Monday, 30 October 2017

ນະຄອນຫຼວງ ຮັບຮອງເອົາແບບກໍ່ສ້າງປ່ອງເກັບເງິນຄ່າຜ່ານທາງ 450 ປີ




ໜັງສືພິມ ວຽງຈັນໄໝ່ ລາຍງານເມື່ອວັນທີ 27 ຕຸລາ ຜ່ານມາ ວ່າ: ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 13 ສະພາປະຊາຊົນ ນວ ພິຈາລະນາຮັບຮອງເອົາຜົນສຳຫຼວດ ແລະ ອອກແບບການກໍ່ສ້າງປ່ອງບໍລິການເກັບເງິນຄ່າຜ່ານທາງຢູ່ຖະໜົນ 450 ປີ ລວມທັງພິຈາລະນາການສະເໜີຂອງກອງ ຈ11 ເພື່ອຂໍການທົດແທນດິນເຝີກແອບການທະຫານ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ແລະ ບ້ານປາກແຮດ ເມືອງນາຊາຍທອງ ທີ່ຖືກໂຄງການດາວທຽມລາວ ແລະ ລາຍງານຜົນການເຂົ້າຮ່ວມກອງປະຊຸມຄົບຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ນວ ໃນຄັ້ງວັນທີ 22 ກັນຍາ 2017.
ດັ່ງທີ່ຮູ້ນຳກັນແລ້ວວ່າເສັ້ນທາງ 450 ປີ, ເປັນເສັ້ນທາງຍຸດທະສາດສຳຄັນໜຶ່ງທີ່ຖືກສ້າງຂຶ້ນໃນໂອກາດສະເຫຼີມສະຫຼອງນະຄອນຫຼວງວຽງຈັນ 450 ປີ ​​ແລະ ເປັນເສັ້ນທາງທີ່ມີຄວາມສວຍງາມ, ມີມາດຕະຖານໃນການກໍ່ສ້າງດີ ແລະ ໃນຜ່ານມາເສັ້ນທາງດັ່ງກ່າວໄດ້ຮັບການເອົາໃຈໃສ່ໃນການບົວລະບັດເປັນຢ່າງດີ, ແຕ່ຕົກມາໄລຍະຫຼັງນີ້ເຫັນວ່າ: ບາງຈຸດບໍ່ໄດ້ຮັບການບູລະນະຮັກສາ, ເກີດມີສະພາບຮົເຮື້ອ, ເປິະເປື້ອນ ແລະ ຂາດຄວາມເອົາໃຈໃສ່ຈາກພາກສ່ວນກ່ຽວຂ້ອງ, ກໍຄືອຳນາດການປົກຄອງທີ່ຮັບຜິດຊອບທາງສາຍນີ້ ແລະ ຈົນເກີດມີການວິພາກວິຈານຈາກຜູ້ສັນຈອນໄປມາເສັ້ນທາງ ດັ່ງກ່າວ.
ເສັ້ນທາງ 450 ປີມີຄວາມຍາວ 20 ກວ່າກິໂລແມັດ, ແບ່ງເປັນ 2 ເລນຈະລະຈອນ, ມີຄູດອກໄມ້ກັ້ນກາງກວ້າງ 2 ແມັດກວ່າ, ມີໄຟເຍື່ອງທາງຈົນສຸດເສັ້ນທາງ, ພາຍຫຼັງສຳເລັດການກໍ່ສ້າງ ໃໝ່ພາກສ່ວນກ່ຽວຂ້ອງໄດ້ເລັ່ງປູກດອກໄມ້ປະດັບໂດຍສະເພາະດອກຈຳປາ, ທີ່ເປັນດອກໄມ້ປະຈຳຊາດ, ຢູ່ຄູກາງຈົນສຸດສາຍຕາ, ແຕ່ມາຮອດປັດຈຸບັນ ຄູກັ້ນກາງດັ່ງກ່າວເກີດມີສະພາບຮົກເຮື້ອຈົນຈະບໍ່ແນມເຫັນຄວາມສວຍງາມດັ່ງກ່າວອີກໄດ້.

ໂອກາດນີ້ ທ່ານເຈົ້າຄອງ ນວ ໄດ້ມີຄຳເຫັນເຈາະຈີ້ມຫຼາຍບັນຫາ ພ້ອມທັງເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນ ນຳສະເໜີເຫດຜົນ ເງື່ອນໄຂຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເສີມຂະຫຍາຍຈຸດດີ ແລະ ແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...