Thursday, 20 September 2018

ຍັງຈື່ກັນໄດ້ບໍ! ບິນລີ ນັກເຕະເຊືອສາຍລາວ ທີ່ຫຼາຍຄົນຄິດຮອດຢາກໃຫ້ມາຊ່ວຍທີມຊາດລາວ

ໃນຍຸກທີ່ ທີມຊາດລາວ ສ້າງຜົນງານຕົກຕໍ່າ ເຊື່ອແນ່ວ່າ ຫຼາຍຄົນຄົງຄິດຮອດ ບິນລີ ວິໄລພອນ ເກດແກ້ວພົມພອນ (billy ketkeophomphone) ກອງໜ້າເຊື້ອຊາດລາວ ຄົນທໍາອິດທີ່ກ້າວຂຶ້ນໄປຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ ແລະ ລາວຫວັງຍາກມາຫຼິ້ນໃຫ້ກັບທີມຊາດລາວ, ແຕ່ເນື່ອງຈາກບ້ານເຮົາບໍ່ອວຍອໍານວຍ ຈິ່ງບໍ່ສາມາດເກີດຂຶ້ນໄດ້.
ບິນລີ ເກີດວັນທີ 24 ມີນາ 1990 ທີ່ ເມືອງ Champigny sur Marne ແລະ ໃຫຍ່ໃນຄອບຄົວທີ່ມີອ້າຍເອື້ອຍນ້ອງນໍາກັນ 5 ຄົນ, ບິນລີ ເກດແກ້ວ ເຊື້ອຊາດລາວ ຍັງບໍ່ເຄີຍເຫັນບ້ານເກີດພໍ່ແມ່ຂອງຕົນຈັກເທື່ອ ແລະ ນີ້ເປັນຄວາມໄຝ່ຝັນຂອງຜູ້ກ່ຽວຢາກມາເຫັນບ້ານເກີດພໍ່ແມ່ຂອງຕົນ.





ຫຼັງຈາກ ທີ່ຈົບຈາກໂຮງຮຽນທີ່ເມືອງ Bussy ລາວກໍ່ໄດ້ເຂົ້າຝຶກທີ່ສະຖາບັນບານເຕະແຫ່ງຊາດ Clairefontaine ຫຼື INF ຕອນອາຍຸ 13 ປີ.
ບິນລີ ເກດແກ້ວ ໄດ້ເຂົ້າຮ່ວມທີມ Strasbourg ໃນປີ 2009 ເຊິ່ງເປັນການເລີ່ມຕົ້ນເສັ້ນທາງບານເຕະອາຊີບຂອງຜູ້ກ່ຽວ, ຫຼັງຈາກນັ້ນ ບິນລີ ເກດແກ້ວ ກໍ່ໄດ້ອອກຈາກສະໂມສອນ Strasbourg ແລ້ວໄປຢູ່ນໍາ FC Sion ທີ່ປະເທດ Suisse ໃນປີ 2011 ແຕ່ເປັນປະສົບການ ແລະ ຄວາມສົ່ງຈໍາທີ່ບໍ່ຄ່ອຍດີ ເພາະວ່າລາວບໍ່ມີໂອກາດໄດ້ລົງຫຼີ້ນເລີຍ.
ເດືອນມັງກອນ ປີ 2012 ຜູ້ກ່ຽວໄດ້ເຂົ້າຮ່ວມທີມ FC Tours ຈົນມາແຈ້ງເກີດໃນລະດູການ 2012-2013 ເມື່ອລົງສະໜາມ 101 ນັດສາມາດຍິງໄດ້ເຖິງ 21 ປະຕູ ຈົນມາເຖິງທ້າຍປີ 2015 ຍ້າຍມາຫຼິ້ນໃຫ້ກັບ Angers SCO ແລະ ພາທີມກ້າວຂຶ້ນມາຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ ໃນລະດູການ 2016-2017 ຈົນເຖິງປັດຈຸບັນ.
ຢ່າງໃດກໍ່ຕາມ, ຄວາມເປັນໄປໄດ້ໃນການທີ່ ບິນລີ ຈະມາຫຼິ້ນໃຫ້ກັບ ທີມຊາດລາວ ມີໜ້ອຍເຫຼືອເກີນ ເພາະເວົ້າເລື່ອງການສັ້ນຊາດ ເພາະບິນລີ ມີສັນຊາດຟຣັ່ງ ແລະ ມີຄ່າຕົວທີ່ສູງໃນລີກປະເທດດັ່ງກ່າວ ລວມເຖິງຫຼາຍໆປັດໃຈທີ່ເຮັດລາວບໍ່ສາມາດມາຫຼິ້ນໃຫ້ກັບທີມຊາດລາວໄດ້.
ຢ່າງໃດກໍ່ຕາມ, ການທີ່ ບິນລີ ສ້າງຄວາມຮືຮາໃຫ້ກັບວົງການບານເຕະລາວ ນັ້ນກໍ່ເປັນເລື່ອງທີ່ດີ ເພາະຈະເປັນແບບຢ່າງໃຫ້ກັບນັກເຕະລາວ ແລະ ຄົນລາວ ຫັນມາຫຼິ້ນບານເຕະຫຼາຍຂຶ້ນ ເພື່ອເປັນອະນາຄົດຂອງຊາດ, ອີກເທື່ອໜຶ່ງ ມາຮູ້ຈັກລາວເພີ່ມເຕີມດ້ວຍການເບິ່ງຄລິບລຸ່ມນີ້








No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...