ບັນຫາການເກັບເງິນຢູ່ເສັ້ນທາງຫ້ວຍເພັກ –
ບ້ານພະພີນ – ວັດພູຈໍາປາສັກ
ທີ່ເປັນເສັ້ນທາງເລກທີ 14
A ຍັງເປັນທີ່ວິພາກວິຈານໃນສັງຄົມຢູ່ພໍສົມຄວນເຖິງແມ່ນວ່າຜູ້ກໍ່ສ້າງຈະເກັບມາຫຼາຍປີແລ້ວ
ຫຼ້າສຸດ ສສຊ ແຂວງຈຳປາສັກສະເໜີທີ່ສະພາແຫ່ງຊາດ ເພື່ອໃຫ້ລັດຖະບານອະນຸມັດງົບປະ
ມານຈຳນວນໜຶ່ງແກ້ໄຂບັນການເກັບເງິນຢູ່ໃນເສັ້ນທາງດັ່ງກ່າວເປັນການດ່ວນ.
ທ່ານ ສາຍທອງ ໄຊຍະວົງ ສສຊ ເຂດ 15 ແຂວງຈຳປາສັກ
ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ວ່າ:
ຈໍາປາສັກກໍາລັງພົບກັບບັນຫາໜີ້ສິນ 2 ແຈທີ່ກຳລັງຄຸມເຄືອເປັນຕົ້ນແມ່ນໜີ້ສິນທະນາຄານ
ເຊິ່ງແຂວງຈຳເປັນຈະຕ້ອງໄດ້ໃຊ້ຈ່າຍເພື່ອກະກຽມເປັນເຈົ້າພາບຈັດການແຂ່ງຂັນງານມະຫາວິທະຍາໄລແຫ່ງຊາດໃນປີ
2019 ໂດຍຈະຕ້ອງໄດ້ມີການພັດທະ
ນາພື້ນຖານໂຄງລ່າງແນ່ນອນງົບປະມານເປັນໄຈສຳຄັນທີ່ສະເໜີຕໍ່ລັດຖະບານພິຈາລາະນາ.
ນອກຈາກງົບປະມານໃນການກະກຽມການເປັນເຈົ້າພາບຈັດການແຂ່ງຂັນກີລາມະຫາວິທະຍາ
ໄລລະດັບຊາດແລ້ວ
ຈຳປາສັກຍັງສະເໜີໃຫ້ລັດຖະບານຊ່ວຍແກ້ໄຂບັນຫາການເກັບເງິນຜ່ານທາງຢູ່ເສັ້ນທາງເລກທີ 14 A ຈາກບ້ານຫ້ວຍເພັກ, ເມືອງໂພນທອງ
ຫາ ວັດພູຈໍາປາສັກ ໂດຍບໍລິສັດດວງດີກໍ່ສ້າງເປັນຜູ້ລົງທຶນກໍ່ສ້າງດ້ວຍອາຍຸສຳປະທານ 45 ປີ
ເປັນຕົວເລກທີ່ຂ້ອນຂ້າງສູງພໍສົມຄວນ.
ໄລຍະຜ່ານມາໄດ້ມີການຕໍ່ວ່າຈາກຜູ້ທີ່ຊົມໃຊ້
ຫຼື ຜ່ານເສັ້ນທາງດັ່ງກ່າວວ່າມີການເກັບແພງເກີນໄປປະເພດລົດໃຫຍ່ໄປກັບ 30,000 ກີບ
ນັກທ່ອງທ່ຽວທີ່ເດີນທາງໄປວັດພູຈຳປາສັກກໍ່ມີການເກັບຄ່າບໍລິການຕື່ມອີກສ້າງຄວາມຫຍໍ້ທໍ້ໃຫ້ກັບນັກທ່ອງທ່ຽວ.
ສະນັ້ນ, ຢາກເຮັດໃຫ້ບັນຫາເກັບຄ່າຜ່ານທາງຢູ່ຈຸດນີ້ໝົດໄປຂໍໃຫ້ລັດຖະບານຊ່ວຍພິຈາລະນາແກ້ໄຂນີ້ເປັນພຽງການສະເໜີຂອງ
ສສຊ ເຂດ 15 ເທົ່ານັ້ນສ່ວນວ່າຜົນຈະອອກມາແນວໃດຕ້ອງໄດ້ຕິດຕາມໄປນຳກັນ.
Sout: ເສດຖະກິດການຄ້າ.




No comments:
Post a Comment