Sunday, 22 October 2017

ໄຊຍະບູລີ ສົ່ງອອກສິນຄ້າກະສິກຳ ບັນລຸ 24 ລ້ານກວ່າໂດລາ

ໃນ 9 ເດືອນຜ່ານມາ ແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າໄປຕ່າງປະເທດ ແລະ ແຂວງໃກ້ຄຽງຫລາຍກວ່າ 26 ລ້ານໂດລາ ໃນນີ້ປະເພດຜະລິດຕະພັນກະສິກໍາກວມເອົາຫຼາຍກວ່າໝູ່.ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານຂໍ້ມູນຕໍ່ນັກຂ່າວເຮົາວ່າ: ໃນ 9 ເດືອນຜ່ານມາທົ່ວແຂວງ ໄຊຍະບູລີ, ສົ່ງອອກສິນຄ້າໄປຕ່າງປະເທດ ແລະ ແຂວງໃກ້ຄຽງມີມູນຄ່າທັງໝົດ 26.4 ລ້ານກວ່າໂດລາ ທຽບໃສແຜນການປີປະຕິບັດໄດ້ 75% ສິນຄ້າທີ່ສົ່ງອອກສ່ວນຫຼາຍແມ່ນປະເພດຜະລິດຕະພັນກະສິກໍາມີມູນຄ່າ 24 ລ້ານກ່ວາໂດລາ, ເຄື່ອງປ່າຂອງດົງມີ 1 ລ້ານໂດລາແລະ ສິນຄ້າອື່ນໆອີກ.
ຂະນະທີ່ສິນຄ້ານຳເຂົ້າຈາກຕ່າງປະເທດມີມູນຄ່າ 4 ລ້ານກ່ວາໂດລາ, ທຽບໃສແຜນການປີປະຕິບັດໄດ້ 15.45% ໃນນີ້ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນເຄື່ອງອຸປະໂພກ, ບໍລິໂພກ ເຄື່ອງການຜະລິດເຊັ່ນ: ອຸປະກອນກໍ່ສ້າງ, ເຄື່ອງໄຟຟ້າ, ພາຫະນະ, ແນວພັນ ແລະ ອຸປະກອນຮັບໃຊ້ອື່ນໆ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...