Wednesday, 19 September 2018

“ແຈັກ ໝ່າ” ລົ້ມແຜນສ້າງວຽກ 1 ລ້ານຕໍາແໜ່ງໃນ ອາເມຣິກາ

ທ່ານ ແຈັກ ໝ່າ ປະທານຜູບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດອາລີບາບາ ຍັກໃຫຍ່ອີຄອມເມີຣຊຂອງຈີນ ກ່າວວ່າ ອາລີບາບາ ຕັດສິນໃຈຍົກເລີກແຜນສ້າງວຽກເຮັດງານທຳ 1 ລ້ານຕໍາແໜ່ງໃນອາເມຣິກາແລ້ວ ທ່າມກາງຄວາມຂັດແຍ່ງທາງການຄ້າລະຫວ່າງຈີນ ແລະ ອາເມຣິກາ
ເຊິ່ງເມື່ອເດືອນມັງກອນ ປີຜ່ານມາທ່ານ ແຈ໊ກ ໝ່າ ໄດ້ໃຫ້ສັນຍາວ່າຈະສ້າງວຽກເຮັດ 1 ລ້ານຕໍາແໜ່ງໃນອາເມຣິກາ ຂະນະເຂົ້າພົບທ່ານ ໂດນັລ ທຣັມ ໃນຊ່ວງກ່ອນທີ່ທ່ານ ທຣັມຈະເຂົ້າພິທີຮັບຕໍາແໜ່ງປະທານາທິບໍດີສະຫະລັດ

“ຄໍາສັນຍານີ້ເຮັດຂື້ນເທິງພື້ນຖານຂອງຄວາມເປັນຫຸ້ນສ່ວນທີ່ມີມິດຕະພາບລະຫວ່າງຈີນ ແລະ ອາເມຣິກາ ແລະ ເທິງຄວາມສໍາພັນທາງການຄ້າທີ່ມີເຫດຜົນ ໃນເມື່ອພື້ນຖານດັ່ງກ່າວບໍ່ປາກົດອີກຕໍ່ໄປໃນວັນນີ້ ເຮົາຈຶ່ງບໍ່ອາດເຮັດຕາມຄໍາສັນຍາໄດ້” ທ່ານ ໝ່າ ກ່າວ ລະຫວ່າງໃຫ້ສໍາພາດສໍານັກຂ່າວຊິນຫົວຂອງທາງການຈີນໃນວັນພຸດທີ່ 19 ກັນຍາ ຕາມເວລາທ້ອງຖິ່ນ
ຢ່າງໃດກໍ່ຕາມ ທ່ານໝ່າ ຢໍ້າວ່າ ອາລີບາບາຈະເດີນໜ້າສະໜັບສະໜູນການພັດທະນາຄວາມສໍາພັນລະຫວ່າງຈີນ ແລະ ອາເມຣິກາຕໍ່ໄປ ແຕ່ຂໍ້ພິພາດທາງການຄ້າລະຫວ່າງຈີນ ແລະ ອາເມຣິກາ ຈະຍັງຄົງຍືດເຍື້ອຕໍ່ໄປອີກ 20 ປີ ແລະ ຈະສ້າງຄວາມເສຍຫາຍຕໍ່ທຸກຝ່າຍທີ່ກ່ຽວຂ້ອງ
ການເຄື່ອນໄຫວ ແລະ ການສະແດງຄວາມເຫັນດັ່ງກ່າວຂອງຜູ້ບໍລິຫານລະດັບສູງຂອງ ອາລີບາບາ ມີຂື້ນທ່າມກາງການເຮັດສົງຄາມທາງການຄ້າລະຫວ່າງຈີນ ແລະ ອາເມຣິກາ ໂດຍປະທານາທິບໍດີໂດນັລ ທຣັມ ຮຽກເກັບພາສີນໍາເຂົ້າສິນຄ້າຈາກຈີນວົງເງີນ 2 ແສນລ້ານໂດລາໃນອັດຕາ 10% ໃຫ້ມີຜົນບັງຄັບໃຊ້ 24 ກັນຍາ ເປັນຕົ້ນໄປ ຈາກນັ້ນເພີ່ມເປັນ 25% ຕັ້ງແຕ່ຊ່ວງຕົ້ນປີໜ້າ
ຂະນະທີ່ລັດຖະບານຈີນ ຕອບໂຕ້ດ້ວຍການປະກາດຮຽກເກັບພາສາສິນຄ້ານໍາເຂົ້າຈາກອາເມຣິກາໃນອັດຕາພາສີ 5-10% ຄິດເປັນວົງເງີນ 6 ໜື່ນລ້ານໂດລາ ມີຜົນບັງຄັບໃຊ້ 24 ກັນຍາເຊັ່ນກັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...