Monday, 30 October 2017
ຄະດີໂຫດ...!!! ຜູ້ຢູ່ເບື້ອງຫຼັງຄາດຕະກໍາ ພີ່ນ້ອງຮ່ວມສາຍເລືອດ ຈາກ 16 ປີ ເພີ່ມເປັນ 20 ປີ
ຄະດີຄາດຕະກໍາ ຜູ້ເປັນອ້າຍຮ່ວມສາຍເລືອດດຽວກັນ ຊື່ທ້າວ ແກ້ວອຸດອນ ອາຍຸ 31 ປີ ( ຜູ້ເສຍຊີວິດ ) ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຄາລົດຟໍຈູນເນີ ຢູ່ເສັ້ນທາງຕັດໃໝ່ ບ້ານໜອງບົວທອງ-ບ້ານໜອງບຶກ ໃນວັນທີ 10 ກັນຍາ 2014 ເຊິ່ງຜູ້ຢູ່ເບື້ອງຫຼັງເຫດຄາດຕະກໍາແມ່ນ ນາງ ອານິສາ ຫຼື ຫຼ້ານ້ອຍ ສີຍະວົງ ອາຍຸ 23 ປີ ຢູ່ບ້ານໜອງບົວທອງເໜືອ ເມືອງຈັນທະບູລີ ຖືກສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຕັດອິດສາລະພາບ 16 ປີ ໃນປີ 2014. ແຕ່ຍາດພີ່ນ້ອງຜູ້ເສຍຊີວິດ ເຊິ່ງເປັນໂຈດທາງແພງບໍ່ພໍໃຈຕໍ່ຄໍາຕັດສິນຂອງສານຂັ້ນຕົ້ນ ຈຶ່ງຈໍອຸທອນພິຈາລະນາຕັດສິນຄືນໃໝ່ເປັນຂັ້ນອຸທອນ.
ຫຼ້າສຸດ ມາວັນທີ 25 ກັນຍາ 2017 ຄະນະສານອາຍາຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີດັ່ງກ່າວຄືນໃໝ່ ໂດຍຕັດສິນເປັນຂັ້ນອຸທອນ. ຜ່ານການພິຈາລະນາບັນດາສໍານວນຄະດີ ບວກກັບຫຼັກຖານອັນໃໝ່; ດັງນັ້ນ, ຈຶ່ງພິພາກສາຕັດອິດສາລະພາບ ນາງ ອານິສາ ຫຼື ຫຼ້ານ້ອຍ ທີ່ໄດ້ກະທໍາຜິດຢ່າງໂຫດຫ້ຽມ, ເປັນອັນຕະລາຍ ແລະ ຄົບອົງປະກອບຂອງການກະທໍາຜິດແທ້ ສານຈຶ່ງຕັດສິນຈໍາຄຸກຕະຫຼອດຊີວິດ ປັບໃໝ 5.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍທາງແພ່ງ ຈໍານວນເງິນ 150.000.000 ກີບ. ແຕ່ຜ່ານການປະຕິບັດໂທດໃນຄ້າຍຄຸ້ມຂັງ-ດັດສ້າງ ຈໍາເລີຍມີຄວາມກິນແໜງແຄງໃຈ ຈຶ່ງເຫັນຄວນລົງໂທດຕົວຈິງ ຕັດອິດສະລະພາບ 20 ປີ ປັບໃໝ 5.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍທາງແພ່ງ ຈໍານວນເງິນ 150.000.000 ກີບ ແລະ ສ່ວນທ້າວ ສົມພົງ ເປັນພຽງແຕ່ຜູ້ສົມຮູ້ຮ່ວມຄິດ ແລະ ຊອກຫາມືປືນເທົ່ານັ້ນ ຈຶ່ງເຫັນຄວນລົງໂທດໃຫ້ຈໍາເລີຍ 2 ຈໍາຄຸກ 10 ປີ ປັບໃໝ ຈຳນວນ 2.000.000 ກີບ ໃນສະຖານຄາດຕະກໍາ.
