Thursday, 6 September 2018

ຜູ້ບໍລິຫານ ເຟສບຸກ ແລະທວີດເຕີ ເຂົ້າຮ່ວມ ການຮັບຟັງ ຄໍາໃຫ້ການ ຢູ່ ລັດຖະສະພາ ສຫລ

 ຫົວໜ້າບໍລິຫານຂອງບໍລິສັດເຟສບຸກ (Facebook) ແລະທວີດເຕີ (Twitter) ຢືນ
ຢັນຢູ່ໃນການຮັບຟັງຄໍາໃຫ້ການຂອງລັດຖະສະພາສອງຄັ້ງ ໃນວັນພຸດວານນີ້ວ່າ
ພວກເພິ່ນພະຍາຍາມເປັນຢ່າງຍິ່ງ ທີ່ຈະລະບຸໂຕຜູ້ທໍາການເຄື່ອນໄຫວຕ່າງ ຊາດທີ່
ຢາກສ້າງຄວາມເສຍຫາຍໃຫ້ແກ່ສະຫະລັດ ກ່ອນຈະຮອດການເລືອກຕັ້ງກາງສະໄໝ
ໃນເດືອນພະຈິກທີ່ຈະມາເຖິງນີ້.
ທ່ານນາງ ເຊີຣີລ ແຊນດ໌ເບີຣກ໌ (Sheryl Sandberg) ຫົວໜ້າເຈົ້າໜ້າທີ່ບໍລິຫານ
ງານຂອງເຟສ໌ບຸກ ກ່າວຕໍ່ຄະນະກໍາມະການດ້ານສືບລັບຂອງສະພາສູງວ່າບໍລິສັດ
ຂອງທ່ານນາງດຽວນີ້ “ກໍາລັງຂັດຂວາງຕໍ່ການດໍາເນີນຄວາມພະຍາຍາມລົງທະບຽນ
ແບບຂີ້ຕົວະ ຫລາຍໆລ້ານເທື່ອ ໃນແຕ່ລະມື້ ແລະທຸກໆມື້" ແລະກໍກໍາລັງ "ມີຄວາມ
ກ້າວໜ້າ ໃນການສະກັດກັ້ນຂ່າວບໍ່ຈິງໄວ້." ທ່ານນາງກ່າວວ່າ ການດໍາເນີນຄວາມ
ພະຍາຍາມ ຂອງບໍລິສັດທ່ານນາງເມື່ອມໍ່ໆມານີ້ "ກໍາລັງເລີ້ມຈະເຫັນຜົນແລ້ວ" ແຕ່
ກໍໄດ້ກ່າວເພີ້ມອີກວ່າ "ພວກເຮົາບໍ່ສາມາດລະງັບການແຊກແຊງໂດຍຄົນເຮົາເອງ."

ທ່ານນາງແຊນດ໌ເບີຣກ໌ເວົ້າອີກວ່າ ບໍລິສັດເຟສ໌ບຸກ (Facebook) ກໍາລັງ "ປະຕິບັດ
ງານ ຮ່ວມກັບພວກນັກຊ່ຽວຊານຢູ່ນອກບໍລິສັດ, ພວກທີ່ເປັນພາຄີ ໃນອຸດສາຫະກໍາ
ດັ່ງກ່າວແລະບັນດາລັດຖະບານປະເທດຕ່າງໆລວມທັງຄົນໃນວົງການປະຕິບັດກົດ
ໝາຍ ເພື່ອໃຫ້ພວກເພິ່ນຮູ້ຂໍ້ມູນກ່ຽວກັບພວກທີ່ເປັນໄພຂົ່ມຂູ່ແລະປ້ອງກັນການລະ
ເມີດບໍ່ໃຫ້ເກີດຂຶ້ນ" ເພື່ອເຮັດໃຫ້ການແຊກແຊງເຂົ້າໃນການເລືອກຕັ້ງຂອງອາເມຣິ
ກາຫລຸດຜ່ອນລົງ.

ບໍລິສັດທີ່ໃຫ້ບໍລິການ ດ້ານສື່ສັງຄົມອອນລາຍ ກໍາລັງຖືກກົດດັນ ໃນເລື້ອງຄົນຕ່າງປະ
ເທດເຂົ້າໄປຫຍຸ້ງກ່ຽວໃນການເລືອກຕັ້ງຂອງສະຫະລັດ, ການເຜີຍແຜ່ ຂໍ້ມູນທີ່ບິດເບືອນ,
ຂໍ້ມູນຂອງສ່ວນຕົວແລະການກວດກາທາງອິນເຕີແນັດ. ລັດ ຖະສະພາໄດ້ຕໍາໜິ ບັນ
ດາບໍລິສັດສື່ສັງຄົມອອນລາຍໃນປີກາຍນີ້ ເພາະມັນປາກົດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ
ພວກບໍລິສັດດັ່ງກ່າວຢູ່ໃນແຖວໜ້າ ໃນໄລຍະທີ່ມີການແຊກແຊງຂອງຣັດເຊຍເຂົ້າໃນ
ການເລືອກຕັ້ງປີ 2016 ແລະນອກເໜືອໄປກວ່ານັ້ນອີກ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...