Tuesday, 28 August 2018

ໄມໂຄຣຊອຟ ກວດພົບແຮັກເກີ້ລັດເຊຍ ພະຍາຍາມເຈາະກຸ່ມການເມືອງຂອງສະຫະລັດ

ໄມໂຄຣຊອຟ ບໍລິສັດຊອຟແວຣ໌ຍັກໃຫຍ່ຂອງສະຫະລັດແຈ້ງວ່າ ກວດພົບແຮັກເກີ້ລັດເຊຍ ພະຍາຍາມເຈາະກຸ່ມການເມືອງຂອງສະຫະລັດກ່ອນທີ່ຈະມີການເລືອກຕັ້ງກາງສະໄຫມໃນເດືອນພຶດສະພານີ້.
ໄມໂຄຣຊອຟ ລະບຸວ່າກຸ່ມແຮກເກີ້ທີ່ເຊື່ອມໂຍງກັບລັດຖະບານລັດເຊຍສ້າງໂດມານອິນເຕີເນັດປອມທີ່ຄ້າຍຄືກັບໂດມານຂອງອົງກອນການເມືອງສາຍອະນຸຮັກນິຍົມ ໃນສະຫະລັດສອງແຫ່ງຄືສະຖາບັນຮັດສັນ ແລະ ສະຖາບັນລີພັບບິກກັນສາກົນ ແລະ ມີອີກສາມໂດມານທີ່ເບີ່ງຄືກັບເປັນຂອງວຸດທິສະພາສະຫະລັດ.
ແບຣດ ສະມິດ, ປະທານ ແລະ ເຈົ້າຫນ້າທີ່ຝ່າຍກົດຫມາຍໄມໂຄຣຊອຟ ໃຫ້ສຳພາດເມື່ອວ່າງບໍ່ດົນມານີ້ວ່າ ການແຮັກຄັ້ງນີ້ຄ້າຍກັບທີ່ລັດເຊຍພະຍາຍາມເຮັດເມື່ອຊ່ວງກ່ອນເລືອກຕັ້ງປີ 2015 ແຕ່ເປົ້າຫມາຍແມ່ນເນັ້ນໄປກໍ່ກວນຂະບວນການປະຊາທິປະໄຕ ບໍ່ໄດ້ແອບແຝງຊ່ວຍພັກໃດຫນື່ງ. ຢ່າງໃດກໍດີ ແມ່ນບໍ່ສາມາດພົບເຫັນຮ່ອງຮອຍວ່າແຮັກເກີ້ສາມາດຕົວະໃຫ້ຄົນ ກົດຄຣິກເຂົ້າເວັບໄຊສ໌ປອມໄດ້, ຜູ້ຄຣິກຈະຖືກແຊກແຊງເຄື່ອງຄອມພິວເຕີ້, ຖືກລອບຕິດຕາມ ແລະ ຖືກລັກຂໍ້ມູນ. ແບຣດ ສະມິດ ຍັງບອກຕໍ່ອີກວ່າ ໄມໂຄຣຊອຟ ພ້ອມໃຫ້ການຄຸ້ມຄອງໄຊເບີ ໂດຍບໍ່ຄິດຄ່າຈ່າຍແກ່ຜູ້ສະຫມັກ ຄະນະຫາສຽງ ແລະ ອົງກອນການເມືອງທຸກແຫ່ງທີ່ໃຊ້ຊອຟແວຣ໌ ໄມໂຄຣຊອຟ ອອຟຟິດ.
ແຫລ່ງຂ່າວຕ່າງປະເທດ: TNA

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...