Tuesday, 4 September 2018

ເປີດຮັບສະໝັກແລ້ວໂຄງການປະກວດນາງສາວລາວ 2018 ທົ່ວປະເທດ


ເປີດຮັບສະໝັກແລ້ວໂຄງການປະກວດນາງສາວລາວ 2018 ທົ່ວປະເທດ
ຂປລ. ພິທີຖະແຫລງຂ່າວ ເປີດຮັບສະໝັກນາງສາວລາວ 2018 ທົ່ວປະເທດ ຈັດຂຶ້ນໃນວັນທີ 3 ກັນຍາ 2018 ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຄົມປັນຍາ ເພັງວິໄນຍາ ຜູ້ອຳ ນວຍການ ບໍລິສັດ ຄົມປັນຍາ, ປະທານໂຄງການປະກວດນາງສາວລາວ 2018 ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຄົມປັນຍາ ເພັງວິໄນຍາ ປະທານໂຄງການ ນາງສາວລາວ 2018 ກ່າວວ່າ: ໂຄງການປະກວດນາງສາວລາວ 2018 ເປັນອີກກິດຈະກໍາໜຶ່ງທີ່ີສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ເຊິ່ງປີນີ້ໂຄງການດັ່ງກ່າວໄດ້ພັດທະນາທັງຮູບແບບ ແລະ ເນື້ອໃນຫລາຍຂຶ້ນ. ທັງນີ້, ກໍເພື່ອແນໃສ່ສ້າງຊື່ສຽງ ແລະ ໂຄ ສະນາວັດທະນະທຳອັນດີງາມຂອງລາວ ກິລິຍາມາລະຍາດຂອງຍິງລາວ ໃຫ້ສົມຄູ່ກັບເປັນຜູ້ສືບທອດວັດ ທະນະທຳຂອງລາວ ເຮົາມາແຕ່ບູຮານນະການ ຄື: ງາມທັງກາຍ, ທັງຈິດໃຈ, ມາລະຍາດວາດຊົງ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເອື້ອເຟື້ອເຜື່ອແຜ່, ຄວາມດຸໝັ່ນອົດທົນ, ມີຄວາມຮູ້, ຄວາມສາມາດ ອອກສູ່ສາຍຕາຊາວໂລກ, ເຊິ່ງຜູ້ຊະນະການປະກວດໃນຄັ້ງນີ້ ຈະໄດ້ຮັບມົງກຸດເພັດ ມູນຄ່າ 50 ລ້ານກີບ ແລະ ເປັນນາງສາວທູດວັດທະນະທຳ, ທ່ອງທ່ຽວລາວ, ນາງສາວທູດດ້ານການສຶກສາ ອີກດ້ວຍ. ນອກນີ້ຍັງຈະໄດ້ຮັບທຶນການສຶກສາໄປຮຽນຕໍ່ທີ່ ສປ ຈີນ ແລະ ລາງວັນອື່ນໆ ຢ່າງຫລວງຫລາຍ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...