ຂປລ. ທ່ານ ວີິຈິດ ຊິນດາວົງ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ໃຫ້ສຳພາດກັບວິທະຍຸ CRI ປະຈຳລາວ ໃນວັນທີ 13 ຕຸລາ 2017 ວ່າ: ກອງປະຊຸມພັກກອມມູນິດຈີນ ຄັ້ງທີ 19 ຈະເປັນເວທີເພື່ອຢືນຢັນອີກເທື່ອໜຶ່ງ ເຖິງການຮ່ວມມື ໃນການພັດທະນາ ແລະ ສ້າງສາປະເທດຊາດ ລະຫວ່າງສອງພັກ, ສອງລັດ ຂອງ ສປປ ລາວ ແລະ ສປ ຈີນ, ທັງຢືນຢັນເຖິງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ນະໂຍບາຍ ເປີດປະຕູຂອງຈີນ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍ ຄວາມສາມັກຄີຮ່ວມກັນ.
ທ່ານ ວິຈິດ ຊິນດາວົງ ໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ຂອງພັກຄອມມູນິດຈີນ ໃນໄລ ຍະ 5 ປີຜ່ານມາ, ໂດຍສະເພາະຜົນສຳເລັດ ໃນການຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນຈີນ ລາຍໄດ້ຕໍ່ຫົວຄົນເພີ່ມຂຶ້ນຈາກ 711 ລ້ານຢວນ (ປະມານ 1.111 ໂດລາສະຫະລັດ) ໃນປີ 2012 ມາເປັນ 23.821 ຢວນ ໃນປີ 2016,ເພີ່ມຂຶ້ນ 7,4% ຕໍ່ປີ. ຕົວເລກສໍາລັບເຄິ່ງປີທໍາອິດ ຂອງປີ 2017 ໄດ້ເພີ່ມຂຶ້ນ 7,3%, ເມື່ອທຽບໄລຍະດຽວກັນໃນປີຜ່ານມາ. ລັດຖະບານຈີນ ໄດ້ເຮັດໃຫ້ປະຊາ ກອນ700 ລ້ານຄົນ ຫລຸດພົ້ນອອກຈາກຄວາມທຸກຍາກໃນ 30 ປີຜ່ານມາ ແລະ ອີກ 40 ລ້ານຄົນ ຈາກຄວາມທຸກຍາກໃນ 3 ປີຕໍ່ໜ້າ, ຊຶ່ງໝາຍຄວາມວ່າ 20 ຄົນ ຖືກຍົກອອກຈາກຄວາມທຸກຍາກໃນແຕ່ລະນາທີ. ພ້ອມນີ້, ການແກ້ໄຂປັນຫາການສໍ້ລາດບັງຫລວງ ໂດຍໃຊ້ມາດຕະການເດັດຂາດ ແລະ ການລິເລີ່ມໂຄງການໜຶ່ງແລວທາງໜຶ່ງເສັ້ນທາງ (One Belt One Road) ທີ່ໄດ້ຮັບການສະໜັບສະໜູນ ແລະ ການເຂົ້າຮ່ວມຂອງລັດຖະບານຫລາຍໆ ປະເທດໃນທົ່ວໂລກ.
ທ່ານ ວິຈິດ ຊິນດາວົງ ກ່າວຕື່ມວ່າ: ທີ່ສຳຄັນລະບົບການເມືອງຈີນ ແມ່ນຄວາມສາມາດໃນການ ສ້າງແຜນການພັດທະນາໄລຍະຍາວ ແລະ ຈັດຕັ້ງປະຕິບັດແຜນການດັ່ງກ່າວ ຢ່າງມີປະສິດທິພາບ. ສໍາລັບ ສປປ ລາວ, ສປ ຈີນ ຍັງມີບົດບາດສໍາຄັນ ໃນການສົ່ງເສີມການພັດທະນາປະເທດລາວ. ມີຫລາຍໂຄງການພັດທະນາ ພື້ນຖານໂຄງລ່າງ ໄດ້ຮັບທຶນຊ່ວຍເຫລືອລ້າ ແລະ ເງິນກູ້ຢືມດອກເບ້ຍຕ່ຳ ຈາກລັດຖະບານຈີນໃນແຕ່ລະປີ. ນອກຈາກນີ້, ດ້ານການສຶກສາ, ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອທຶນ ການສຶກສາຫລາຍຮ້ອຍທຶນ ໃຫ້ແກ່ນັກສຶກສາລາວ ແລະ ພະນັກງານລັດໃນແຕ່ລະປີ.
ດ້ານການຄ້າສອງຝ່າຍ ລາວ-ຈີນ ມີມູນຄ່າເຖິງ 4 ຕື້ໂດລາສະຫະລັດ ໃນປີ 2016, ຂະນະດຽວກັນການລົງທຶນຂອງຈີນໃນລາວ ໄດ້ມີມູນຄ່າສູງເຖິງ 7 ຕື້ໂດລາສະຫະລັດ ເຮັດໃຫ້ຈີນ ເປັນຜູ້ລົງທຶນອັນດັບໜຶ່ງໃນ ສປປ ລາວ. ການລົງທຶນຂອງຈີນ ສ່ວນໃຫຍ່ແມ່ນໃນຂະແໜງ ພະລັງງານໄຟຟ້ານ້ຳຕົກ, ບໍ່ແຮ່ ແລະ ກະສິກໍາ.
ກອງປະຊຸມພັກກອມມູນິດຈີນ ຄັ້ງທີ 19 ໄດ້ໄຂຂຶ້ນຢ່າງເປັນທາງການໃນອາທິດນີ້, ເພື່ອທົບທວນການຈັດຕັ້ງປະຕິບັດ ພາລະບົດບາດຂອງພັກກອມມູນິດຈີນ ໃນໄລຍະ 5ປີຜ່ານມາ ແລະ ສະຫລຸບ ບົດຮຽນທີ່ຖອດຖອນໄດ້ ຈາກການເຕົ້າໂຮມຄວາມສາມັກຄີ ແລະ ນຳພາປະຊາຊົນທຸກຊົນເຜົ່າ ເພື່ອສືບຕໍ່ເສີມຂະຫຍາຍ ລັດທິສັງຄົມນິຍົມຕາມສີສັນຂອງຈີນ ພາຍໃຕ້ການນຳພາຂອງ ພັກກອມມູນິຈີນ ທີ່ມີ ທ່ານ ສີຈິນຜິງ ເປັນຜູ້ນຳພາ ນັບຕັ້ງແຕ່ກອງປະຊຸມພັກກອມມູນິດຈີນ ຄັ້ງທີ 18 ຜ່ານມາ.
ໃນກອງປະຊຸມຄັ້ງນີ້, ພັກກອມມູນິດຈີນ ຈະໄດ້ຮັບຮອງເອົາຄະນະຊຸດໃໝ່, ພ້ອມແຜນພັດທະນາປະເທດຊາດສຳລັບຊຸມປີຕໍ່ໜ້າ ແລະ ຈະໄດ້ມີການສຶກສາຄົ້ນຄວ້າສະຖານະການພາຍໃນ ແລະ ຕ່າງປະເທດ, ພິຈາລະນາເຖິງເງື່ອນໄຂ ດ້ານການພັດທະນາຂອງພັກ ແລະ ປະເທດຊາດ ກໍຄືຄວາມ ຄາດຫວັງຂອງປະຊາຊົນຈີນ.
ຂ່າວ: ມະນີທອນ.

No comments:
Post a Comment