ຂປລ. ໃນວັນທີ 27 ຕຸລາ ຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ຜູ້ທີ່ຮຽນດີ, ຮຽນເກັ່ງ, ມີຄຸນສົມບັດດີ ແຕ່ຖານະຄອບຄົວທຸກຍາກ ແລະ ຂາດທຶນຮອນ ໃນການສຶກສາຮ່ຳຮຽນ. ສະນັ້ນ, ບໍລິສັດ ເບຍລາວ ຈຳກັດ ໄດ້ສືບຕໍ່ໂຄງການ ມອບທຶນການສຶກສາ ຈຳນວນ 120 ທຶນ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ 30 ທຶນ ໃຫ້ສະຖາບັນວິຈິດສິນແຫ່ງຊາດ, ຕ່າງຫນ້າບໍລິສັດ ເບຍລາວ ຈຳກັດ ມອບໂດຍ ທ່ານ ສູນທອນ ສີຣິສັກ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ຕ່າງໜ້າຮັບ ໂດຍທ່ານ ສົມສີ ຍໍພັນໄຊ ອະທິການບໍ່ດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ໄມສິງ ຈັນບຸດດີ ຜູ້ອຳນວຍການ ສະຖາບັນວິຈິດສິນແຫ່ງຊາດ.
ທ່ານ ສົມສີ ຍໍພັນໄຊ ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າໃຫ້ ຄະນະນຳ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນແຫ່ງຊາດ ໄດ້ກ່າວເປີດພິທີ ມອບ-ຮັບ ທຶນການສຶກສາ ຈາກບໍລິສັດ ເບຍລາວ ຈຳກັດ ປະຈຳສົກ ປີ 2017-2018. ສຳລັບໂຄງການທຶນການສຶກສາ ບໍລິສັດ ດັ່ງກ່າວ, ແມ່ນໄດ້ເລີ່ມມາແຕ່ປີ 2010 ຫາ ປີ 2013, ໄດ້ມອບທຶນການສຶກສາ 100 ທຶນ ຕໍ່ປີ ແຕ່ມາຮອດປັດຈຸບັນ ໄດ້ເພີ່ມທຶນເປັນ 120 ຕໍ່ປີ, ລວມຈຳນວນທຶນ ທັງໝົດ 760 ທຶນໃນໄລຍະ 7 ປີ ແລະ ລວມມູນຄ່າ ຊ່ວຍເຫລືອທັງໝົດ 2 ຕື້ກວ່າກີບ. ມີນັກສຶກສາທີ່ໄດ້ຮັບທຶນ ແລະ ສຳເລັດການສຶກສາໄປແລ້ວ ຈຳນວນ 196 ຄົນ ຍິງ 69 ຄົນ.
ທ່ານ ສົມສີ ຍໍພັນໄຊ ໃຫ້ຮູ້ຕື່ມວ່າ: ສຳລັບທຶນການສຶກສາ ທີ່ໄດ້ມອບໃຫ້ແກ່ນັກສຶກສານີ້ ແມ່ນໄດ້ມອບໃຫ້ ນັກສຶກສາທີ່ຮຽນປີທີ 2 ຈົນຮອດປີທີ 4, ທຶນລະ 2.700.000 ກີບຕໍ່ປີ. ໃນສົກຮຽນ 2017-2018, ມີນັກສຶກສາຍື່ນຟອມສະໝັກ ຮັບທຶນການສຶກສາ ທັງໝົດ 257 ຄົນ. ຈາກນັ້ນ, ຄະນະກຳມະການ ໄດ້ຄັດເລືອກໃຫ້ເຫລືອ 69 ຄົນ ເພື່ອມາສຳພາດ ແລະ ຄັດເລືອກເອົາ ຜູ້ທີ່ມີເງື່ອນໄຂເໝາະສົມ, ຊຶ່ງເປັນຕົວແທນ ແຕ່ລະຄະນະວິຊາ ຈຳນວນ 45 ຄົນ ເພື່ອທົດແທນຜູ້ທີ່ສຳເລັດ ການສຶກສາໄປແລ້ວ.
ປະເມີນຜົນການຮຽນ ຂອງນັກສຶກສາ ທີ່ໄດ້ຮັບທຶນການສຶກສາທຽບໃສ່ ສົກຮຽນຜ່ານມາ ເຫັນວ່ານັກສຶກສາ ແມ່ນມີ ຜົນການຮຽນດີຂຶ້ນ ນັກສຶກສາ ມີຜົນການຮຽນປະຈຳປີ ສະເລ່ຍ 3,50 ຂຶ້ນໄປຈຳນວນໜຶ່ງ.
ຂ່າວ: ສຸກສະຫວັດ ຮູບພາບ: ສະຫວາດ

No comments:
Post a Comment