ຂ່າວເສດຖະກິດ-ການຄ້າ Lao Economic Daily ໄດ້ລາຍງານວ່າ: ໃນໄລຍະຫຼັງໆມານີ້ ທ່ານຜູ້ອ່ານຈະຄຸ້ຍເຄີຍກັບບັນດິດໃໝ່ທີ່ຮຽນຈົບມາຈຳນວນຫຼາຍ ທັງວິທະຍາໄລພາກລັດ ແລະ ເອກະຊົນຈຳນວນຫຼາຍພັນຄົນທີ່ໃຫ້ເຫັນຢູ່ເລື່ອຍໆກ່ຽວກັບພິທີມອບ-ຮັບໃບປະກາດສະນີຍາບັດ. ຫຼ້າສຸດ, ເມື່ອທ້າຍອາທິດຜ່ານມາ ວິທະຍາໄລ ສອນພິທັກລາວ ໄດ້ຈັດພິທີສະຫຼຸບສົກຮຽນພ້ອມມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາທີ່ຮຽນຈົບຄືກັບສະຖາບັນແຫ່ງອື່ນໆ ເຊິ່ງມີ ນັກສຶກສາອອກຮັບໃຊ້ສັງຄົມຈຳນວນ 210 ຄົນ, ຍິງ 73 ຄົນ.
ທ່ານ ປະນົມສອນ ຫຼວງສຸວັນນະວົງ ຜູ້ອໍານວຍການວິທະຍາໄລ ກ່າວວ່າ: ວິທະຍາໄລ ສອນພິທັກລາວ ເປັນສູນກາງການສຶກສາພາກເອກະຊົນແຫ່ງໜຶ່ງ ໂດຍໄດ້ຮັບອະນຸຍາດສ້າງຕັ້ງຈາກກະຊວງສຶກສາທິການ ແລະ ກິລາ, ເປີດການຮຽນ-ການສອນ ໃນສົກຮຽນ 2015-2016 ເປັນຕົ້ນມາ ໃນສາຂາວິຊາການພັດທະນາ ໂປຼແກຣມເມີ, ພາສາອັງກິດທຸລະກິດ ແລະ ສາຂາ ການເງິນ-ການບັນຊີກວດສອບບັນຊີ, ສອນໂດຍຄູ-ອາຈານ ທີ່ມີປະສົບການທັງພາຍໃນ ແລະ ຕ່າງປະເທດ.
ມາຮອດມື້ນີ້, ວິທະຍາໄລພວກເຮົາໄດ້ກໍ່ສ້າງຊັບພະຍາກອນມະນຸດລະດັບຊັ້ນສູງອອກຮັບໃຊ້ສັງຄົມເປັນຄັ້ງທຳອິດ ໂດຍມີນັກສຶກສາສຳເລັດການສຶກສາລະດັບຊັ້ນສູງໃນສາຂາວິຊາການພັດທະນາໂປຣແກຣມເມີ ແລະ ພາສາອັງກິດທຸລະກິດ ໃນສົກຮຽນ 2015-2016 ແລະ 2016-2017 ລຸ້ນທີ 1 ມີນັກສຶກສາທີ່ສອບເສັງຜ່ານ ຈຳນວນ 79 ຄົນ, ຍິງ 25 ຄົນ ແລະ ລຸ້ນທີ່ 2 ມີນັກສຶກສາສອບເສັງຜ່ານຈຳນວນ 131 ຄົນ, ຍິງ 48 ຄົນ.
ແຕ່ສິ່ງທີ່ສັງຄົມໃຫ້ຄວາມເຫັນຢ່າງໜາຫູໃນໄລຍະນີ້ ແມ່ນບັນຫານັກສຶກສາທີ່ຮຽບຈົບມາໃໝ່ໆ ແລ້ວພວກເຂົາຈະໄປເຮັດວຽກຫຍັງ? ຢູ່ໃສ? ແລະ ຈະໄດ້ວຽກຕາມທີ່ຕົນເອງຮຽນມາ ຫຼື ບໍ? ເພາະໄລຍະຜ່ານມາເກີດມີກໍລະນີແຫ່ຮຽນຕາມກະແສ ຈຶ່ງເຮັດໃຫ້ເກີດການວ່າງງານຈຳນວນຫຼາຍ ຫຼື ຮຽນບໍ່ຖຶກກັບຄວາມຕ້ອງການ ກໍ່ເຮັດໃຫ້ນ້ອງໆຜູ້ທີ່ຮຽນຈົບມາບໍ່ມີວຽກເຮັດຫຼາຍເຊັ່ນກັນ. ຕໍ່ກັບບັນຫາດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງກໍຄືລັດຖະບານຈະມີວິທີການແກ້ໄຂເລືື່ອງນີ້ແນວໃດ ຕ້ອງຕິດຕາມກັນຕໍ່ໄປ.

No comments:
Post a Comment