Monday, 30 October 2017

ເປີດງານວາງສະແດງ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລາວ-ຫວຽດນາມ


ຂປລ. ໃນ​ວັນ​ທີ 30 ຕຸລາ 2017 ທີ່​ ຫໍພິພິທະພັນ​ໄກສອນ ພົມວິຫານ ຫ້ອງ​ວ່າການ​ສູນ​ກາງ​ພັກ ​ປະຊາຊົນ ​ປະຕິວັດ​ລາວ ຮ່ວມ​ກັບ ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ ກອມ​ມູນິດ​ຫວຽດນາມ ໄດ້​ຈັດ​ງານ​ວາງສະ​ແດງ​ ພາຍ​ໃຕ້​ຫົວ​ຂໍ້ ສາຍ​ພົວພັນ​ມິດຕະພາບ​ ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ການ​ຮ່ວມ​ມື​ຮອບດ້ານ ​ລາວ-ຫວຽດນາມ-ຫວຽດນາມ-ລາວ ບົນ​ຈິດໃຈ ​ຊີ້​ນຳ​ຂອງ​ສູນ​ກາງ​ພັກ​ ປະຊາຊົນ​ປະຕິວັດ​ລາວ ​ແລະ ສູນ​ກາງ​ພັກ​ ກອມ​ມູນິດ​ຫວຽດນາມ.
​ໃຫ້​ກຽດ​ເປີດ​ພິທີ​ ໂດຍ​ທ່ານ ຄຳ​ຜາ ພິມ​ມະ​ສອນ ຮອງ​ຫົວໜ້າ​ຫ້ອງ​ວ່າການ ສູນ​ກາງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ​ແລະ ທ່ານ ບູຍວັນ​ແທັດ ຮອງ​ຫົວໜ້າສູນ​ກາງ​ພັກ​ ກອມ​ມູນິດ​ຫວຽດນາມ, ມີທ່ານ ​ສົມ​ສະຫວາດ ​ເລັ່ງສະຫວັດ, ອະດີດ​ຄະນະ​ກຳມາທິການຮ່ວມ​ມື ​ລາວ-ຫວຽດນາມ ​ແລະ ບັນດາ​ການ​ນຳ​ຈາກ​ ບັນດາ​ກະຊວງ, ອົງການ​ອ້ອມ​ຂ້າງ​ສູນ​ກາງ​ພັກ​ ເຂົ້າ​ຮ່ວມ.
ງານ​ວາງສະ​ແດງ​ຄັ້ງ​ນີ້, ​ເປັນ​ການ​ບົ່ງ​ບອກ​​ສື່​ມວນ​ຊົນ ​ທັງ​ພາຍ​ໃນ ​ແລ​ະ ຕ່າງປະ​ເທດ​ ໄດ້​ຮູ້​ເຖິງ​ປະຫວັດສາດ​ ແຫ່ງ​ສາຍ​ພົວພັນ​ ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ ດ້ານ​ ລະຫວ່າງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ​ໃນ​ຂະ​ບວນວິວັດ​ ແຫ່ງ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ອິດສາ​ລະ​ພາບ​ ຂອງ​ສອງ​ປະ​ເທດ, ຊຶ່ງ​ຜ່ານ​ແຕ່ລະ​ໄລຍະ​ ປະຫວັດສາດ​ ທີ່​ລະ​ອິດ​ລະ​ອ້ຽວ, ​ໂດຍ​ສະ​ເພາະ ​ຂະ​ບວນວິວັດ​ແຫ່ງ​ການ​ຕໍ່ສູ້​ ເພື່ອ​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ຄວາມ​​ເປັນ​ ເອກະລາດ ​ແລະ ອິດສາ​ລະ​ພາບ ​ກ້າວ​ເຖິງ​ໄລຍະ​ ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ ປະ​ເທດ​ຊາດ ດ້ວຍ​ໄຊຊະນະ​ອັນ​ສະຫງ່າ​ລາສີ​, ​ໄດ້​ກາຍ​ມາ​ເປັນ​ສາຍ​ພົວພັນ​ ມິດຕະພາບ​ ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຊຶ່ງ​ໃນ​ໂລກ​ບໍ່​ເຄີຍ​ມີ​ມາ​ກ່ອນ.
ງານ​ວາງສະ​ແດງ​​ ໄດ້​ສະ​ເໜີ​ເຖິງ​ປັດ​ໄຈ​ຕ່າງໆ ​ທີ່​ເປັນ​ພື້ນຖານ​ສ້າງສາ​ຍພົວພັນ​ ແບບ​ພິ​ເສດ, ຮ່ວມ​ສຳພັນ​ສູ້​ຮົບ​ ລາວ-ຫວຽດນາມ, ຫວຽດນາມ​-ລາວ, ພິ​ເສດ ​ແມ່ນ​ບົດບາດ​ຂອງ​ ປະທານ​ໂຮ່ຈິ​ມິງ, ປະທານ​ໄກສອນ ພົມວິຫານ, ປະທານ ສຸພາ​ນຸວົງ ​ແລະ ບັນດາ​ຜູ້ນຳການປະຕິວັດ​ ຂອງ​ສອງ​ພັກ​ສອງ​ລັດ, ນັກຮົບ​ວິລະ​ຊົນ ທະຫານ​ຕຳຫລວດ ​ແລະ ປະຊາຊົນ​ຮຸ່ນ​ຄົນ​ຕ່າງໆ ຂອງ​ສອງ​ປະ​ເທດ ແລະ ມີຄວາມ​ໝາຍ​ທາງ​ດ້ານ ​ປະຫວັດສາດ ​ແລະ ​ເມດ​ຕາ​ທຳ​ຢ່າງ​ເລິກ​ເຊິ່ງ ​ເຮັດ​ໃຫ້​ປະຊາຊົນ​ ສອງ​ປະ​ເທ​ດ ລາວ-ຫວຽດນາມ​ ຮຸ່ນ​ຄົນ​ຕ່າງໆ​ຮັບ​ຮູ້ເຂົ້າ​ໃຈ​ວ່າ: ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ການ​ຮ່ວມ​ມື​ຮອບດ້ານ​ ລາວ-ຫວຽດນາມ, ຫວຽດນາມ​-ລາວ ​ແມ່ນ​ມູນ​ມໍລະດົກ​ຕົກ​ທອດ​ ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ ​ລາວ-ຫວຽດນາມ ຊຶ່ງ​ຈະ​ຕ້ອງ​ໄດ້​ ຖະນຸຖະໜອມ ​ແລະ ພັດທະນາ​ສູ່​ລະດັບ​ໃໝ່​ ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ ຢ່າງ​ບໍ່​ຢຸດ​ຢັ້ງ.
 ຂ່າວ: ມະນີ​ທອນ, ພາບ: ວຽງ​ສະຫວັນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...