Wednesday, 19 September 2018

ສານອ​າ​ຍາສາກົນ ຈະສືບສວນ ການກ່າວຫາ ມີການບັງຄັບ ໃຫ້ຊາວໂຣຮິງຢາ ອອກຈາກ ມຽນມາ

ຫົວໜ້າໄອຍະການຂອງສານອ​າ​ຍາສາກົນ ຫລື ICC ຢູ່ນະຄອນເຮກ ປະກາດ ໃນ
ວັນອັງຄານວານນີ້ວ່າ ທ່ານນາງຈະດໍາເນີນການສືບສວນ ຕໍ່ການກ່າວຫາທີ່ວ່າ ມີ
ການເນ​ລະ​ເທດ​ແບບບັງຄັບ ໃຫ້ຊາວມຸສລິມໂຣຮິງຢາຫຼາຍແສນຄົນອອກຈາກປະ
ເທດໄປຢູ່ໃນບັງກລາແດັສນັ້ນ.
ທ່ານນາງຟາຕູ ເບັນຊູດາ (Fatou Bensouda) ກ່າວຢູ່ໃນຖະແຫລງການສະບັບນຶ່ງ
ວ່າ "ການກວດກາຂັ້ນຕົ້ນ ອາດຈະຕ້ອງໄດ້ມີການກວດເບິ່ງ ການກະທໍາ ທີ່ເປັນການ
ບັງຄັບ ທີ່ຢູ່ໃນການກ່າວຫາ ທີ່ພາໃຫ້ມີການຫລົບໜີຂອງຊາວໂຣຮິງ ຢາຊຶ່ງລວມ
ທັງການບໍ່ໃຫ້ມີສິດພື້ນຖານ, ການເຂັ່ນຂ້າ, ການ​ໃຊ້​ຄວາມ​ຮຸນ​ແຮງທາງ​ເພດ, ການ
ຫາຍສາບສູນແບບຖືກບັງຄັບ, ການທໍາລາຍລ້າງຜານ ແລະ ການປຸ້ນສະດົມ.”
ທະຫານຂອງມຽນມາທີ່ຖືສາສະໜາພຸດ ໄດ້ຖືກກ່າວຫາວ່າ ທໍາການປຸກລະດົມ ໃຫ້
ດັບສູນເຊື້ອຊາດຊາວໂຣຮິງຢາ ທີ່ເປັນຊົນຊາດສ່ວນນ້ອຍນັ້ນ ​ດ້ວຍ​ການຈູດເຜົາ
ບ້ານເຮືອນ, ແລະທໍາການຂົ່ມຂືນ, ທໍລະມານ ແລະຄາດຕະກໍາຕໍ່ເຂົາເຈົ້າ.

ຄາດຄະເນວ່າ ມີຊາວໂຣຮິງຢາ ຫລາຍກວ່າ 700,000 ຄົນພາກັນຫຼົບໜີອອກຈາກ
ປະເທດໄປຢູ່ບັງກລາແດັສທີ່ເປັນປະເທດເພື່ອບ້ານນັ້ນ ນັບແຕ່ເດືອນສິງຫາປີກາຍນີ້.
ເຖິງແມ່ນວ່າ ມຽນມາຈະບໍ່ແມ່ນສະມາຊິກຂອງ ICC ກໍຕາມ ສານດ່ັງກ່າວກໍມີອໍານາດ
ທາງຕຸລາການທີ່ຈະດໍາເນີນຄະດີຕໍ່ປະເທດນັ້ນໄດ້ເພາະວ່າການກໍ່ອາຊະຍາກໍາດັ່ງກ່າວ ມີສ່ວນກ່ຽວພັນກັບບັງກລາແດັສ ທີ່ເປັນສະມາຊິກຂອງສານ ນັ້ນ, ອີງຕາມຄຳ​ເວົ້າ
​ຂອງທ່ານນາງເບັນຊູດາ.
ສານ ICC ​ຊຶ່ງແມ່ນສານສາກົນ ໄດ້ຍື່ນມືເຂົ້າໄປໃນເມື່ອບັນດາເຈົ້າໜ້າທີ່ຂອງປະເທດ
ດັ່ງ​ກ່າວ ບໍ່ຍິນດີທີ່ຈະດໍາເນີນຄະດີ​ການ​ກໍ່ຊະຍາກໍາທີ່ຖືກກ່າວຫານັ້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...