Sunday, 29 October 2017
ເປີດປີທ່ອງທ່ຽວລາວ 2018ຢ່າງເປັນທາງການ
ບຸນນະມັດສະການພະທາດຫລວງ 2017
ໃນຕອນແລງຂອງມື້ນີ້ 28 ຕຸລາ ພະນະທ່ານ ທອງລຸນ ສີສຸລິດ ໄດ້ປະກາດເປີດງານປີທ່ອງທ່ຽວລາວ 2018 ແລະ ບຸນນະມັດສະການພະທາດຫລວງ 2017 ໂດຍມີ ບັນດາລັດຖະມົນຕີ ຮອງລັຖະມົນຕີ, ເຈົ້າຄອງນະຄອນຫລວງວຽງຈັນ, ທູຕານຸທູດ ແລະ ຕາງຫນ້າອົງການຈັດຕົ້ງສາກົນ ແລະ ຊາວນະຄອນຫລວງວຽງຈັນເຂົ້າຮວ່ມຢ່າງຫລວງຫລາຍ.
ສະເພາະກິດຈະກຳປີທ່ອງທ່ຽວທີ່ສຳຄັນໃນທົ່ວປະເທດ ມີ 18 ກິດຈະກຳທີ່ເປັນເຫດການອັນພົ້ນເດັ່ນຂອງແຕ່ລະແຂວງໃນຂອບເຂດທົ່ວປະເທດ ໃນນັ້ນປະກອບມີ:
1. ບຸນປີໃຫມ່ຊົນເຜົ່າກຶມມຸ ແຂວງອຸດົມໄຊຸ
2. ບຸນເສົາຫລັກເມືອງ 10 ຊົນເຜົ່າແຂວງເຊກອງ
3.ບຸນພະບາດໂພນສັນ ບໍລິຄຳໄຊ
4. ບຸນຊົນເຜົ່າຫລວງນຳ້ທ່າ
5. ເທດສະການດອກງິ້ວບານບ່ໍແກ້ວ
6. ບຸນຊ້າງໄຊຍະບູລີ
7. ບຸນວັດພູຈຳປາສັກ
8. ບຸນພະທາດສີໂຄດຄຳມ່ວນ
9. ປີໃຫມ່ລາວ ຫລວງພະບາງ
10. ງານສະເຫລີມສະຫລອງແກ້ວຫລັກເມືອງ ແລະ ທ່ຽວຊົມຖຳ້ທ່ານຜູ້ນຳ ຫົວພັນ
11. ບຸນຊວ່ງເຮືອສາລະວັນ
12. ບຸນນະມັດສະການພະທາດຫລວງວຽງຈັນ
13. ບຸນຊ່ວງເຮືອເມືອງຂວາຜົ້ງສາລີ
14. ບຸນພະທາດອີງຮັງສະຫວັນນະເຂດ
15. ບຸນກິນຈຽງທີ່ຊຽງຂວາງ
16. ບຸນກິນຈຽງຫລັກ 52 ແຂວງວຽງຈັນ
17. ບຸນກິນຈຽງແຂວງໄຊສົມບູນ
18. ງານນະນະມັດສະການພະເຈົ້່າໄຊເສດຖາແຂວງອັດຕະປື.
ສຳລັບການຈັດງານບຸນນະມັດສະການພະທາດຫລວງໃນຄັ້ງນີ້ແມ່ນພິເສດ ເພາະໄດ້ຈັດຂຶ້ນພາຍຫລັງທີ່ຫາກໍສຳເລັດການບູລະນະພະທາດຫລວງໃນນັ້ນຈອມພະທາດແມ່ນເຮັດດ້ວຍຄຳຫລາຍ ກິໂລ ແລະ ມີງານວາງສະແດງສິນຄ້າຫນຶ່ງເມືອງຫນຶ່ງຜະລິດຕະພັນ ODOP, ສິນຄ້າອຸດສາຫະກຳ-ຫັດຖະກຳ, ສິນຄ້າຂອງຄອບຄົວຕົວແບບ, ສິນຄ້າເອສເອັມອີ, ມີການວາງສະແດງຜະລິດຕະພັນທ່ອງທ່ຽວຈາກພາຍໃນແລະ ຕ່າງປະເທດ,ການສະແດງສິລະປະວັດທະນະທຳ, ວາງສະແດງເຮືອນຊົງລາວຈຳລອງ, ແລະ ກິດຈະກຳທາງສາສະຫນາບູຊາພະທາດຫລວງ ແລະ ອື່ນຽ.
ງານວາງສະແດງສິນຄ້າບຸນນະມັດສະການພະທາດຫຼວງປີນີ້ຈັດຂຶ້ນຢູ່ສອງບ່ອນ ຄື ຢູ່ລາວ ໄອເຕັກ ມີ 460 ຮ້ານຈາກລາວ ແລະ ຕ່າງປະເທດ ແລະ ຢູ່ເດີ່ນພະທາດຫຼວງມີ 640 ຮ້ານ ໃນນັ້ນມີສາມຮ້ານ ແມ່ນຮ້ານວາງສະແດງຈາກຕ່າງປະເທດ.
ນອກນີ້ຄະນະກຳມະການຈັດງານຍັງໄດ້ກະກຽມຜື້ນທີ່ອ້ອມຮອບພະທາດຫຼວງ ແລະ ບໍລິເວນໃກ້ຄຽງເປັນບ່ອນນັ່ງຊົມຂະບວນແຮ່ພາສາດເຜິ້ງຢູ່ທາງທິດເໜືອຂອງທາດຫຼວງ ແລະ ຍັງມີການກະກຽມຜື້ນທີ່ບໍລິເວນເດີ່ນພະທາດຫຼວງ ແລະ ບໍລິເວນໃກ້ຄຽງໄວ້ໃຫ້ປະຊາຊົນສາມາດຊົມການແຂ່ງຂັນຕີຄີ ໃສ່ບາດ ແລະ ວຽນທຽນອີກດ້ວຍ ທັງນີ້ກໍເພື່ອໃຫ້ມີມວນຊົນ ແລະ ພະສົງສາມາດເຂົ້າຮ່ວມສະເຫຼີມສະຫຼອງບຸນນະມັດສະການພັດທາດຫຼວງໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.
#ຂປລ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...







No comments:
Post a Comment