Tuesday, 17 October 2017

ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ມີກົດໝາຍ 16 ສະບັບ ເຂົ້າພິຈາລະນາ


ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 16 ຕຸລາ 2017 ຢູ່​ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ ໂດຍການ​ເປັນ​ປະທານຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງຊາດ ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການໃຫຍ່ ປະທານ​ປະເທດ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດ​ຖະມົນຕີ ພ້ອມ​ດ້ວຍ​ບັນດາ​ການ​ນຳພັກ-ລັດ ອະດີດ​ການ​ນຳ​ຂັ້ນ​ສູງນັກ​ປະຕິວັດ​ອາວຸໂສ ຜູ້​ຊົງ​ຄຸນ​ວຸດທິ ສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ແຂກ​ຖືກ​ເຊີນ.
ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ກ່າວສູນ​ທອນ​ພົດ​ມີ​ບາງ​ຕອນ​ວ່າ: ປີ 2017 ເປັນ​ປີ​ທີ 2 ຂອງ​ການ​ຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII ເຖິງ​ວ່າ​ສະພາບ​ແວດ​ລ້ອມ ທັງ​ພາກ​ພື້ນ-ສາກົນ ມີ​ທັງ​ກາລະໂອກາດ ແລະ ສິ່ງ​ທ້າ​ທາຍ ໄດ້ສົ່ງ​ຜົນ​ກະທົບ​ແກ່​ການ​ພັດທະນາເສດຖະກິດ-ສັງຄົມຂອງ​ປະເທດ ກໍ່​ຕາມແຕ່​ດ້ວຍ​ຄວາມ​ເອົາໃຈໃສ່​ຊີ້​ນຳ-ນຳພາຂອງພັກ-ລັດຖະ​ບານ ອົງ​ການຈັດຕັ້ງ​ທຸກ​ຂັ້ນ ທັງ​ສູນ​ກາງ ແລະ ທ້ອງຖິ່ນ ບວກກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ເຮັດ​ໃຫ້​ປະເທດ​ຊາດ​ມີ​ສະຖຽນລະ​ພາບ​ທາງ​ດ້ານ​ການເມືອງ ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພໂດຍ​ພື້ນຖານ ແລະ ເສດຖະກິດສືບຕໍ່​ຂະຫຍາຍ​ຢ່າງ​ຕໍ່​ເນື່ອງ ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນກ້າວໆ ເຊິ່ງ​ໃນ​ກອງ​ປະຊຸມ​ທີ່​ມີຄວາມ​ໝາຍ​ຄວາມ​ສຳຄັນ​ຄັ້ງ​ນີ້ ສະພາ​ແຫ່ງ​ຊາດ ຈະ​ໄດ້​ສຸມ​ໃສ່ພິຈາລະນາ ແລະ ຕົກລົງ​ບັນຫາສຳຄັນ​ຂອງ​ຊາດ ຄື: ພິຈາລະນາ ແລະ ຮັບຮອງ​ບົດ​ລາຍ​ງານ​ກ່ຽວກັບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ ແຜນ ງົບປະມານ​ແຫ່ງ​ລັດ ແລະ ແຜນເງິນຕາ ປະຈຳ​ປີ 2017 ແລະ ທິດທາງ 2018 ພິຈາລະນາ ແລະ ຮັບຮອງ​ບົດ​ລາຍ​ງານກ່ຽວ​ກັບການຈັດຕັ້ງ​ປະຕິບັດ​ ແຜນການທ່ອງ​ທ່ຽວ​ໃນ​ຊຸມ​ປີຜ່ານມາ ແລະ ທິດ​ທາງ​ປີ 2018 ເພື່ອ​ຮອງ​ຮັບ​ປີທ່ອງ​ທ່ຽວ​ລາວ ພິຈາລະນາ ແລະ ຮັບຮອງ​ບົດ​ລາຍ​ງານ​ການຈັດຕັ້ງປະຕິບັດ​ການເຄື່ອນໄຫວ ປະຈຳ​ປີ 2017 ແລະ ທິດ​ທາງ​ປີ 2018 ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ແລະ ຮັບຮອງ​ບົດ​ລາຍ​ງານ​ກ່ຽວກັບ​ຜົນ​ການ​ກວດ​ສອບ​ສະຫຼຸບ ຂາດ​ຕົວ​ການຈັດຕັ້ງ​ປະຕິບັດ​ແຜນງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ແລະ ການ​ແກ້​ໄຂ​ຜົນການ​ກວດ​ສອບ​ງົບປະມານ ແລະ ການ​ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ ສົກ​ປີ 2013-2014 ແລະ 2014-2015 ຂອງ​ອົງການ​ກວດກາ​ລັດຖະບານພິຈາລະນາ ແລະ ຮັບຮອງ​ບົດລາຍ​ງານ​ການຈັດຕັ້ງ​ປະຕິບັດ ການເຄື່ອນໄຫວ​ວຽກ​ງານ ປະຈຳປີ 2017 ແລະ ທິດ​ທາງ 2018 ຂອງ​ສານ​ປະຊາຊົນ​ສູງ​ສຸດ ແລະ ໄອ​ຍະ​ການ​ປະຊາຊົນ​ສູງສຸດ ພິຈາລະນາ ແລະ ຮັບຮອງບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດການເຄື່ອນໄຫວ ປະຈຳ​ປີ 2017 ແລະ ທິດ​ທາງ 2018 ຂອງ​ສະພາແຫ່ງ​ຊາດ ພິຈາລະນາ ແລະ ຮັບຮອງ​ການ​ສ້າງ-ປັບປຸງ​ກົດໝາຍ ໃນ​ຂົງເຂດ​ເສດຖະກິດ-ສັງຄົມ ແລະ ຂົງເຂດ​ປົກ​ປ້ອງ​ກົດໝາຍ ຈຳນວນ 16 ສະບັບ ໃນ​ນັ້ນ ມີກົດໝາຍ​ສ້າງ​ໃໝ່ 9 ສະບັບ ປະກອບ​ມີ: ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ປົກ​ປ້ອງ​ຜົນ​ກະທົບ​ຈາກການ​ນຳ​ເຂົ້າ​ສິນຄ້າ ກົດໝາຍ​ວ່າດ້ວຍອຸຕຸນິຍົມ ແລະ ອຸ​ທົກ​ກະສາດ ກົດໝາຍ​ວ່າ​ດ້ວຍວຽກງານ​ກາແດງ​ລາວ ກົດໝາຍ​ວ່າດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສິນ​ສາ​ທາລະນະ ກົດໝາຍ​ວ່າ​ດ້ວຍ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ກົດໝາຍວ່າ​ດ້ວຍ​ລະບົບ​ການ​ຊຳລະ ກົດໝາຍວ່າ​ດ້ວຍ​ການ​ກັນ ແລະ ຄວບ​ຄຸມພະຍາດ​ຕິດຕໍ່ ກົດໝາຍວ່າ​ດ້ວຍຜູ້​ພິພາກສາ ແລະ ກົດໝາຍວ່າ​ດ້ວຍການ​ຈັດ​ຊື້-ຈັດຈ້າງ​ດ້ວຍ​ທຶນ​ຂອງ​ລັດ ພ້ອມ​ກັບກົດໝາຍ​ປັບປຸງອີກ 7 ສະບັບ ປະກອບ​ມີ: ຮ່າງ​ກົດໝາຍ​ວ່າດ້ວຍ​ການ​ດຳເນີນ​ຄະດີ​ອາຍາ ກົດໝາຍວ່າ​ດ້ວຍ​ການ​ກວດກາລັດ ກົດໝາຍ​ວ່າ​ດ້ວຍ​ຜັງເມືອງ ກົດໝາຍ​ວ່າ​ດ້ວຍສັນຊາດ ກົດໝາຍວ່າ​ດ້ວຍ​ອົງການ​ກຳ​ມະບານ​ລາວ ກົດໝາຍວ່າ​ດ້ວຍ​ແຮ່ທາດ ແລະ ກົດໝາຍວ່າ​ດ້ວຍຊັບ​ສິນ​ທາງ​ປັນຍາ ນອກ​ນີ້ ກອງປະຊຸມ​ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ຊີ້ແຈງ​ອະທິບາຍ ກ່ຽວ​ກັບ​ການ​ປັບປຸງ​ການ​ບໍລິຫານ​ລັດ​ໃນ​ທຸກ​ຂັ້ນ ກໍ່​ຄືການ​ຄຸ້ມ​ຄອງ​ແຮງ​ງານລາວ​ຢູ່​ພາຍ​ໃນ-ຕ່າງປະເທດຂອງ​ລັດຖະບານ ຮັບ​ຟັງ​ລາຍງານ​ຜົນ​ການ​ຕິດຕາມ​ກວດກາຂອງ​ສູນ​ກາງ​ແນວ​ລາວ​ສ້າງຊາດ ແລະ ອົງ​ການຈັດຕັ້ງ​ມະຫາຊົນ ຕໍ່​ກັບ​ການ​ປະຕິບັດ​ໜ້າທີ່ຂອງ​ສະພາ​ແຫ່ງ​ຊາດ ໂດຍ​ສະເພາະ​ແມ່ນ ສັງ​ລວມ​ຂໍ້​ສະເໜີຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ ຂອງ​ປະຊາຊົນ​ຕໍ່​ກັບ​ອົງການ​ບໍລິຫານ​ລັດ​ເປັນຕົ້ນ.
ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາແຫ່ງ​ຊາດ ຊຸດ​ທີ VIII ໄລຍະ 25 ວັນ (16 ຕຸລາ-17 ພະຈິກ 2017) ຖື​ເປັນ​ກອງ​ປະຊຸມ​ທີ່​ມີ​ຄວາມໝາຍ​ຄວາມ​ສຳຄັນ​ ຍິ່ງ​ຕໍ່​ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ນິຕິບັນຍັດ ວຽກ​ບໍລິຫານ​ລັດ ກໍ່​ຄືການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ພັດທະນາເສດຖະກິດ-ສັງຄົມ​ຂອງ​ປະເທດຊາດ ດັ່ງນັ້ນ ຂໍ​ເຊີນຊວນ​ປະຊາຊົນ​ບັນດາເຜົ່າ ໃນ​ຂອບ​ເຂດ​ທົ່ວປະເທດ ຈົ່ງ​ໄດ້​ຕິດຕາມ​ກອງ​ປະຊຸມ​ຢ່າງ​ໃກ້ຊິດ ແລະ ສາມາດສະແດງ​ຄວາມ​ຄິດ​ເຫັນ ຂໍ້​ສະເໜີແນະ​ສູ່​ກອງ​ປະຊຸມ​ຄັ້ງ​ນີ້ ໂດຍຜ່ານ​ໂທລະສັບ​ສາຍ​ດ່ວນ​ ໝາຍເລກ 156 ໂດຍ​ບໍ່​ເສຍ​ຄ່າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...