ຂປລ. ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດ, ອົງການສະຫະປະຊາຊາດປະຈຳ ສປປ ລາວ ຈັດງານສະເຫລີມສະຫລອງວັນອາຫານໂລກ 16 ຕຸລາ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ ໃນວັນທີ 17 ຕຸລາ 2017 ພາຍໃຕ້ຄຳຂວັນທີ່ວ່າ “ລົງທຶນໃສ່ການຄ້ຳປະກັນສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການຍ້າຍຖິ່ນຖານໃນອະນາຄົດ” ແລະ “ກ້າວໄປສູ່ສັງຄົມ ສັນຕິສຸກ ແລະ ເພື່ອທຸກຄົນ”.
ໃນໂອກາດນີ້, ທ່ານ ພວງປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ຮູ້ວ່າ: ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫລາຍສັດຕະວັດແລ້ວ ເຊິ່ງຕະຫລອດໄລຍະຜ່ານມາ ໂລກຂອງພວກເຮົາ ໄດ້ພົບກັບໄພພິບັດທາງທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະຍາດ, ຄວາມສັບສົນວຸ້ນວາຍຂອງສັງຄົມ, ເສິກສົ່ງຄາມ ຕະຫລອດຮອດວິກິດການຕ່າງໆ ໄດ້ເຮັດໃຫ້ບັນຫາຄວາມທຸກຍາກ ແລະ ໄພອຶດຫິວຍິ່ງເພີ່ມຂຶ້ນ. ດັ່ງນັ້ນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວັນທີ 16 ຕຸລາ ຂອງແຕ່ລະປີເປັນວັນອາຫານໂລກ ໂດຍເລີ່ມແຕ່ປີ 1980 ປັດຈຸບັນຄົບຮອບ 37 ປີ, ຕໍ່ມາອົງການສະຫະປະຊາຊາດ ກໍໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ໂດຍເລີ່ມແຕ່ປີ 1992 ເປັນຕົ້ນມາ ແລະ ມາຮອດປີ 2003 ລັດຖະບານແຫ່ງ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ.
ດັ່ງນັ້ນ, ສະເຫລີມສະຫລອງວັນອາຫານໂລກ 16 ຕຸລາ ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ແມ່ນມີຄວາມໝາຍສຳຄັນທີ່ສຸດ ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈວ່າຄວາມທຸກຍາກ ແລະ ໄພອຶດຫິວ ແມ່ນປະກົດການທາງສັງ ຄົມໜຶ່ງ ທີ່ພວກເຮົາສາມາດລຶບລ້າງໃຫ້ໝົດໄປໄດ້.
ຂ່າວ: ຈັນທະລອນ; ພາບ ເກດສະໜາ


No comments:
Post a Comment