Monday, 23 October 2017

ແຂວງອັດຕະປື ພັດທະນາເສດຖະກິດ-ສັງຄົມ ມີທ່າກ້າວຂະຫຍາຍຕົວ




ຂປລ. ​​ທ່າ ນາມ ວິຍະເກດ ​ເຈົ້າແຂວງອັດຕະປື ໄດ້ເປີດເຜີຍໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ໃນປີ 2017 ​ແຂວງອັດຕະປື ດ້ານເສດຖະກິດມະຫາພາກ ມີການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍ​​ຢູ່ໃນລະດັບ 8%, ສະເລ່ຍລາຍຮັບຕໍ່ຫົວຄົນ 15 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫລື ​ເທົ່າກັບ 1.980 ​ໂດລາສະຫະລັດ ຕໍ່ຄົນຕໍ່ປີອັດຕາເງິນເຟີ້ຢູ່ໃນລະດັບ 0,45%, ດ້ານການລົງທຶນ ສາມາດດຶງດູດນັກລົງທຶນ ຈາກພາກເອກະຊົນທັງພາຍໃນ ​ແລະ ຕ່າງປະເທດໄດ້ 4 ໂຄງການ ມີມູນຄ່າທັງໝົດ 40 ກວ່າລ້ານໂດລາສະຫະລັດ ຫລື ປະມານ 325 ຕື້ກີບ. ໃນນັ້ນຂັ້ນສູນກາງອະນຸມັດມີ 1 ​ໂຄງການການລົງທຶນສ່ວນໃຫ່ຍ ແມ່ນສຸມໃສ່ດ້ານກະສິກຳ​, ການບໍລິການ ​ແລະ ການພັດທະນາ ນິຄົມອຸດສາຫະກຳ, ​ໃນໄລຍະ 9 ​ເດືອນຂອງປີ 2017 ສາມາດເກັບລາຍຮັບພາຍໃນແຂວງ ບັນລຸໄດ້ 54 ຕື້ກວ່າກີບ, ເທົ່າກັບ 40% ​ຂອງແຜນການດັດແກ້ລາຍຮັບດຸນດ່ຽງມີ 2 ຮ້ອຍກວ່າຕື້ກີບ, ກວມເອົາ 92% ​ຂອງແຜນການດັດແກ້ປະຕິບັດລາຍຈ່າຍບັນລຸໄດ້ 243 ກວ່າຕື້ກີບ, ກວມເອົາ 69% ຂອງແຜນການດັດແກ້.
ທ່ານ ນາມ ວິຍະເກດ ກ່າວຕື່ມວ່າຄຽງຄູ່ກັບການຂະຫຍາຍຕົວ ທາງດ້ານເສດຖະກິດມະຫາພາກ ໃນດ້ານວຽກງານຂົງເຂດ ວັດທະນະທຳ-ສັງຄົມ ກໍມີການຂະຫຍາຍຕົວເຊັ່ນກັນ ເປັນຕົ້ນອັດຕາການເຂົ້າຮຽນສຸດທິ ຊັ້ນປະຖົມຫລອດເຫລືອ 5, ມັດທະຍົມຕົ້ນ ​ແລະ ຕອນປາຍ ແມ່ນມີອັດຕາເພີ່ມຂຶ້ນອັດຕາການປະລະການຮຽນ ​ແລະ ຄ້າງຫ້ອງມີທ່າອ່ຽງຫລຸດລົງ, ສ່ວນອັດຕາການຮູ້ໜັງສື ຂອງປະຊາຊົນໃນ​​ເກນອາຍຸ 15 ປີ ຂຶ້ນໄປກວມເອົາ99%, ມາຮອດປັດຈຸບັນ ສາມາດປະກາດເມືອງຈົບຊັ້ນປະຖົມໄດ້ແລ້ວມີ 2 ​ເມືອງ ຄື ເມືອງສາມັກຄີໄຊ ​ແລະ ​ເມືອງໄຊເສດຖາດ້ານຄອບຄົວ ແລະ ບ້ານວັດທະນະທຳ ກໍມີອັດຕາເພີ່ມຂຶ້ນ ພື້ນຖານໂຄງລ່າງ ດ້ານການທ່ອງທ່ຽວທຳມະຊາດວັດທະນະທຳ ​ແລະ ​ປະຫວັດສາດ ມີການພັດທະນາ ​ແລະ ​ໄດ້ຮັບການສົ່ງເສີມຢ່າງແຂງແຮງຕາໜ່າງສາທາລະນະສຸກ ໄດ້ກວມເອົາ 100% ​ໃນເຂດຊົນນະບົດຫ່າງໄກສອກຫລີກປ້ອງກັນ ​ແລະ ການສັກຢາກັນພະຍາດໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງການປະຕິບັດນະໂຍບາຍປິ່ນປົວເສຍຄ່າ ​ແລະ ບໍ່ເສຍຄ່າ ມີການເຄື່ອນໄຫວຢ່າງຕັ້ງໜ້າ ​ແລະ ດີຂຶ້ນກວ່າເກົ່າການກໍ່ສ້າງ ​ແລະ ພັດທະນາສີມືແຮງງານ ກໍເຮັດໄດ້ໄປພ້ອມໆກັນກັບການຄຸ້ມຄອງແຮງງານ ທັງພາຍໃນ ​ແລະ ຕ່າງປະເທດການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານຄຸນງາມ ຄວາມດີຕໍ່ການປະຕິວັດ, ຕໍ່ຜູ້ພິການ ​ແລະ ​ເສຍອົງຄະ ກໍຈັດຕັ້ງປະຕິບັດໄດ້ດີສົມຄວນ.
ຂ່າວ: ​ແຂວງອັດຕະປື ວັດທະນາ ຫລວງອາໄພ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...