າກັບ 94,04% ຂອງແຜນການດັດແກ້.
ຂ່າວ: ຂັນໄຊ/ຂປລ

No comments:
Post a Comment