ຂປລ. ເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 16 ປີ (12/10/2001-12/10/ 2017) ຫ້ອງການກວດກາ ແລະ ຄອບຄຸມຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງ ກັນຄວາມສະຫງົບ ຈັດງານພິທີຈູດ ທຳລາຍຢາເສບຕິດ ປະເພດຢາບ້າຈຳນວນ 13 ລ້ານກວ່າເມັດ, ກັນຊາແຫ້ງ 2.382,8 ກິໂລກຣາມ, ຢາໄອ 93,26 ກິໂລກຣາມ, ແປ້ງປະສົມຫົວເຊື້ອຜະລິດຢາບ້າ 272,13 ກິໂລ ກຣາມ, ຄາເຟອິນ 4.312 ກິໂລກຣາມ, ໂຣເດຍອອມ 259 ກິໂລກຣາມ ແລະ ແປ້ງຝຸ່ນສີແດງ 12 ແກັດ. ຂຶ້ນໃນວັນທີ 17 ຕຸລາ 2017 ທີ່ເດີນຫາດດອນຈັນ (ຂ້າງໂຮງແຮມ ດອນ ຈັນພາເລດ) ພາຍໃຕ້ ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫລວງ ຂັ້ນສູນກາງ, ມີທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາທູຕານຸທູດ, ພ້ອມດ້ວຍອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ພົນຕີ ສົມແກ້ວ ສີລາວົງ ໄດ້ລາຍງານກ່ຽວກັບສະພາບປະຕິບັດງານກວດກາ ແລະ ຄວມຄຸມຢາເສບຕິດ 1 ປີຜ່ານມາວ່າ: ໄດ້ເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດເປັນວຽກງານສຳຄັນ ໂດຍຖືເອົາ ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມດ້ວຍ ຫລາຍຮູບການ ເປັນຕົ້ນໂຄສະນາຜ່ານໂທລະພາບ, ວິທະຍຸກະຈາຍສຽງ ແລະ ໜັງສືພິມ ເພື່ອປູກຈິດສຳນຶກໃຫ້ ຄົນໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ ເຫັນໄດ້ໄພອັນຕະລາຍ ແລະ ຜົນຮ້າຍຂອງຢາເສບຕິດ, ພ້ອມປຸກລະດົມໃຫ້ປະຊາຊົນ ທຸກຊັ້ນຄົນຕື່ນຕົວສະໜັກໃຈເຂົ້າ ຮ່ວມສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດຢ່າງກວ້າງຂວາງ. ນັບແຕ່ເດືອນມິຖຸນາ 2016 ເຖິງເດືອນ ກັນຍາ 2017 ສາມາດມ້າງ ຄະດີໄດ້ທັງໝົດທົ່ວປະເທດ 3 ພັນກວ່າເລື່ອງ, ຈັບກຸມຜູ້ຕ້ອງຫາໄດ້ 5 ພັນກວ່າຄົນ, ຍິງ 7 ຮ້ອຍກວ່າຄົນ, ຄົນຕ່າງປະເທດ ຮ້ອຍກວ່າຄົນ, ຍິງ 18 ຄົນ, ຢຶດຢາບ້າໄດ້ 2.552,699 ກິໂລກຣາມ, ເຮໂຣອິນ 190,87 ກິໂລກຣາມ, ຄາເຟອິນ 1,875 ກິໂລກຣາມ, ຝິ່ນ 224,169 ກິໂລກຣາມ, ກັນຊາ 5.047,72 ກິໂລກຣາມ, ຢາໄອ 130,224 ກິໂລກຣາມ, ໂຄເຄນ 0,01 ກຣາມ.
ໃນໂອກາດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ 7 ບັນຫາ ສຳຄັນ ໃນການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ຄື: 1 ໃຫ້ຖືເອົາການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນພັນທະ ແລະ ເປັນໜ້າທີ່ຂອງທຸກພາກສ່ວນ, 2 ໃຫ້ສືບຕໍ່ປັບ ປຸງກົງຈັກ ການຈັດຕັ້ງຂອງອົງການກວດກາ ແລະ ຄວບຄຸມຢາເສບຕິດຢູ່ຂັ້ນຕ່າງໆ ໃຫ້ແທດເໜາະກັບສະພາບການຕົວຈິງ, 3 ໃຫ້ດຳເນີນການສຶກສາອົບຮົມ ແລະ ໂຄສະນາ ເຜີຍແຜ່ ດ້ວຍຫລາຍຮູບການ ເພື່ອປູກຈິດສຳນຶກ ໃຫ້ຄົນໃນທົ່ວສັງຄົມ ໂດຍສະເພາະຊາວໜຸ່ມ-ເຍົາວະຊົນເຫັນໄດ້ໄພອັນຕະລາຍ, ຜົນຮ້າຍຂອງຢາເສບຕິດ ປຸກລະດົມໃຫ້ເຂົາເຈົ້າຫ່າງໄກບໍ່ຫຍຸ້ງກ່ຽວ ຢາເສບຕິດພ້ອມທັງໃຫ້ຕື່ນຕົວ ສະໝັກໃຈ ເຂົ້າຮ່ວມ ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, 4 ໃຫ້ສືບຕໍ່ຊຸກຍູ້ຊ່ວຍ ເຫລືອ ຄອບຄົວປະຊາຊົນຢູ່ຊົນນະບົດ ທີ່ໄດ້ຢຸດເຊົາປູກຝິ່ນ, ປູກກັນຊາ ໃຫ້ເຂົ້າເຈົ້າປະກອບອາຊີບທີ່ໝັ້ນ ຄົງ, 5 ຕັ້ງໜ້າເອົາໃຈໃສ່ຕໍ່ການບຳບັດ ປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບໃຫ້ແກ່ຜູ້ຕິດຢາ ເສບຕິດ ເພື່ອໃຫ້ມີສຸຂະພາບແຂງແຮງ ແລະ ຈິດໃຈທີ່ເຂັ້ມແຂງ, 6 ຕັ້ງໜ້າສະກັດກັ້ນ ແລະ ປາບ ປາມພວກຄ້າຂາຍຢາເສບຕິດ ຢູ່ທ້ອງຖິ່ນຕ່າງໆຢ່າງ ເຂັ້ມງວດເດັດຂາດ, ຊອກຮູ້ຕິດ ຕາມກວດກາ ບັນດາເປົ້າໝາຍ ນັບທັງຄົນລາວ ແລະ ຊາວຕ່າງປະເທດ ທີ່ລັກລອບເຄື່ອນໄຫວຈຳໜ່າຍຄ້າຂາຍ ແລະ ລຳລ້ຽງຂົນສົ່ງເຂົ້າ-ອອກຢາເສບຕິດ, 7 ເພີ່ມທະວີໃຫ້ຄວາມ ສຳຄັນຕໍ່ວຽກງານການພົວພັນຮ່ວມມື ຢ່າງໃກ້ຊິດ ກັບສາກົນກັບ ບັນດາພື້ນ, ປະເທດໃກ້ຄຽງ ເພື່ອແລກ ປ່ຽນຂໍ້ມູນຂ່າວສານຮ່ວມກັນ ສະກັດກັ້ນ, ຕັດຊ່ອງທາງ ແລະ ປາບປາມການຜະລິດ, ການລັກລອບຄ້າຂາຍ ລຳລຽງຂົນສົ່ງຢາເສບຕິດ ແລະ ສານເຄມີ ທີ່ນຳມາຜະລິດ ຢາເສບຕິດ ຕາມບໍລິເວນຊາຍແດນ.
ຂ່າວ: ກິດຕາ; ພາບ: ໄອ່ຄຳ


No comments:
Post a Comment