Sunday, 29 October 2017

ອັບເດດຂ່າວເຫດເດັກນ້ອຍຕາຍ 3 ຄົນຍ້ອນເຂົ້າຈີ່, ເມຍຢືນຢັນ ຜົວບໍ່ເຄີຍຫຼິ້ນແສ້ພານສາວ






ມື້ນີ້ມີຂ່າວດັງສະນັ່ນຫວັ່ນໄຫວທົ່ວບ້ານທົ່ວເມືອງເລື່ອງເດັກນ້ອຍ 3 ຄົນເສຍຊີວິດ ໂດຍອ້າງວ່າພໍ່ເດັກນ້ອຍເປັນຄົນຂ້າ ເຮັດໃຫ້ສັງຄົມພາກວິຈານກັນທົ່ວບ້ານທົ່ວເມືອງ ຕ່າງກໍ່ຕີລາຄາໄປໃນຫຼາຍແງ່, ຫຼາຍຄົນວ່າເຈົ້າໜ້າທີ່ຈັບຜູ້ເປັນພໍ່ໄປແລ້ວ ແຕ່ແຫຼ່ງຂ່າວພວກເຮົາໄປຢາມຄອບຄົວດັ່ງກ່າວແລງມື້ນີ້ທຸກຄົນຍັງຢູ່ຄົບ ແລະກຳລັງພາກັນໄປສົ່ງຊະການລູກສາວກົກທີ່ເສຍຊີວິດ.
ສຳລັບສາເຫດທີ່ຄົນຕີລາຄາວ່າພໍ່ຂອງເດັກທັງ 3 ເປັນຄົນວາງຢາຂ້າລູກໂຕເອງນັ້ນ ຕາມການສອບຖາມເບື່ອງຕົ້ນຜູ້ເປັນພໍ່ຈາກທີມຂ່າວພວກເຮົາໄດ້ຄຳຕອບວ່າ: ໃນມື້ເກີດເຫດເຈົ້າໜ້າທີ່ຕຳຫຼວດໄດ້ຖາມຜູ້ເປັນພໍ່ວ່າພໍ່ຈະເອົາເລື່ອງແບບໃດ ຫຼື ຈະນຳຄະດີນີ້ໃຫ້ເຖິງທີ່ສຸດບໍ? ແລະລາວຕອບວ່າບໍ່ຮູ້ຈະດຳເນີນແນວໃດ ໃນຄວາມໝາຍຂອງລາວກໍ່ຄືບໍ່ຮູ້ທິດທາງຈະໄປຕໍ່ເພາະລາວເປັນປະຊາຊົນທີ່ບໍ່ມີການສຶກສາບໍ່ມີຄວາມຮູ້ຫຍັງຈິ່ງບໍ່ຮູ້ຈະເຮັດຈັ່ງໃດ ອີກອັນໜຶ່ງເຫດການເກີດຂຶ້ນສົດໆ ຍັງຄິດຫຍັງບໍ່ອອກຍັງບໍ່ທັນປຶກສາພີ່ນ້ອງທາງໃດເລີຍຈິ່ງຕອບໄປແບບນັ້ນ ຊຶ່ງນີ້ອາດເປັນສາເຫດໃຫ້ຕຳຫຼວດຕີລາຄາວ່າພໍ່ເປັນຄົນລົງມືຂ້າກໍ່ເປັນໄປໄດ້.
ສຳລັບການເຄື່ອນໄຫວຂອງເຈົ້າໜ້າທີ່ຕໍ່ຄອບຄົວຜູ້ເສຍຫາຍນີ້ແມ່ນມີພຽງມື້ດຽວໃນຕອນໄປຜ່າເອົາອະໄວຍະວະ ເທົ່ານັ້ນຫຼັງຈາກນັ້ນກໍ່ບໍ່ໄດ້ໄປຫາອີກ ຄາດວ່າຈະໄປຫາໃໝ່ເພື່ອສອບຖາມຂໍ້ມູນເພີ່ມເຕີມໃນມື້ອື່ນນີ້.
ເພື່ອຄວາມກະຈ່າງແຈ້ງຕໍ່ຂໍ້ກ່າວຫາຂອງສັງຄົມທີ່ວ່າຜູ້ເປັນພໍ່ຢາກໄດ້ເມຍນ້ອຍຈິ່ງຫາແຜນຂ້າເມຍ ແຕ່ລູກມາກິນນັ້ນທາງທີມຂ່າວພວກເຮົາໄດ້ສຳພາດຜູ້ເປັນເມຍກໍ່ຄືແມ່ຂອງເດັກນ້ອຍຜູ້ເສຍຊີວິດເຊັ່ນດຽວກັນ ຊຶ່ງຜູ້ເປັນເມຍຕອບວ່າ ນັບແຕ່ແຕ່ງງານກັນມາເປັນຜົວເມຍກັນຜູ້ເປັນຜົວແມ່ນບໍ່ເຄີຍຫຼິ້ນແສ້ພານສາວ, ບໍ່ເຄີຍຜິດກັນຮຸນແຮງ ລູກແຕ່ລະຄົນພໍ່ກໍ່ຮັກສະເໝີພາບໄປໃສຟ້າວກັບບໍ່ໄດ້ຫຼິ້ນສາວດັ່ງທີ່ເປັນຂ່າວ ຫຼື ແມ່ນແຕ່ການເອີ້ນເຖົ້າແກ່ແນວໂຮມມາວ່າຄວາມກັນກໍ່ບໍ່ເຄີຍມີ ສະຫຼຸບຄືບໍ່ມີການຄວາມຈິງຄືເພັສຂ່າວຕ່າງໆຂຽນ.
ແຕ່ແນ່ນອນລູກທັງ 3 ຄົນເສຍຊີວິດຍ້ອນກິນເຂົ້າຈີ່ທີ່ພໍ່ຊື້ມາ ສະນັ້ນເຈົ້າໜ້າທີ່ອາດຕ້ອງສືບສວນສອບສວນເພື່ອຮູ້ທີ່ໄປທີ່ມາຂອງເລື່ອງໃຫ້ກະຈ່າງແຈ້ງຂຶ້ນ ຫາກຜູ້ເປັນເມຍກໍ່ບໍ່ຄິດວ່າຈະແມ່ນຜົວເປັນຄົນຂ້າ ເນື່ອງຈາກຄອບຄົວນີ້ທຸກຍາກຫຼາຍບໍ່ມີເງື່ອນໄຂໄປຫຼິ້ນສາວໄດ້ ມື້ທີ່ຜົວມາວຽງ ແລະຊື້ເຂົ້າຈີ່ກັບບ້ານນັ້ນກໍ່ຍ້ອນຄວາມທຸກຍາກ ແລະມາຫາບ່ອນຮັບຈ້າງເປັນກຳມະກອນ. ແນວໃດກໍ່ດີ ເລື່ອງລາວຈະເປັນໄປແນວໃດແທ້ຕ້ອງລໍຖ້າຄຳຢືນຢັນຈະເຈົ້າໜ້າທີ່ຜູ້ເພິ່ນຈະເຮັດໜ້າທີ່ດຳເນີນການສືບສວນສອບສວນຕາມຂະບວນການຂອງກົດໝາຍ, ສ່ວນຕອນນີ້ຍັງເປັນພຽງລົມປາກຈາກສັງຄົມເທົ່ານັ້ນ.
ທີ່ມາ: ລາວອັບເດດ | Hmong update | ຟັງຂ່າວ​99

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...