ເຈົ້າພໍ່ອີຄອມເມີດສັນຊາດຈີນຢ່າງອາລີບາບາ ແຈ໊ກມ ຫມ່າ ກຳລັງຈະກາຍເປັນນັກສະແດງ ສິລະປະປ້ອງກັນໂຕໃນຮູບເງົາເລື່ອງ Gong Shou Daoທີ່ກຳກັບໂດຍນັກສະແດງໜັງບູ້ຊື່ ດັງ ເຈ໊ທ ລີ ແຖມມີ ຈາ ພະນົມ ດາຣາໄທຮ່ວມເປັນສ່ວນໜຶ່ງໃນຫນັງເລື່ອງນີ້ນຳເວັບໄຊ Jetli.com ລາຍງານວ່າ ແຈັກ ຫມ່າ ຜູ້ກໍ່ຕັ້ງອາລີບາບາກຣຸບ ກຳລັງຈະໄດ້ເປັນນັກ ສະແດງຫລັກໃນໜັງເລື່ອງ Gong Shou Daoໂດຍເນື້ອເລື່ອງແມ່ນຈະກ່ຽວກັບສີລະປະປ້ອງ ກນຕົວຂະແໜງຕ່າງໆ ເຊັ່ນ: ໄທຊິ, ກັງຟູ ແລະສີລະປະການຕໍ່ສູ້ແບບປະສົມ
ທັ້ງຍັງມີນັກສະແດງຄິວບູ້ທີ່ມີຊື່ສຽງອີກຈຳນວນຫນຶ່ງມາເສີມ ບໍ່ວ່າຈະເປັນ ຫົງ ຈິນ ເປົາ, ຊິງ ຊິວ-ທັງ, ເຈິນ ຈື່ຕັນ, ແຈັກກີ້ ວູ, ໂຈວ ຊື່ຫມິງ(ນັກມວຍຊື່ດັງຊາວຈີນ), ແຈັກກີ້ ຫວງ, ອາຊະຊູ ຣິວ, ນາຕາຊາ ຫລິວ, ເຈັທ ລີ ນັກສະແດງຫນັງບູ້ຊື່ດັງຊາວຈີນ, ແລະນັກສະແດງຍອດນັກ ບູ້ຊາວໄທຢ່າງ ຈາ ພະນົມຢ່າງໃດກໍ່ຕາມຫນັງເລື່ອງ Gong Shou Dao ມີກຳນົດເຂົ້າສາຍໃນໂຮງຮູບເງົາ ຊ່ວງເດືອນ ພະຈິກນີ້





No comments:
Post a Comment