Tuesday, 17 October 2017
ຊາວຫຼວງພະບາງ ຖືວ່າບໍ່ຄວນທີ່ສຸດທີ່ເຫັນການນໍາເອົາ "ປູເຍີຍ່າເຍີ " ມາສະແດງ ສາທາລະນະເວທີເປີດພິທີ່ຕ່າງໆ .
ສິ່ງຄະລຳ ຂອງ ປູ່ເຍີ-ຍ່າເຍີ ບໍ່ຄວນທີ່ນຳເອົາ ປູ່ເຍີ-ຍ່າເຍີ ( ທີ່ເປັນຮຸ່ນຈິງ ຫລືຮຸ່ນທີ່ເຮັດຂຶ້ນມາໃຫມ່ ) ເຊິ່ງທີ່ເປັນສິ່ງເຄົາລົບນັບຖື ຕາມຮີດຂອງບັນພຣະບູຣຸດເຮົາ ມາເປັນຕົວສະແດງໃນເວທີເພື່ອຕ້ອນຮັບຕ່າງໆ ( ຄະລຳ ) ເພາະນີ້ບໍ່ແມ່ນ ລະຄອນອີ່ປ໋ອກ, ລະຄອນພຣະຣັກ-ພຣະຣາມ ທີ່ເອົາມາສະແດງໄດ້ ແຕ່ນີ້ເປັນ ປູ່ເຍີຍ່າເຍີ ເຊິ່ງເປັນຕົວແທນຂອງເທວະດາຫລວງ ຜູ້ທີ່ຮັກສາບ້ານເມືອງ ເປັນຄວາມເຊື່ອຂອງຄົນລາວ ທີ່ປົກປ້ອງໄພຕ່າງໆໃຫ້ທຸກຄົ້ນໄດ້ຢູ່ເຢັນເປັນສຸກ ເພາະຫລັກແນວຄິດການກຳເນີດຂອງປູ່ເຍີ-ຍ່າເຍີ ນີ້ແມ່ນມີມາແຕ່ສະໄຫມ ເຈົ້າຟ້າງຸ່ມມະຫາຣາຊ ເຊິ່ງມີລາຍລະອຽດດັ່ງນີ້ : ປູ່ເຍີຍ່າເຍີ,ຄົນສະໄໜກ່ອນຮ້ອງວ່າປູ່ສັງກະສາຍ່າສັງກະສີ ຫຼື ເທວະດາຫຼວງ ທີ່ເຈົ້າພຣະຍາພ້າງຸ່ມ ມະຫາຣາຊ ໄດ້ປະດິດຂື້ນ, ຕໍານານຂອງປູ່ ເຍີຍ່າເຍີນັ້ນ, ມີການບອກເລົ່າປາກຕໍ່ປາກກັນໃນກຸ່ມຄົນທຸກຍຸກ ທຸກສະໄໝ ເປັນຕົ້ນແມ່ນ ຄົນທີ່ດໍາລົງຊີວິດຢູ່ເມືອງຫຼວງພຣະບາງ ຈະຮູ້ຈັກກັບເລື້ອງ ເລົ່າແລະຕໍານານຂອງປູ່ເຍີຍ່າເຍີດີ. ວິທີສັງເກດງ່າຍໆແມ່ນ ປູ່ເຍີຈະມີໜວດ ແລະຍ່າເຍີຈະບໍ່ມີໜວດ ໄສ່ຕຸ້ມຫູໃຫຍ່ທັ້ງສອງ, ບໍ່ແມ່ນວ່າທຸກຄົນຈະສາມາດ ເຂົ້າໄປເຊີດ ປູເຍີຍ່າເຍີໄດ້ທຸກຄົນ. ເພາະວ່າ ຄົນທີ່ຈະເປັນຕົວແທນ ຫລືເປັນຄົນເຊິດປູ່ເຍີຍ່າເຍີ ໄດ້ນັ້ນຕ້ອງເປັນລູກຫຼານຂອງຄົນ ທີ່ຢູ່ບ້ານ ອາຮາມເທົ່ານັ້ນ ເພາະເປັນຜູ້ສືບເຊື້ອສາຍ ປົກປັກຮັກສາ ແລະເບິ່ງແຍງ ຮຸ່ນເຊີດຂອງປູ່ເຍີຍ່າເຍີມາແຕ່ດືກດໍາບັນ ( ປ້າສົມບູນເລົ່າໃຫ້ຟັງ ). ຕໍານານເລົ່າວ່າ ແຕ່ກີ້ແຕ່ກ່ອນທີ່ເມືອງແຖນ ໄດ້ມີເຄືອເຂົາກາດໃຫຍ່ເຄືອໜື່ງ ,ເຮັດໃຫ້ແສງສະຫວ່າງຈາກດວງຕາເວັນບໍ່ສາມາດສາດສ່ອງໃຫ້ຄວາມອົບ ອຸ່ນສູ່ພື້ນດິນໄດ້, ຜູ້ຄົນດໍາລົງຊີວິດຢູ່ນໍາຄວາມມືດມິດແລະໜາວເຍັນ ມື້ໜື່ງພະຍາເມືອງ (ຂຸນບູລົມ) ໄດ້ເອີ້ນເສນາອາມາດ ມາປະຊຸມເພື່ອປຶກສາຫາລືວ່າຈະເຮັດວິທີໃດ ຈິ່ງຈະຕັດເຄືອເຂົາກາດຍັກນີ້ໄດ້ ແຕ່ກໍ່ບໍ່ມີໃຜອາສາໄປຕັດ ຕໍ່ມາບໍ່ດົນກໍ່ມີ ສອງຜົວເມຍເຖົ້າ ໄດ້ມາລາຍງານຕໍ່ພຣະຍາຂຸນບູລົມວ່າ ພວກຂ້າພະເຈົ້າຊື່ ປູ່ເຍີ ຍ່າເຍີ ມີຄວາມຍິນດີຂານອາສາຕັດເຄືອເຂົາກາດນັ້ນ ພຣະຍາຂຸນບູລົມສະແດງຄວາມຊົມເຊີຍຕໍ່ສອງຜົວ-ເມຍເຖົ້ານັ້ນ ທີ່ຍອມເສຍສະຫລະອັນສູງສົ່ງເພື່ອຄົນທັງຫລາຍໃນຖິ່ນແດນນີ້ ເຊິ່ງກ່ອນຈະອອກເດີນທາງ ປູ່ເຍີ ຍ່າເຍີ ໄດ້ຂໍຮ້ອງຢ່າງຫນື່ງວ່າ ຖ້າຫາກຕາຍໄປ ຂໍໃຫ້ມວນມະນຸດທຸກຄົນ ຢ່າລືມຊື່ຂອງພວກຕົນດ້ວຍ ພຣະຍາຂຸນບູລົມກໍ່ຮັບປາກ . ຈາກນັ້ນທັງສອງກໍ່ມຸ້ງຫນ້າໄປທີ່ຫນອງຕູ້ທັນທີ ພ້ອມດ້ວຍຂວານຂະຫນາດໃຫຍ່ ພວກເຂົາໃຊ້ເວລາຕັດ ທັງກາງເວັນ ແລະ ກາງຄືນ ເປັນເວລາ 3 ເດືອນ 3 ວັນ ຈິ່ງສາມາດຕັດເຄືອເຂົາກາດ ນັ້ນລົງໄດ້ ແຕ່ດ້ວຍຄວາມເສົ້າໂສກເສຍດາຍຍິ່ງ ເຄືອເຂົາກາດໄດ້ລົ້ມທັບຜູ້ເຖົ້າທັງສອງຕາຍທັນທີ ໃນທີ່ສຸດແສງສະຫວ່າງກໍ່ກັບມາສູ່ຜືນແຜ່ນດິນອີກຄັ້ງຫນື່ງ ນໍາເອົາຄວາມອົບອຸ່ນມາສູ່ມວນມະນຸດ ພຶກສາ ແລະ ສັດສາວາສິ່ງທັງຫລາຍ ການດໍາລົງຊີວິດເລີ່ມກັບຄືນສູ່ຄວາມເປັນປົກກະຕິອີກຄັ້ງຫນື່ງ ພຣະຍາຂຸນບູລົມ ພ້ອມດ້ວຍຂ້າທາດບໍລິວານທັງຫລາຍ ໄດ້ເຮັດພິທີສົ່ງສະການ ປູ່ເຍີ ຍ່າເຍີ ຢ່າງສົມກຽດນັບແຕ່ນັ້ນເປັນຕົ້ນມາ ເພື່ອເປັນການລະລຶກເຖິງຄຸນງາມຄວາມດີຂອງປູ່ເຍີ ຍ່າເຍີ ຄົນລາວເຮົາຈິ່ງຕື່ມຄໍາລົງທ້າຍວ່າ ເຍີໆໆ ໃນຄໍາເວົ້າຈອງຕົນສະເຫມີ ເຊັ່ນຄໍາວ່າ ໄປເຍີ , ເມືອເຍີ , ມາເຍີ ພ້ອມນັ້ນຍັງໄດ້ເຮັດຫນ້າກາກ ຫລື ຮູບສັນຍາລັກຂອງທັງສອງຄົນນັ້ນໄວ້ເພື່ອເປັນການສັກກາລະ ນັບຖືສືບຕໍ່ກັນມາຈົນເຖິງທຸກມື້ນີ້ ທ່ານຜູ້ນີ້ເປັນຜູ້ຮັກສາເທວະດາຫລວງ ໃນໂອກາດບຸນສົງການ ປີໃໝ່ລາວ ເພິ່ນຊິເອີ້ນເອົາຮູບສັນຍາລັກຂອງປູ່ເຍີ ຍ່າເຍີ ແລະ ສິງແກ້ວ ສິງຄໍາ ອອກຈາກຫີບທີ່ຮັກສາເພື່ອຮ່ວມພິທີຕ່າງໆທຸກໆປີ ກ່ອນຈະສະຫລອງປີໃຫມ່ ໄດ້ເອົາຮູບສັນຍາລັກຂອງປູ່ເຍີ ຍ່າເຍີ ທີ່ຮັກສາໄວ້ຢູ່ທີ່ຫໍເທວະດາຫລວງ ໃນບໍລິເວນວັດວາອາຮາມ ເມືອງຫລວງພຣະບາງ ເພື່ອໄປຂາບໄຫວ້ ແລະຖວາຍເຄື່ອງທານ. ປູ່ເຍີ ຍ່າເຍີ ຈະເຂົ້າຮ່ວມທຸກໆພິທີ ທີ່ຈັດຂື້ນຕາມຮີດຄອງປະເພນີ ໃນໄລຍະບຸນປີໃຫມ່ລາວ ໂດຍສະເພາະໃນການແຫ່ຫວໍ ຫົດສົງພຣະບາງ ໃນໂອກາດນີ້ປູ່ເຍີ ຍ່າເຍີ ຈະອອກມາຟ້ອນ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ. ສິງແກ້ວ ສິງຄໍາ ( ໂຕເທບສິງຂະນັດ ) ລູກລ້ຽງທີ່ປູ່ເຍີຍ່າເຍີນໍາເອົາມາຈາກປ່າຫິມມະພານ ບາງຕໍານານບອກວ່າ ປູ່ເຍີຍ່າເຍີ ນໍາເອົາ ສິງແກ້ວ ສິງຄໍາ ມາຈາກຕາດກວາງຊີ ພິທີ ແຫ່ປູ່ເຍີ ຍ່າເຍີ ແລະ ສິງແກ້ວ ສິງຄໍາ ໄປຕັກນ້ຳຢູ່ແຄມນ້ໍາຄານ ເພື່ອໄປຫົດສົງພຣະບາງ ນ້ຳທີ່ເອົາມາຈາກນ້ໍາຄານຈະບັນຈຸໄວ້ຢູ່ໃນໄຫດິນ ເຊິ່ງຈະໃຫ້ເຍົາວະຊົນແບກໄປເພື່ອໄປຫົດສົງພຣະບາງ . ປູ່ເຍີ ຍ່າເຍີຈະລົງໄປຕັກນ້ໍາຄານເພື່ອໄປສົງພຣະບາງ ພ້ອມຂະບວນແຫ່ໃນພິທີນີ້ ຈະເອົານ້ໍາໃສ່ໄຫໃຫ້ເຍົາວະຊົນແບກ ໄດ້ເຮັດພິທີທີ່ແຄມນ້ໍາຄານນໍາດອກໄມ້ ທູບ ທຽນ ບູຊາ ເວົ້າສູດຄໍາຂວັນເປັນປະຈໍາທຸກປີ . ພິທີຈະເຮັດໃນຕອນແລງ ກ່ອນມື້ທີ່ຈະມີການແຫ່ຫວໍຫລື ນາງສັງຂານ ເຂົ້າພິທີສູ່ຂວັນ ແຕ່ງອາຫານບອກກ່າວ ຄອບ ໃຫ້ປູ່ເຍີ ຍ່າເຍີ ສິງແກ້ວ ສິງຄໍາ ຕຽມພິທີລົງມາຈາກກຸຕິ ຝຶກຊ້ອມທ່າເຕັ້ນຕາມຈັງຫວະກອງ ແລ້ວໄປນົບໄຫວ້ ທາດເຂັດ ທາດຄໍາ ທີ່ຢູ່ດ້ານຫນ້າສິມ ກ່ອນຈະແຫ່ໄປເຖິງວັດຊຽງທອງ ເຮັດພິທີໄຫວ້ຈູດທູບ ທຽນບູຊາ ທີ່ກໍາແພງວັດສຸວັນນະຄີລີ ເຄິ່ງທາງເຂົ້າວັດຊຽງທອງ ແລະເຂົ້າໄປຟ້ອນອວຍພອນທີ່ ວັດຊຽງທອງ ຫລັງຈາກແລ້ວພິທີໃຫຍ່ຈາກວັດຊຽງທອງແລ້ວ ແມ່ນໄດ້ຍ່າງໄປຄາລະວະຈຸດຫນຶ່ງທີ່ຂ້າງທ້ອງສະຫນາມຫລວງ .
Sout: ABC news
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment