Tuesday, 18 September 2018

ສານອາຍາໂລກ ເລີ່ມຕົ້ນສອບສວນ ກອງທັບມຽນມາ ໃນຂໍ້ຫາ “ກໍ່ອາດຊະຍາກອນຕໍ່ມະນຸດ”

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນເຮກ ປະເທດເນເທີແລນ ເມື່ອວັນທີ່ 19 ກັນຍາ ວ່າສານອາຍາລະຫວ່າງປະເທດ (ໄອຊີຊີ) ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ນະຄອນເຮກ ອອກຖະແຫຼງການເມື່ອວັນອັງຄານ ເລີ່ມດໍາເນີນການກວດສອບ “ໃນເບື້ອງຕົ້ນ” ຕໍ່ຂໍ້ຫາທີ່ວ່າກອງທັບມຽນມາກໍ່ອາດຊະຍາກໍາ “ຢ່າງຮ້າຍແຮງ” ຕໍ່ຊາວໂຣຮີນຈາໃນລັດຢະໄຂ່ ດ້ວຍວິທີການທີ່ລວມເຖິງການຂ້າ ການໃຊ້ຄວາມຮຸນແຮງທາງເພດ ແລະ ການບັງຄັບໃຫ້ໜີອອກຈາກຖິ່ນຖານ ເຊິ່ງລ້ວນແຕ່ເປັນການລະເມີດສິດທິມະນຸດຊະຍະຊົນຂັ້ນຮ້າຍແຮງ ໂດຍມີການລະບຸອີກວ່າ ແມ່ນວ່າມຽນມາບໍ່ໄດ້ເປັນລັດພາຄີ ແລະບໍ່ໄດ້ລົງນາມໃນນະຄອນໂຣມ ເຊິ່ງເປັນສົນທິສັນຍາລະດັບພາຫຸພາຄີໃນການກໍ່ຕັ້ງໄອຊີຊີເມື່ອປີ 2002 ແຕ່ຂໍ້ມູນທັງໝົດທີ່ໄອຊີຊີໄດ້ຮັບນັ້ນພຽງພໍທີ່ຈະເລີ່ມດໍາເນີນການ
ຄວາມເຄື່ອນໄຫວດັ່ງກ່າວຂອງໄອຊີຊີເກີດຂື້ນພາຍໃນໄລຍະເວລາບໍ່ເຖິງ 2 ອາທິດ ຫຼັງສານຍຸດຕິທໍາແຫ່ງນີ້ປະກາດຈຸດຢືນຂອງຕົນເອງວ່າ ເປັນສະຖາບັນກົດໝາຍລະຫວ່າງປະເທດທີ່ມີຂອບເຂດອໍານາດພິຈາລະນາທີ່ວ່າ ກອງທັບມຽນມາອາດຈະກະທໍາຜິດໃນຂໍ້ຫາ “ອາດຊະຍາກອນຕໍ່ມະນຸດຊະຍະຊາດ” ຈາກສະຖານະການຄວາມບໍ່ສະຫງົບໃນລັດຢະໄຂ່ ເຊິ່ງສົ່ງຜົນໃຫ້ຊາວໂຣຮີນຈາຫຼາຍກວ່າ 700,000 ຄົນ ຫຼັ່ງໄຫລອົບພະຍົບຂ້າມແດນໄປຍັງບັງກາລາເທດ ຕັ້ງແຕ່ເດືອນສິງຫາ ປີຜ່ານມາ ຢ່າງໃດກໍ່ຕາມ ການດໍາເນີນການດັ່ງກ່າວຍັງບໍ່ໄດ້ໝາຍຄວາມວ່າ ຈະມີການຕັ້ງຂໍ້ຫາກັບບຸກຄົນໃດຫຼືບໍ່
ໃນເວລາດຽວກັນ ຄະນະມົນຕີສິດທິມະນຸດຊະຍະຊົນແຫ່ງສະຫະປະຊາຊາດ (ຢູເອັນເອຊອາຣຊີ) ອອກລາຍງານສະບັບເຕັມຄວາມຍາວ 432 ໜ້າເປັນ “ການກວດສອບຄົ້ນຫາຄວາມຈິງ” ກ່ຽວກັບສະຖານະການໃນລັດຢະໄຂ່ ຫຼັງເຜີຍເນື້ອຫາສ່ວນໜຶ່ງເມື່ອທ້າຍເດືອນສິງຫາ ທີ່ຜ່ານມາ ໂດຍສາລະສໍາຄັນຂອງລາຍງານສະບັບສົມບູນຍັງຄົງກ່າວຫາກອງທັບມຽນມາ ແລະ ທະຫານລະດັບສູງ 6 ຄົນ ນໍາໂດຍພົນເອກ ມິນ ອ່ອງ ຫລ່າຍ ຜູ້ບັນຊາການທະຫານສູງສຸດ ມີຄວາມກ່ຽວຂ້ອງໂດຍກົງກັບການລະເມີດສິດທິມະນຸດຊະຍະຊົນຮ້າຍແຮງຕໍ່ພົນລະເມືອງໃນປະເທດ ທີ່ບໍ່ພຽງແຕ່ລັດຢະໄຂ່ ແຕ່ຍັງລວມເຖິງລັດສານ ແລະ ລັດກະສິ່ນ ແລະ ຄວນມີການດໍາເນີນຄະດີຂ້າລ້າງເຜົ່າພັນກັບທະຫານກຸ່ມນີ້
ນອກຈາກນີ້ ໃນລາຍງານຍັງມີຄໍາກ່າວຂອງ ທ່ານ ມາຣຊູກີ ດາຣຸສມັນ ຫົວໜ້າຄະນະເຮັດວຽກຂອງຢູເອັນເອຊອາຣຊີເລື່ອງມຽນມາ ວິຈານຂະບວນການປະຕິຮູບການເມືອງສູ່ການເປັນປະຊາທິປະໄຕຂອງມຽນມາ “ບໍ່ຄືບໜ້າ” ເພາະເປັນຜົນຈາກການທີ່ລັດຖະບານພົນລະເຮືອນຂອງທ່ານນາງ ອອງ ຊານ ຊູຈີ ຄຸກຄາມການເຮັດວຽກຂອງສື່ມວນຊົນ ແລະ ສະຖານະການທີ່ເກີດຂື້ນໃນມຽນມາບົ່ງຊີ້ໄດ້ຢ່າງຊັດເຈນ ວ່າກອງທັບມຽນມາຄື “ສະຖາບັນສູງສຸດ” ຂອງປະເທດ ດ້ານລັດຖະບານ ແລະ ກອງທັບມຽນມາຍັງບໍ່ສະແດງທ່າທີ່ໃດໆ


No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...