ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະຮັບຜິດຊອບຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018 ໄດ້ແຈ້ງໃຫ້ຮູ້ ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ເມື່ອທ້າຍອາທິດຜ່ານມານີ້ວ່າ: ການທ່ອງທ່ຽວເປັນຂະແໜງ ການເສດຖະກິດໜຶ່ງ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຫລາຍປະເທດໃນທົ່ວໂລກ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນຂະແໜງການເສດຖະກິດປາຍແຫລມ ເພື່ອພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ, ເນື່ອງຈາກວ່າການທ່ອງທ່ຽວ ໄດ້ນຳເອົາເງິນຕາຕ່າງປະເທດ ເຂົາມາໃນປະເທດ, ຊຸກຍູ້ການລົງທຶນ ທາງທຸລະກິດທີ່ກ່ຽວຂ້ອງໂດຍທາງກົງ ແລະ ທາງອ້ອມ ເຊັ່ນ: ທຸລະກິດການນຳທ່ຽວ, ທຸລະກິດການພັກແຮມ, ທຸລະກິດການບໍລິການອາຫານ, ການຂົ່ນສົ່ງ, ການຂາຍເຄື່ອງທີ່ລະນຶກ, ທັງເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂະແໜງບໍລິການ ແລະ ການຜະລິດກະສິກຳ, ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່, ທັງກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ຊົນນະບົດຫ່າງໄກສອກຫລີກ ແລະ ອື່ນໆ.
ດ້ວຍເຫດນີ້, ລັດຖະບານລາວ ຈຶ່ງໄດ້ເອົາໃຈໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວລາວ ນັບມື້ຫລາຍຂຶ້ນ , ເຊິ່ງໃນປີ 2000 ມີນັກທ່ອງທ່ຽວເຂົ້າມາລາວ 737.000 ກວ່າຄົນ, ມີລາຍຮັບ 113 ລ້ານກວ່າໂດລາສະຫະລັດ, ໃນປີ 2015 ມີນັກທ່ອງທ່ຽວເພີ່ມຂຶ້ນເປັນ 4 ລ້ານກວ່າຄົນ,ມີລາຍຮັບ 725 ລ້ານກວ່າໂດລາສະຫະລັດ ແລະ ຄາດຄະເນໃນປີ 2020 ຈະມີນັກທ່ອງທ່ຽວເຖິງ 6 ລ້ານກວ່າຄົນ ແລະ ຈະມີລາຍຮັບເກືອບ 1 ຕື້ ໂດລາສະຫະລັດ.
ຂ່າວ: ຈັນທະລອນ: ພາບ: ເກດສະໜາ

No comments:
Post a Comment