Monday, 16 October 2017

ເຂດເສດຖະກິດພິເສດ ສ້າງຄວາມໝັ້ນໃຈແກ່ນັກລົງທຶນ ຕ່າງປະເທດ



ຂປລ. ການ​ພັດທະນາ ​ແລະ ຄຸ້ມ​ຄອງເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ ​ແລະ ເຂດ​ເສດຖະກິດ​ພິ​ເສດ ​ໄຊ​ເສດ​ຖາກ​ວມລວມ (ຂພສ) ຂອງ​ລັດຖະບານ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ​ໄດ້​ສ້າງ​ຄວາມ​ເຊື່ອໝັ້ນ ​ໃຫ້​ແກ່​ບັນດາ​ບໍລິສັດ​ທີ່​ມີ​ຊື່ສຽງ ​ແລະ ນັກ​ລົງທຶນ​ ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ, ອັນ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຖ່າຍ​ທອດ​ຄວາມ​ຮູ້​ເຕັກ​ໂນ​ໂລ​ຊີ ​ໃຫ້​ແກ່​ແຮງ​ງານ​ລາວ ​ໄດ້​ຫລາຍ​ກວ່າ 15.000 ຄົນ. ນັບ​ແຕ່​ທ້າຍ​ປີ 2015 ​ເຖິງ​ປັດຈຸບັນ ສາມາດ​ມອບ​ລາຍ​ຮັບ​ເຂົ້າ​ງົບປະມານ​ຂອງ​ລັດ ​ໄດ້ 43 ຕື້​ກີບ, ພ້ອມ​ນັ້ນຍັງ​ມີ​ການ​ນຳ​ເຂົ້າ​ວັດຖຸ ​ແລະ ອຸປະກອນ​ການກໍ່ສ້າງ​ທັງໝົດ ມູນ​ຄ່າ 1.300 ລ້ານ​ໂດ​ລາ​ສະຫະລັດ, ທັງ​ສາມາດ​ສົ່ງ​ອອກ​ສິນຄ້າ ມູນ​ຄ່າ 568 ລ້ານ​ໂດ​ລາ​ສະຫະລັດ.

 ທ່ານ ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຊີ້​ໃຫ້​ເຫັນ​ວ່າ: ການ​ພັດທະນາ ​ແລະ ຄຸ້ມ​ຄອງ ​ເຂດ​ເສດຖະກິດ​ພິ​ເສດ ​ໄດ້​ນຳ​ໃຊ້​ເນື້ອ​ທີ່​ດິນ​ຢ່າງ​ມີ​ຈຸດ​ສຸມ ແລະ ມີປະສິດທິຜົນ ທາງດ້ານເສດຖະກິດ, ສ້າງມູນຄ່າເພີ່ມທີ່ດິນຢູ່ເຂດຫ່າງໄກສອກຫລີກ. ການຈັດສັນ ແລະ ຊົດເຊີຍທີ່ດິນ ສ່ວນໃຫຍ່ ແມ່ນນຳໃຊ້ທຶນຮອນຂອງຜູ້ພັດທະນາ ​ເພາະພາຍຫລັງໝົດອາຍຸ​ສຳ​ປະທານ ທີ່​ດິນ​ດັ່ງກ່າວ​ຈະ​ໄດ້​ມອບ​ຄືນ​ໃຫ້​ລັດ ຍົກ​ເວັ້ນທີ່​ດິນ​ເປັນ​ຂອງ​ເອກະ​ຊົນ​ພາຍ​ໃນ. ​ປັດຈຸບັນ ຂພສ ມີ​ທັງໝົດ 12 ​ເຂດ ​ໄດ້​ນຳ​ໃຊ້​ທີ່​ດິນ​ຕາມ​ສັນຍາ​ສຳ​ປະທານ​ແລ້ວ​ເກືອບ 20 ພັນ​ເຮັກຕາ. ທັງ​ສອງ ຂພສ ​ໄດ້​ປະກອບສ່ວນ​ສຳຄັນ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ເຂດ​ຫ່າງ​ໄກ​ສອກຫລີກ, ສ້າງ​ຕົວ​ເມືອງ​ໃໝ່​ໃນ​ຊົນນະບົດ, ​ເຂດ​ນິຄົມ​ອຸດສາຫະກຳ ​ແລະ ​ເຂດ​ທ່ອງ​ທ່ຽວ ທີ່​ຕິດ​ພັນ​ກັບ​ທຳ​ມະ​ຊາດ ​ແລະ ວັດທະນະທຳ ​ເຮັດ​ໃຫ້ຊົນນະບົດ​ ມີ​ໃບໜ້າ​ໃໝ່ ​ແລະ ຊ່ວຍ​ຍົກ​ລະດັບ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ເຂດ​ດັ່ງກ່າວ ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ຢ່າງ​ໃດ​ກໍ​ຕາມ ທ່ານ ສຸພັນ ​ແກ້ວ​ມີ​ໄຊ ລະບຸ​ຕື່ມວ່າ: ຜ່ານ​ມາ ຂພສ ມີ​ນະ​ໂຍບາຍ​ສົ່ງ​ເສີມ​ທີ່​ດີ ​ແຕ່​ທາງ​ດ້ານ​ນິຕິ​ກຳ​ ບໍ່ທັນໜັກ​ແໜ້ນພຽງພໍ ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ຕົວ​ຈິງ​ ພົບ​ຄວາມ​ຫຍຸ້ງຍາກ ​ໂດຍ​ສະ​ເພາະ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ການ​ສ້າງ​ຄວາມ​ເຊື່ອໝັ້ນ​ໃຫ້​ແກ່​ນັກ​ລົງທຶນ​ລາຍ​ໃຫຍ່ ທີ່​ຈະ​ຕັດ​ສິນ​ໃຈ​ນຳ​ເອົາ​ທຶນຮອນ​ ມາ​ລົງທຶນ​ພັດທະນາ​ເຂດ​ນີ້ ​ເພາະ​ປະ​ເທດ​ເພື່ອນ​ບ້ານ​ ທີ່​ກຳລັງ​ມີ​ການ​ແຂ່ງຂັນສ້າງ ຂພສ ຕາມ​ຊາຍ​ແດນ, ​ເຊິ່ງມີ​ການ​ປັບປຸງ​ນິຕິ​ກຳ​ ​ແລະ ກົນ​ໄກ​ການຄຸ້ມ​ຄອງທີ່​ເຂັ້ມ​ແຂງ ເພື່ອ​ຍາດ​ແຍ່ງ​ການ​ລົງທຶນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...