Tuesday, 18 September 2018

ບໍລິສັດໃໝ່ໃນ ອິນເດຍ ພັດທະນາ ໂມງສະຫຼາດ ສຳລັບຄວາມປອດໄພ ຂອງແມ່ຍິງ (Clip)





ມັນເບິ່ງຄືກັບໂມງທຳມະດາທົ່ວໄປ, ແຕ່ໂມງ Safer Pro ຂອງບໍລິສັດ Leaf
Wearables ອາດມີຄວາມສາມາດ ໃນການຊ່ວຍຊີວິດຂອງພວກແມ່ຍິງໄດ້.
ທ່ານ ມານິກ ເມຕາ ກ່າວວ່າ “ມັນມີປຸ່ມສີແດງ ໃຫ້ເຈົ້າບີບ ແລ້ວ ມັນກໍຈະສົ່ງຂໍ້ຄວາມ
ແລະ ສົ່ງສັນຍານເຕືອນໄປທາງອິນເຕີແນັດ ໃຫ້ຄົນຜູ້ທີ່ຮັກແພງເຈົ້າຮູ້ທຸກຄົນ.”
ຜູ້ກໍ່ຕັ້ງບໍລິສັດ ທ່ານ ມານິກ ເມຕາ ເວົ້າວ່າ ໃຫ້ຄິດວ່າ ມັນເປັນຄືກັບສາຍຊູຊີບດິຈິຕອລ.
ກົດປຸ່ມສີແດງ ແລ້ວເນັ້ນມັນໄວ້ ມັນຈະບອກໃຫ້ຜູ້ຕິດຕໍ່ທີ່ໄດ້ຖືກຕັ້ງໄວ້ຫ້າຊື່ຮູ້ວ່າ ຜູ້ທີ່
ໃສ່ໂມງນັ້ນກຳລັງຕົກຢູ່ໃນອັນຕະລາຍ.
ທ່ານ ມານິກ ເມຕາ ຜູ້ກໍ່ຕັ້ງບໍລິສັດ Leaf Wearable ກ່າວວ່າ “ຄວາມຄິດກໍແມ່ນ
ເພື່ອສ້າງອຸປະກອນ ແລະ ເຮັດໃຫ້ທຸກຄົນຮູ້ວ່າ ມັນມີບັນຫາກຳລັງເກີດຂຶ້ນໃນເວລາ
ນັ້ນ.”
ຄວາມສະດວກສະບາຍໃນການກົດປຸ່ມຂໍຄວາມຊ່ວຍເຫຼືອ ແທນທີ່ຈະຄົ້ນຫາໂທລະ
ສັບນັ້ນແມ່ນສຳຄັນຫຼາຍ. ໂມງ Safer Pro ຍັງສາມາດອັດສຽງໄດ້ນຳ.
ທ່ານ ມານິກ ເມຕາ ກ່າວວ່າ “ສຽງນີ້ໄດ້ຖືກສົ່ງໄປຫາຜູ້ຕິດຕໍ່ ໃນເວລາສຸກເສີນທັງ
ໝົດຫ້າຄົນ ສະນັ້ນເຂົາເຈົ້າຈຶ່ງຈະສາມາດມາ ແລະ ໄປຮອດເຈົ້າທັນເວລາ, ແລະ
ມັນກໍຍັງຈະຖືກອັດໄວ້ ເພື່ອຈຸດປະສົງຂອງການໃຊ້ເປັນຫຼັກຖານນຳດ້ວຍ.”
ທ່ານນາງ ອານູ ເຈນ, ຜູ້ກໍ່ຕັ້ງມູນນິທິ Anu and Naveen Jain Women’s safety
XPRIZE“ໃນຂົງເຂດທີ່ປະເທດຕ່າງໆ ເຊິ່ງເປັນບ່ອນທີ່ມີການສໍ້ລາດບັງຫຼວງຢ່າງ
ຫຼວງຫຼາຍນັ້ນ, ມັນຈະເປັນສິ່ງຊ່ວຍຊີວິດທີ່ສຳຄັນແທ້ໆສຳລັບພວກແມ່ຍິງ.”
