Sunday, 9 September 2018

ເກົາຫຼີເໜືອ ຈັດການເດີນ ສວນສະໜາມ ກອງທັບ

ຜູ້ນຳຂອງ ເກົາຫຼີເໜືອ ໄດ້ເປັນປະທານໃນການເດີນສວນສະໜາມກອງທັບຂະໜາດ
ໃຫຍ່ໃນວັນອາທິດວານນີ້, ເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີຂອງ ເກົາຫຼີເໜືອ.
ທ່ານ ກິມ ຈົງ ອຶນ, ແນວໃດກໍຕາມ, ບໍ່ໄດ້ກ່າວຄຳປາໄສຕໍ່ຝູງຄົນທີ່ໄດ້ເຕົ້າໂຮມກັນໃນ
ຈະຕຸລັດ ກິມ ອິລ ຊຸງ ຂອງນະຄອນຫຼວງ ພຽງຢາງ.
ການເດີນສວນສະໜາມດັ່ງກ່າວ ປະກອບມີຂະບວນຂອງລົດຖັງ, ລູກສອນໄຟ ແລະ
ໜ່ວຍທະຫານຍ່າງຖືບຕີນຫຼາຍຄະນະ ຈາກທຸກໆຂະແໜງຂອງກອງທັບ.
ແນວໃດກໍຕາມ, ການສະເຫຼີມສະຫຼອງຂອງປີນີ້, ບໍ່ໄດ້ລວມມີລູກສອນໄຟ ທີ່ທັນສະໄໝ
ທີ່ສຸດຂອງປະເທດໂດດດ່ຽວແຫ່ງນັ້ນ.
ໃນທາງກົງກັນຂ້າມ, ການກ່າວຢໍ້າ ໃນປີນີ້ ກໍແມ່ນມາດຕະການຕ່າງໆຕໍ່ພົນລະເຮືອນ
ທີ່ເພັ່ງເລັງໃສ່ການສ້າງສາເສດຖະກິດຂອງ ເກົາຫຼີເໜືອ.
ການເດີນສວນສະໜາມຂອງກອງທັບ ໄດ້ເກີດຂຶ້ນ ໃນເວລາທີ່ລະອຽດອ່ອນ ເປັນພິເສດ
ສຳລັບ ເກົາຫຼີເໜືອ. ເກົາຫຼີເໜືອ ໄດ້ພະຍາຍາມ ທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງກັບ
ສະຫະລັດລົງ ລຸນຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງ ທ່ານ ກິມ ກັບ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຕົ້ນປີນີ້ ທີ່ປະເທດ ສິງກະໂປ.
ຜູ້ນຳທັງສອງທ່ານ ຢາກສຳເລັດຂໍ້ຕົກລົງ ກ່ອນການເລີ່ມຕົ້ນ ຂອງການເຈລະຈາຮອບ
ໃໝ່. ລັດຖະບານ ວໍຊິງຕັນ ຢາກໃຫ້ ເກົາຫຼີເໜືອ ຈິງຈັງກັບການປົດອາວຸດນິວເຄລຍ,
ໃນຂະນະທີ່ ພຽງຢາງ ຮຽກຮ້ອງການຄໍ້າປະກັນຄວາມປອດໄພ ແລະ ການຜ່ອນຜັນ
ອື່ນໆລ່ວງໜ້າ ກ່ຽວກັບ ການລົບລ້າງຄັງອາວຸດນິວເຄລຍຂອງເຂົາເຈົ້າ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...