
ສະມາຄົມຫັດຖະກຳລາວ ໄດ້ຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 16 ປີ 2017 ໄຂຂຶ້ນຢ່າງເປັນທາງການ ວັນທີ 16 ຕຸລາ 2017 ທີ່ສູນການຄ້າລາວ-ໄອເຕັກ ເຊິ່ງງານດັ່ງກ່າວ ໄດ້ເລີ່ມມາແຕ່ວັນທີ 14-22 ຕຸລານີ້ ໂດຍເປັນປະທານຂອງທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍທູຕານຸທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດງານດັ່ງກ່າວຂຶ້ນ ແມ່ນເພື່ອເຕົ້າໂຮມຄວາມສາມັກຄີຂອງຊາວຊ່າງຫັດຖະກຳທຸກໆຊົນເຜົ່າໃນທົ່ວປະເທດ ເພື່ອພ້ອມກັນອະນຸຮັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ພັດທະນາເຄື່ອງຫັດຖະກຳລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນະພາບສາມາດຈຳໜ່າຍຂາຍ ເພື່ອສ້າງລາຍໄດ້ໃຫ້ກັບຕົນມີທຶນຮອນເພື່ອດຳເນີນທຸລະກິດ ແລະ ຊ່ວຍເຫຼືອຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານ ໃນການແກ້ໄຂຄວາມທຸກຍາກ ນອກຈາກນີ້ ຍັງເປັນການສ້າງໂອກາດໃຫ້ກັບຊາວຊ່າງຫັດຖະກຳທີ່ມາຈາກທ້ອງຖິ່ນ ໄດ້ພົບປະແລກປ່ຽນບົດຮຽນນຳກັນ ພົບປະລູກຄ້າ ຫຼື ຄູ່ຄ້າເພື່ອດຳເນີນທຸລະກິດຮ່ວມກັນ ໃນປີນີ້ມີຮ້ານວາງສະແດງເຄື່ອງຫັດຖະກຳປະມານ 200 ກວ່າຮ້ານ ເຄື່ອງຫັດຖະກຳທີ່ນຳມາສະແດງມີຜະລິດຕະພັນຜ້າໄໝ ຜ້າຝ້າຍພື້ນເມືອງ ເຄື່ອງເງິນ ເຄື່ອງທອງເຫຼືອງ ເຄື່ອງປັ້ນດິນເຜົາ ໄມ້ຂວັດ ຜະລິດຕະພັນວັດທະນະທຳ ເຄື່ອງຈັກສານໄມ້ປ່ອງ ຫວາຍ ເຄື່ອງໄມ້ຕ່າງໆ ແລະ ໃນງານຄັ້ງນີ້ຍັງມີກິດຈະກຳ ເປັນຕົ້ນ ກິດຈະກຳສາທິດຜະລິດຕະພັນເຄື່ອງຫັດຖະກຳ ກິດຈະກຳສຳມະນາ ແລະ ການແຂ່ງຂັນຜະລິດຕະພັນດີເດັ່ນເດີນແບບອາພອນລາວ
No comments:
Post a Comment