ໃນວັນທີ20/10/2017ເວລາ
10:30ນາທີ ໜ່ວຍກູ້ຊີບອົງການກາ
ແດງລາວໄດ້ຮັບແຈ້ງວ່າມີສົບຟູ ເມື່ອໜ່ວຍກູ້ຊີບໄປເຖິງ
ສະຖານທີ່ເກີດເຫດກໍ່ໄດ້ພົບເຫັນສົບທີ່ຟູຂຶ້ນຈາກໜ້ານໍ້າເຊິ່ງເປັນເພດຊາຍ1ຄົນ
ສະນັ້ນອາສາສະໝັກກູ້ຊີບຈຶ່ງໄດ້ນຳເອົາສົບຂຶ້ນມາເພື່ອສົ່ງຕໍ່ໃຫ້ຍາດຕິພີ່ນ້ອງນຳເອົາໄປເຮັດພິທີທາງສາສະໜາຕໍ່ໄປ.
#ຕາມການບອກເລົ່າຂອງຍາດຕິພີ່ນ້ອງ ສົບຂອງຜູ້ກ່ຽວໄດ້ຫາຍສາຍສູນຕັ້ງແຕ່ວັນທີ 31/09/17 ຈາກເຫດການເຮືອຫລົ້ມແລະຍາດຕິພີ່ນ້ອງກໍ່ໄດ້ຄົ້ນຫາຮ່າງກາຍຂອງຜູ້ກ່ຽວມາຫລາຍວັນພໍສົມຄວນແຕ່ກໍບໍ່ເຫັນ ຈົນຕົກມາຮອດວັນທີ 20/10/17 ໄດ້ມີປະຊາຊົນພົບເຫັນສົບຂອງຜູ້ກ່ຽວທີ່ແຄມນຳງື່ມ ບ້ານ ທ່າຫງ່ອນ ເມືອງ ໄຊທານີ ຟູຂຶ້ນຈາກນໍ້າ ຈຶ່ງໄດ້ແຈ້ງຫາໜ່ວຍງານທີ່ກ່ຽວຂ້ອງອອກກວດສອບຈຶ່ງໄດ້ຮູ້ແມ່ນສົບທີ່ຫາຍຈາກການເຮືອຫລົ້ມໃນຄັ້ງນັ້ນ
ໜ່ວຍກູ້ຊີບຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານຂື້ນສູ່ສະຫວັນຊັ້ນຟ້າດ້ວຍເທີນ ຂໍຂອບໃຈ
#ອຸບັດຕິເຫດຫຼືເຈັບປ່ວຍສຸນເສີນ
ໃຫ້ການຊ່ວຍເຫຼືອ24ຊົ່ວໂມງ.






No comments:
Post a Comment