ຄະດີດັ່ງກ່າວມີຢູ່ວ່າ: ທ້າວ ແກ້ວອຸດອນ ( ຜູ້ເສຍຊີວິດ ) ແລະ ນາງ ອານິສາ ( ຈໍາເລີຍ 1 ) ເປັນລູກເອື້ອຍ-ລູກນ້ອງກັນ. ເບື້ອງຕົ້ນ ປີ 2014, ນາງ ອາລີນາ ໄດ້ຕິດຫຼິ້ນ ແລະ ຕິດການພະນັນ ເມື່ອເປັນແນວນັ້ນ, ທ້າວ ແກ້ວອຸດອນ ( ລູກປ້າ ) ໄດ້ບອກສອນໃນນາມເປັນອ້າຍ-ນ້ອງ ເຮັດໃຫ້ຈໍາເລີຍ 1 ເກີດຄວາມຄຽດແຄ້ນ. ຈຶ່ງໄດ້ຕິດຕໍ່ຫາ ທ້າວ ສົມພົງ ( ຈໍາເລີຍ 2 ) ທີ່ຮູ້ຈັກກັນທາງສື່ອອນລາຍ ( ເຟດສະບຸກ ) ເພື່ອໃຫ້ຊອກຄົນມາຄາດຕະກໍາ ທ້າວ ແກ້ວອຸດອນ ໂດຍຈະໃຫ້ຄ່າຈ້າງ 500.000 ບາດ ແລະ ທ້າວ ສົມພົງ ຈະໄດ້ເງິນ 100.000 ບາດ; ຈາກນັ້ນ, ທ້າວ ສົມພົງ ( ຈໍາເລີຍ 2 ) ໄດ້ໂທລະສັບຫາ ທ້າວ ແອັດ ( ຄົນໄທ ) ເຊິ່ງເປັນມືປືນ ພາຍຫຼັງຕົກລົງກັນໄດ້ແລ້ວ ມາວັນທີ 8 ກັນຍາ 2014 ທ້າວ ແອັດ ແລະ ທ້າວ ແຮັກ ( ຄົນໄທ ) ມືປືນ ເດີນທາງເຂົ້າມາລາວ, ໂດຍເຂົ້າມາທາງເມືອງສາລະຄາມ ແຂວງວຽງຈັນ ແລ້ວຈ້າງລົດຕູ້ໂດຍສານມາລົງຄິວລົດຢູ່ຕະຫຼາດສີໄຄ. ຈາກນັ້ນ, ຈໍາເລີຍ 2 ກໍຂີ່ລົດໄປຮັບເອົາມືປືນທັງສອງມາພັກຢູ່ເຮືອນພັກແຫ່ງໜຶ່ງ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ. ພາຍຫຼັງມາຮອດແລ້ວ ນາງ ອານິສາ ໄດ້ເອົາຂໍ້ມູນ ແລະ ລາຍງານການເຄື່ອນໄຫວ ທ້າວ ແກ້ວອຸດອນ ໃຫ້ທ້າວ ສົມພົງ ( ຈໍາເລີຍ 2 ) ແລະ ມືປືນ ເພື່ອຈະຊອກໂອກາດລົງມື.
ມາວັນທີ 10 ກັນຍາ 2014 ເວລາປະມານ 8:30 ໂມງ ນາງ ອານິສາ ( ຈໍາເລີຍ 1 ) ໄດ້ໂທລະສັບບອກໃຫ້ ທ້າວ ສົມພົງ ( ຈໍາເລີຍ 2 ) ພາມືປືນໄປລໍຖ້າຢູ່ທາງຕັດໃໝ່ເຂດໜອງບົວທອງ-ໜອງບຶກ ເພາະຈະບອກ ທ້າວ ແກ້ວອຸດອນ ຜ່ານໄປເສັ້ນທາງດັ່ງກ່າວ. ເມື່ອໄປຮອດ ຈໍາເລີຍ 2 ໄດ້ເອົາໂທລະສັບໃຫ້ທ້າວ ແອັດ ໄວ້ ເພື່ອລໍຖ້ານາງ ອານິສາ ໃຫ້ສັນຍານ. ພາຍຫຼັງທ້າວ ແກ້ວອຸດອນ ຂີ່ລົດອອກຈາກເຮືອນ ນາງ ອານິສາ ໄດ້ໂທຫາມືປືນວ່າເປົ້າໝາຍໄດ້ອອກໄປແລ້ວ. ພາຍຫຼັງນັ່ງຖ້າໄລຍະໜຶ່ງ ກໍເຫັນ ທ້າວ ແກ້ວອຸດອນ ຄ່ອຍຂີ່ລົດລຽບແຄມທາງມາບ່ອນນັດໝາຍ. ຈາກນັ້ນ, ທ້າວ ແອັດ ແລະ ທ້າວ ແຮັກ ໄດ້ຂີ່ລົດຈັກໄປຮຽງຂ້າງແລ້ວຍິງປືນໃສ່ ທ້າວ ແກ້ວອຸດອນ ຈໍານວນຫຼາຍນັດ ເຮັດໃຫ້ລົດຂອງທ້າວ ແກ້ວອຸດອນ ເສຍຫຼັກລົງທົ່ງນາ.
ສ່ວນມືປືນທັງສອງກໍພາກັນຂີ່ລົດກັບໄປບ້ານພັກ ຫຼັງຈາກນັ້ນ, ທ້າວ ສົມພົງ ( ຈໍາເລີຍ 2 ) ໄດ້ບອກໃຫ້ມືປືນໜີກັບໄປປະເທດໄທ. ເມື່ອນາງ ອານິສາ ( ຈໍາເລີຍ 1 ) ໄດ້ຮູ້ວ່າທ້າວ ແກ້ວອຸດອນ ເສຍຊີວິດແລ້ວ ກໍນຳໄປເບິ່ງແລ້ວໂທຫາພໍ່ແມ່ ແລະ ເອື້ອຍຂອງທ້າວ ແກ້ວອຸດອນ ມາ. ຫຼັງຈາກນັ້ນ, ຈໍາເລີຍ 1 ກັບໄປປ່ຽນເຄື່ອງຢູ່ເຮືອນທີ່ບ້ານໜອງບົວທອງ ແລ້ວກັບມາບ່ອນເກີດເຫດອີກ. ພໍໄປຮອດກໍຖືກເຈົ້າໜ້າທີ່ກັກຕົວໄປສອບສວນຂະຫຍາຍຜົນ ຈົນສາມາດກັກຕົວ ທ້າວ ສົມພົງ ມາດໍາເນີນຄະດີ.
ໂດຍ: ປ້ອງກັນຄວາມສະຫງົບ
----------------
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment