ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ
ປະທານປະເທດຟິລິບປິນ ໄດ້ລົງຢ້ຽມຢາມເມືອງມາຣາວີ ເກາະມິນດາເນົາ ເພື່ອໃຫ້ກຳລັງໃຈທະຫານ
ແລະ ປະຊາຊົນໃນເຂດດັ່ງກ່າວ ພ້ອມທັງປະກາດວ່າເມືອງມາຣາວີ
"ປາສະຈາກຈາກອິດທິພົນຂອງກຸ່ມການຮ້າຍ" ແລະ ພາລະກິດຂອງລັດຖະບານນັບຈາກນີ້ຄືການຟື້ນຟູເມືອງມາຣາວີໃຫ້ກັບມາສົມບູນໄດ້ຫຼາຍທີ່ສຸດ, ແຕ່ພົນຕີ ເຣສຕິຕູໂຕ ປາດິນລາ ໂຄສົກກອງທັບຟິລິບປິນກ່າວວ່າ
ເຈົ້າໜ້າທີ່ບາງສ່ວນຍັງຄົງປະຕິບັດການຊ່ວຍເຫຼືອປະຊາຊົນອີກປະມານ 20 ຄົນ ທີ່ຖືກກຸ່ມກໍ່ການຮ້າຍປະມານ 30
ຄົນຄວບຄຸມຕົວໄວ້.
ເຊິ່ງການປະກາດດັ່ງກ່າວຂອງທ່ານ
ດູເຕເຕ ເກີດຂຶ້ນພາຍຫຼັງກອງທັບຟິລິບປິນຢືນຢຫນການເສຍຊີວິດຂອງທ້າວ ອິສນີລອນ ຮາປີລອນ
ຜູ້ນຳລະດັບສູງຂອງກຸ່ມອາບູ ໄຊຢາບ ແລະ ທ້າວ ໂອມານຄາຢຳ ເມົາເຕ
ລະຫວ່າງການສູ້ຮົບກັບທະຫານເມື່ອວັນຈັນທີ່ຜ່ານມາ ໂດຍໂອມານຄາຢຳ
ຖືເປັນແກນນຳຄົນສຳຄັນຂອງກຸ່ມກະບົດເມົາເຕ
ເຊິ່ງປີດສາກໂຈມຕີໃນເມືອງມາຣາວີເມື່ອທ້າຍເດືອນພຶດສະພາ 2017 ທີ່ຜ່ານມາ ສົ່ງຜົນໃຫ້ຜູ້ນຳຟິລິບປິນປະກາດເສິກຢູ່ເກາະມິນດາເນົາ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ມີຄຳຢືນຢັນຢ່າງເປັນທາງການຈາກເຈົ້າໜ້າທີ່
ກ່ຽວກັບຊະຕາກຳຂອງທ້າວ ອັບດຸນເລາະ ເມົາເຕ ອ້າຍຂອງໂອມານຄາຢຳ ແຕ່ສື່ໃນຟິລິບປິນລາຍງານວ່າເສຍຊີວິດຈາກການສູ້ຮົບຕັ້ງແຕ່ເດືອນສິງຫາ
ທີ່ຜ່ານມາ.ຂະນະທີ່ຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເມືອງມາຣາວີ
ແລະ ເຂດໃກ້ຄຽງຢູ່ທີ່ປະມານ ຫຼາຍກວ່າ 1,000 ຄົນ ສ່ວນໃຫຍ່ເປັນສະມາຊິກຂອງກຸ່ມເມົາເຕ
ເຊິ່ງປະກາດເຂົ້າຮ່ວມກັບກຸ່ມ IS ແລະ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງລັດຖະບານອີກປະມານ 120 ຄົນ
ແຕ່ຄວາມຮຸນແຮງທີ່ເກີດຂຶ້ນສົ່ງຜົນໃຫ້ປະຊາຊົນໃນເຂດດັ່ງກ່າວກວ່າ 400,000 ຄົນຕ້ອງໄດ້ອົບພະຍົບໜີ.


No comments:
Post a Comment