Monday, 16 October 2017
ຜ່ານໄປ 4 ປີແລ້ວ! ກັບເຫດການ QV301
ລະນຶກເຫດການ QV301 - 16 ຕຸລາ 2013
-----------------------------
#ຫຼຽວເບິ່ງອາດີດ ມື້ນີ້ ໂທລະໂຄ່ງຂໍລະນຶກເຖິງເຫດການວັນທີ 16 ຕຸລາ 2013, ເຖິງເວລາຈະຜ່ານມາ 4 ປີ ແລ້ວ, ແຕ່ເຫດການຄັ້ງນັ້ນ ຍັງຄົງຕິດຕາຊາວລາວທັງຊາດ. ແລະ ເປັນເຫດການສູນເສຍຄັ້ງຍິ່ງໃຫຍ່.
ຫຼາຍຄອບຄົວໄດ້ສູນເສຍພໍ່, ແມ່, ອ້າຍ, ເອື້ອຍນ້ອງ ເພື່ອນມິດສະຫາຍ, ເມື່ອນົກຍັກ QV301 ບໍ່ສາມາດຜ່າກະແສລົມມໍລະສຸມລົງສູ່ເດີນບິນໄດ້, ໂຊກຮ້າຍຖືກພັດຕົກລົງກາງຂອງ ທຸກຊີວິດໃນຍົນດັບສິ້ນ, ແມ້ແຕ່ເຮືອບິນທີ່ແຂ່ງແກ່ນກໍ່ແຕກຫັກເປັນຊິ້ນແຕກແຍກກັນ.
ອຸປະຕິເຫດເຮືອບິນ ATR:72-600 ຖ້ຽວບິນ QV 301 ຂອງລັດວິສາຫະກິດການບິນລາວຕົກລົງນ້ຳຂອງຢູ່ເມືອງປາກເຊ, ແຂວງຈຳປາສັກເມື່ອວັນທີ 16 ຕຸລາ 2013 ວ່າ: ຖ້ຽວບິນດັ່ງກ່າວແມ່ນຈາກນະຄອນຫລວງວຽງຈັນ-ປາກເຊ, ແຂວງຈຳປາສັກເວລາປະມານ 14:40 ໂມງ, ມີຈຸບິນ 5 ຄົນ ແລະ ຜູ້ໂດຍສານ 44 ຄົນ, ຫລັງຈາກບິນອອກຈາກສະໜາມບິນສາກົນວັດໄຕແລ້ວລ້ຽວຊາຍມຸ້ງໜ້າສູ່ແຂວງອຸບົນລາຊະທານີ (ປະເທດໄທ) ພາຍໃຕ້ການຄວບຄຸມຈະລາ ຈອນທາງອາກາດຂອງບາງກອກ (ປະເທດໄທ) ເພື່ອບິນເຂົ້າສູ່ສະໜາມບິນປາກເຊເວລາ 15: 50 ໂມງ, ເຊິ່ງນັກບິນໄດ້ເລີ່ມ ຜ່ອນຄວາມສູງມຸ່ງໜ້າສູ່ທິດຕາເວັນອອກສ່ຽງໃຕ້, ຂະນະນັ້ນຢູ່ອ້ອມຮອບບໍລິເວນສະໜາມບິນປາກເຊໄດ້ມີຝົນຟ້າຄະນອງ ແລະ ຝົນຕົກ ນັກບິນໄດ້ຕັດສີນໃຈສືບຕໍ່ຜ່ອນຄວາມສູງເພື່ອລົງເດີນ, ແຕ່ເມືອເຫັນວ່າເຮືອບິນລົງຕ່ຳເກີນປົກກະຕິຈຸບິນໄດ້ຕັດສີນໃຈບິນຂຶ້ນຄືນດ້ວຍມຸມລ້ຽວຂວາໃຫຍ່ເກີນໄປເຮັດໃຫ້ເຮືອບິນເສຍຄວາມສູງໄປຕຳໃສ່ຕົ້ນໄມ້ຈາກນັ້ນໄປຕຳກັບດອນ ແລະ ແຕກກະຈາຍລົງສູ່ນ້ຳ ຂອງ, ເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນເສຍຊີວິດທັງໝົດ.
ເບິ່ງພາບແລະເຫດການ QV301 ໄດ້ທີ່ : http://www.tholakhong.com/search/label/QV301
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment