Friday, 21 September 2018

ລັດຖະບານ ຫ້າມພໍ່ຄ້າຕ່າງປະເທດເຂົ້າມາເກັບຊື້ເຂົ້າຢູ່ພາຍໃນ

ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກແຈ້ງການຫ້າມພໍ່ຄ້າຕ່າງປະເທດເຂົ້າມາເກັບຊື້ເຂົ້າຢູ່ພາຍໃນ ແລະ ປັ່ນປ່ວນລາຄາເຂົ້າໂດຍບໍ່ມີໃບທະບຽນວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ ພ້ອມສັ່ງໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງເອົາໃຈໃສ່ຄຸ້ມຄອງລາຄາຊື້-ຂາຍເຂົ້າທຸກຊະນິດຕາມທ້ອງຕະຫຼາດ ບໍ່ໃຫ້ບຸກຄົນ, ຫົວໜ່ວຍທຸລະກິດ ຫຼື ໂຮງສີຕ່າງໆເປັນຕົວແທນເກັບຊື້ເຂົ້າໃຫ້ຊາວຕ່າງປະເທດໂດຍອາໃສໃບທະບຽນວິສາຫະກິດຂອງຄົນລາວ ຫຼື ເອົາເງິນທຶນໃຫ້ເພື່ອເກັບຊື້ ແລະ ກັກຕຸນສິນຄ້າ ສ້າງຄວາມປັ່ນປ່ວນທາງດ້ານລາຄາຊື້ຂາຍ-ເຂົ້າ, ຜູ້ທີ່ມີສິດເກັບຊື້ເຂົ້າຈາກຊາວນາ ຫຼື ກຸ່ມຊາວນາໄດ້ ຕ້ອງແມ່ນສະມາຄົມ/ກຸ່ມໂຮງສີ ຫຼື ທຸລະກິດຊື້-ຂາຍເຂົ້າທີ່ມີໃບທະບຽນໂດຍຖືກຕ້ອງເທົ່ານັ້ນ.
ນແຈ້ງການເລກທີ 1265/ອຄ.ກຄພນ ລົງວັນທີ 17 ກັນຍາ 2018 ໄດ້ລະບຸວ່າ: ປະຈຸບັນໄດ້ເກີດມີພໍ່ຄ້າຄົນກາງຈາກຕ່າງປະເທດເຂົ້າມາເກັບຊື້ເຂົ້ານຳຊາວນາໂດຍພາລະການເພື່ອສົ່ງອອກໄປຕ່າງປະເທດ ແລະ ໄດ້ມີການເກງລາຄາຂຶ້ນສູງກວ່າລາຄາຊື້-ຂາຍຕົວຈິງເຊິ່ງມັນໄດ້ສົ່ງຜົນກະທົບອັນບໍ່ຊອບທຳໃຫ້ແກ່ຫົວໜ່ວຍທຸລະກິດທີ່ໄດ້ເຮັດພັນທະໃຫ້ລັດຖະບານເຊັ່ນ: ພັນທະໃຫ້ແກ່ທະຫານ, ຕຳຫຼວດ, ອົງການຈັດຕັ້ງສາກົນທີ່ເຂົ້າມາຊ່ວຍເຫຼືອເຂດຫ່າງໄກສອກຫຼີກທີ່ຂາດແຄນທາງດ້ານສະບຽງອາຫານ, ພັນທະການເກັບຊື້ເຂົ້າໄວ້ເປັນຄັງແຮຂອງລັດຖະບານ ແລະ ບັນຫາອື່ນໆ ເຮັດໃຫ້ບໍ່ສາມາດແຂ່ງຂັນລາຄາເກັບຊື້ເຂົ້າກັບພໍ່ຄ້າມືກາງຈາກຕ່າງປະເທດໄດ້.


No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...