ໂມງ Safer Pro ບໍ່ແມ່ນອຸປະກອນເທັກໂນໂລຈີຄວາມປອດໄພພຽງອັນດຽວທີ່ມີ ຂາຍ
ຢູ່ໃນຕະຫຼາດ, ແຕ່ເມື່ອບໍ່ດົນມານີ້ ມັນໄດ້ຄວ້າລາງວັນສູງສຸດ ໃນການແຂ່ງຂັນ
XPRIZE ສ້າງອຸປະກອນເພື່ອຄວາມປອດໄພສຳລັບແມ່ຍິງ ໃນຄຸນນະສົມບັດທີ່ໃຊ້
ເທັກໂນໂລຈີຂັ້ນຕໍ່າ.
ທ່ານ ມານິກ ເມຕາ ກ່າວວ່າ “ເມື່ອກັບຄືນໄປເວົ້າເຖິງບ້ານເຮົາເມືອງເຮົາ ແລະ ທຸກໆ
ປະເທດໃນເອເຊຍ ພວກເຮົາຈະຮູ້ວ່າ ລະບົບທັງໝົດນັ້ນບາງເທື່ອແມ່ນຍັງເປັນ 2G
ຢູ່, ຖ້າບ່ອນທີ່ດີແດ່ ກໍຈະເປັນ 3G. ສະນັ້ນຖ້າລະບົບທັງໝົດນັ້ນແມ່ນອີງໃສ່ 2G
ແລ້ວ, ເຈົ້າຈະຕ້ອງເຮັດໃຫ້ແນ່ໃຈວ່າ ອຸປະກອນດັ່ງກ່າວນັ້ນສາມາດໃຊ້ກັບລະບົບ
2G ໄດ້. ມັນເປັນເລື້ອງງ່າຍຂະໜາດນັ້ນ.”
ແລະ ຍ້ອນລາຄາທີ່ຕໍ່າກວ່າ 40 ໂດລານັ້ນ, ບັນດາຜູ້ພັດທະນາອຸປະກອນດັ່ງກ່າວ
ຫວັງວ່າ ເທັກໂນໂລຈີຂອງໂມງ Safer Pro ຈະເຮັດໃຫ້ຜູ້ທີ່ອາດຈະເປັນຜູ້ໂຈມຕີທັງ
ຫຼາຍ ຕ້ອງໄດ້ພາກັນຄິດໃໝ່ ເຖິງສອງຄັ້ງ.
ທ່ານນາງ ອານູ ເຈນ ກ່າວວ່າ “ເວລາມັນຖືກວາງຂາຍຢ່າງເປີດກວ້າງແລ້ວ, ມັນກໍຈະ
ຄ່ອຍໆປ່ຽນແປງແນວຄິດຂອງຄົນຮ້າຍ ຍ້ອນວ່າ ມັນຈະມີຜົນສະທ້ອນໃນທັນທີ.
ນາງຈະໄດ້ຮັບການຊ່ວຍເຫຼືອຢ່າງກະທັນຫັນ. ຄົນຮ້າຍກໍຈະໄດ້ຮັບຜົນກະທົບທີ່ຕິດ
ຕາມມາ.
ບໍ່ວ່າມັນຈະເປັນສາຍຊູຊີບ ຫຼື ການຂັດຂວາງກໍຕາມ, ແຕ່ທ່ານ ເມຕາ ກໍກ່າວວ່າ
ລາວໄດ້ເພັ່ງເລັງໃສ່ການພະຍາຍາມເຮັດໃຫ້ໂລກນີ້ເປັນບ່ອນທີ່ປອດໄພຂຶ້ນກວ່າ
ເກົ່າ.
ທ່ານ ມານິກ ເມຕາ ກ່າວວ່າ “ຖ້າພວກເຮົາສາມາດເຮັດໃຫ້ແມ່ຍິງ 80 ເປີເຊັນໄດ້ຮັບ
ຄວາມປອດໄພນັ້ນ ມັນກໍຍັງຈະແມ່ນເປັນການເລີ່ມຕົ້ນຊື່ໆ, ແມ່ນບໍ່? ມັນບໍ່ແມ່ນ 100
ເປີເຊັນເທື່ອ ແຕ່ແທນທີ່ຈະນັ່ງຢູ່ແຕ່ເຮືອນ ແລະ ຮ້ອງດ່າໂລກໄປທົ່ວ, ນີ້ມັນແມ່ນການ
ເລີ່ມຕົ້ນອັນໃໝ່.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...