Friday, 20 October 2017

ລັດຖະບານ ຕ້ອງເລັ່ງແກ້ໄຂໂຄງການທີ່ບໍ່ປະຕິບັດຕາມສັນຍາ



ພາຍຫຼັງ​ສະມາຊິກ​ສະພາແຫ່ງ​ຊາດ (​ສສຊ) ໄດ້​ປະກອບຄຳ​ຄິດ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງລັດຖະບານ ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ ແຜນ​ງົບປະມານແຫ່ງ​ລັດ ແລະ ແຜນ​ເງິນຕາ​ ປະຈຳ​ສົກ​ປີ 2017 ແລະ ທິດ​ທາງແຜນການ ປະຈຳ​ປີ 2018 ສຳເລັດ​ໃນ​ວັນ​ທີ 19 ຕຸລາ 2017 ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຢູ່​ຫ້ອງ​ວ່າການ​ສູນ​ກາງ​ພັກ ໂດຍ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງຊາດ ມີ​ຮອງ​ປະທານ​ສະພາ​ແຫ່ງຊາດ ແລະ ບັນດາ ​ສສຊ ເຂົ້າຮ່ວມ.
ສ່ວນ​ພາກ​ບ່າຍ​ຂອງ​ວັນ​ດຽວກັນ ບັນດາ​ສະມາຊິກ​ສະພາ​ແຫ່ງຊາດ ​ແມ່ນ​ໄດ້​ສືບຕໍ່​ປະກອບ​ຄຳຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ຕໍ່​ບົດລາຍ​ງານ​ຜົນ​ການ​ກວດກາ​ຕາມຜົນ​ການ​ກວດ​ສອບ​ຕໍ່​ກອງ​ປະຊຸມສະໄໝ​ສາມັນ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ເປັນຕົ້ນແມ່ນ​ການ​ກວດກາ​ໂຄງການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ​ຂອງ​ລັດ ສົກ​ປີ 2013-2014 ເຊິ່ງ​ໃນ​ສົກ​ປີ​ດັ່ງກ່າວ​ນີ້ ມີ​ໂຄງການ​ນອກ​ແຜນ ຈຳນວນ 118 ໂຄງການ ລວມ​ມູນ​ຄ່າ 1.151,96 ຕື້​ກີບ ຜ່ານ​ການ​ກວດກາ​ເຫັນໂຄງການ​ທີ່​ຊຳລະ​ຂາດ​ຕົວ​ແລ້ວ 100% ມີ​ຈຳນວນ 55 ໂຄງການ ລວມ​ມູນ​ຄ່າ 116,97 ຕື້​ກີບ ແລະ ຍັງ​ຄ້າງ 63 ໂຄງການ ມູນ​ຄ່າຕາມ​ສັນຍາ 1.034,99 ຕື້​ກີບ ຊຳລະ​ແລ້ວ 137,85 ຕື້​ກີບ ແລະ ຍັງ​ຄ້າງ​ຊຳລະ 897,11 ຕື້​ກີບ.


ການ​ກວດກາ​ຕາມ​ຜົນ​ກວດສອບ ສົກ​ປີ 2014-2015 ມີ​ໂຄງການ​ກໍ່ສ້າງ​ສູນ​ພັດທະນາ​ສີມືແຮງ​ງານ ​ທີ່​ປະມູນ​ບໍ່​ຖືກ​ລະບຽບການ​ຢູ່​ແຂວງ​ຈຳປາ​ສັກ ມູນ​ຄ່າ 19 ຕື້​ກີບ ຜ່ານ​ການ​ກວດກາ ເຫັນ​ວ່າການ​ກໍ່ສ້າງ​ຕົວ​ຈິງ​ໄດ້ເຮັດ​ຕາມ​ການ​ອອກ​ແບບ ແລະ ມູນ​ຄ່າ​ການ​ກໍ່ສ້າງ​ກໍ່​ເໝາະ​ສົມ ມີ​ໂຄງການ​ນອກ​ແຜນ​ຢູ່​ແຂວງອັດ​ຕະ​ປື ຈຳນວນ 62 ໂຄງການ ມູນ​ຄ່າ​ຕາມ​ຜົນ​ການ​ກວດ​ສອບແມ່ນ 117,70 ຕື້​ກີບ ແຕ່​ຜ່ານການ​ກວດກາ​ເຫັນ​ວ່າ ມູນ​ຄ່າການ​ກໍ່ສ້າງ​ຕາມ​ສັນຍາແມ່ນ 121,53 ຕື້​ກີບ ໃນ​ນີ້ ມີ​ໂຄງການມູນ​ຄ່າ 18,16 ຕື້​ກີບ ແມ່ນ​ນອນໃນ 118 ໂຄງການ​ນອກ​ແຜນ ສົກ​ປີ 2013-2014 ຍັງ 55 ໂຄງການ ມູນ​ຄ່າ 103,37 ຕື້​ກີບ ແມ່ນ​ໂຄງການ​ນອກ​ແຜນ ສົກ​ປີ 2014-2015 ເຊິ່ງ​ເຫັນ​ວ່າການປະຕິບັດ​ຕົວ​ຈິງ​ຫຼາຍ​ອັນ ​ບໍ່​ເຮັດຕາມ​ການ​ອອກ​ແບບ ແລະ ມີໜ້າ​ວຽກ​ຈຳນວນ​ໜຶ່ງ​ບໍ່​ໄດ້​ປະຕິບັດ ລວມ​ມູນ​ຄ່າ 378,37 ລ້ານກີບ.



ຕໍ່​ກັບ​ບັນຫາ​ດັ່ງກ່າວ ສະ​ມາຊິກ​ສະພາ​ແຫ່ງ​ຊາດ​ ໄດ້​ສະເໜີ​ວິທີ​ແກ້​ໄຂ​ຜົນ​ຂອງ​ການ​ກວດກາຕາມ​ຜົນ​ການ​ກວດ​ສອບ ຄື: ສະເໜີ​ໃຫ້​ລັດຖະມົນຕີ​ກະຊວງ ອົງການ ຫົວໜ້າ​ອົງການ​ທຽບ​ເທົ່າ ອົງການ​ປົກຄອງ​ທ້ອງຖິ່ນ ຫຼື ເປົ້າໝາຍ​ທີ່​ຖືກ​ກວດ​ສອບ​ເປັນ​ເຈົ້າການ ​ແກ້​ໄຂ​ຜົນ​ຂອງ​ການ​ກວດກາ​ຕາມ​ຜົນ​ການ​ກວດ​ສອບ​ໃຫ້ເຂັ້ມ​ງວດ ເດັດຂາດ ແລະ ທັນການ​ຕາມ​ທີ່​ກົດໝາຍ​ກວດກາ​ລັດກຳນົດ​ໄວ້ ກະຊວງ​ແຜນການ ແລະ ການ​ລົງທຶນ ເປັນ​ຜູ້​ກວດຄືນ ແລະ ລົບ​ມູນ​ຄ່າ​ໂຄງການ​ທີ່​ໄດ້ຊຳລະ​ແລ້ວ ຈຳນວນ 179,64 ຕື້ກີບ ອອກ​ຈາກ​ສາລະບານ​ງົບ​ປະມານ ແລະ ສົມທົບ​ກັບ​ເຈົ້າ​ຂອງໂຄງການ ​ລົບ​ມູນ​ຄ່າ​ໜ້າ​ວຽກ​ທີ່​ບໍ່ໄດ້​ເຮັດ​ເງິນ​ວ່າ​ຈ້າງ​ບໍລິສັດ​ທີ່​ປຶກສາ ແລະ ເງິນ​ແຮ​ໂຄງການ​ທີ່ບໍ່​ໄດ້​ນຳ​ໃຊ້​ອອກ​ຈາກ​ມູນ​ຄ່າ​ລວມ​ຂອງ​ໂຄງການ ຊີ້​ນຳ​ກະຊວງ​ການເງິນ​ນຳ​ໃຊ້​ມາດ​ຕະການ ​ເພື່ອ​ໃຫ້ບັນດາ​ບໍລິສັດ​ທີ່​ນຳ​ເຂົ້າ​ພາຫະນະກົນ​ຈັກ​ບໍ່​ຖືກຕ້ອງ ແລະ ນຳ​ໃຊ້​ບໍ່ຖືກ​ເປົ້າ​ໝາຍ​ມາ​ເສຍ​ພາສີ-ອາກອນ ຈຳນວນ 14,08 ຕື້​ກີບ ແກ້ໄຂ​ພາຫະນະ​ທີ່​ນຳ​ເຂົ້າ​ບໍ່​ຖືກຕ້ອງ ແລະ ເກັບ​ກູ້​ຄືນ​ເງິນ​ທີ່​ປ່ອຍ​ໃຫ້ບຸກຄົນ ນິຕິບຸກຄົນ​ຢືມ​ທີ່​ຍັງ​ຄ້າງ ຈຳນວນ 59,92 ຕື້​ກີບ ຫຼື ອາດດຳເນີນ​ຄະດີ​ຕາມ​ກົດໝາຍ ແລະ ອື່ນໆ.


ຂໍຂອບໃຈ: ນສພ ວຽງຈັນໃໝ່

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...