Tuesday, 7 August 2018

ລັດຖະບານແຕ່ງຕັ້ງ ທ່ານ ບຸນທອງ ຈິດມະນີ ເປັນຫົວຫນ້າຄະນະສືບສວນ-ສອບສວນ ເຫດເຂື່ອນແຕກ


ກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ແລະ ປິດລົງໃນຕອນບ່າຍຂອງວັນທີ 7 ສິງຫາ 2018 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມ ໃນຄັ້ງນີ້ ເພື່ອຮັບຟັງການລາຍງານ ຂອງຄະນະສະເພາະກິດແກ້ໄຂໄພພິບັດ ລະດັບຊາດ, ແກ້ໄຂໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ເຊິ່ງເປັນເຫດໃຫ້ມີຜົນກະທົບຢ່າງຮ້າຍແຮງ ຕໍ່ເມືອງສະໜາມໄຊ, ແຂວງອັດຕະປື ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ກ່ຽວກັບສະພາບ ແລະ ທິດທາງການ ແກ້ໄຂໄພພິບັດ ຢູ່ແຂວງອັດຕະປື ແລະ ສະພາບນໍ້າຖ້ວມ ໃນຂອບເຂດທົ່ວປະເທດ, ບັນດາທ່ານສະມາຊິກລັດຖະບານ ໄດ້ອອກຄໍາເຫັນ ແລະ ປຶກສາຫາລືກັນ ຢ່າງມີຄວາມຮັບຜິດຊອບສູງ ຕະຫຼອດສອງວັນທີ່ຜ່ານມາ, ກອງປະຊຸມ ໄດ້ພິຈາລະນາຢ່າງຖີ່ຖ້ວນ ແລະ ຕົກລົງເອົາມາດຕະການຕ່າງໆ ໃນການແກ້ໄຂບັນຫາຕໍ່ໄປ.
ກອງປະຊຸມ ຕົກລົງແຕ່ງຕັ້ງຄະນະສືບສວນ-ສອບສວນ ຄະນະໜຶ່ງຂຶ້ນ ໂດຍມອບໃຫ້ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນຫົວໜ້າຄະນະ. ຄະນະຮັບຜິດຊອບສືບສວນ-ສອບສວນນີ້ ສາມາດຮັບເອົາການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກ ແລະ ຊ່ຽວຊານ ຈາກຕ່າງປະເທດ ທີ່ມີມາດຕະຖານສາກົນ ມາຊ່ວຍພິສູດ, ກວດກາທາງດ້ານເຕັກນິກ, ຊອກໃຫ້ເຫັນສາເຫດ ທີ່ພາໃຫ້ມີການແຕກຫັກຂອງເຂື່ອນ ແລະ ສາມາດເຊີນຕົວແທນຂອງລັດຖະບານ ຂອງປະເທດທີ່ມີບໍລິສັດຜູ້ປະກອບການ ແລະ ຂາຮຸ້ນ ທີ່ຈົດທະບຽນຢູ່ ມາໃຫ້ຄຳປຶກສາ ຫຼື ສັງເກດການ. ທັງນີ້ກໍ່ແນ່ໃສ່ໃຫ້ການສືບສວນ-ສອບສວນ ມີຄຸນນະພາບສູງ, ມີຄວາມໂປ່ງໃສ ແລະ ເປັນທີ່ຍອມຮັບຕໍ່ທັງພາຍໃນ ແລະ ຕ່າງປະເທດ. ພາຍຫຼັງມີຜົນການສືບສວນ-ສອບສວນ ອອກມາແລ້ວ ຈຶ່ງດຳເນີນການໃນບາດກ້າວຕໍ່ໆໄປ. ພ້ອມດຽວກັນນັ້ນ, ກອງປະຊຸມ ກໍ່ໄດ້ຕົກລົງແຕ່ງຕັ້ງ ຄະນະກໍາມະການລະດັບສູງຂອງລັດຖະບານ ເພື່ອກວດກາເຖິງຄວາມຮັບຜິດຊອບ ຂອງເຈົ້າໜ້າທີລັດ ທີ່ກ່ຽວຂ້ອງກັບການອະນຸມັດການກໍ່ສ້າງ ຕະຫຼອດເຖິງການເຕືອນໄພລ່ວງໜ້າຕ່າງໆ ທີ່ພົວພັນກັບເລື່ອງທີ່ເກີດຂຶ້ນນີ້ ພາຍໃຕ້ການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ, ປະທານອົງການກວດກາລັດຖະບານ;
ກອງປະຊຸມ ຕົກລົງໃຫ້ຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ແຕ່ງຕັ້ງຄະນະ ເພື່ອດຳເນີນການປະເມີນຜົນເສຍຫາຍ ແລະ ຜົນກະທົບຂອງໄພພິບັດ ຄັ້ງນີ້ໂດຍໄວ. ຄ່ຽງຄູ່ກັນນີ້, ກໍ່ໃຫ້ຄະນະດັ່ງກ່າວ ສ້າງຕັ້ງໜ່ວຍງານໜຶ່ງຂຶ້ນ ເພື່ອສ້າງແຜນຟື້ນຟູໄພພິບັດ ທັງສະເພາະໜ້າ ແລະ ຍາວນານ ເພື່ອລາຍງານລັດຖະບານ ແລະ ກຳນົດບູລິມະສິດຂອງການລົງທຶນ, ຈັດສັນງົບປະມານ ແລະ ເລີ່ມລົງມືດໍາເນີນການຟື້ນຟູໂດຍໄວ ພາຍຫຼັງນໍ້າຫຼຸດລົງ;
ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບກວດກາຄືນ ທາງດ້ານເຕັກນິກ ແລະ ຄຸນນະພາບ ໃນການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆ ທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວ ໃນທົ່ວປະເທດຂອງພວກເຮົາ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊ່ຽວຊານຈາກສາກົນ ຖ້າກວດເຫັນສິ່ງຜິດປົກກະຕິ ໃນການອອກແບບ ຫຼື ໃນມາດຕະຖານກໍ່ສ້າງ ກໍ່ໃຫ້ມີການລາຍງານໃຫ້ລັດຖະບານ ເປັນແຕ່ລະກໍລະນີ ເພື່ອເອົາມາດຕະການປັບປຸງແກ້ໄຂ. ພ້ອມກັນນີ້ ລັດຖະບານ ຈະໃຫ້ໂຈະຊົ່ວຄາວໃນການພິຈາລະນາ ຮັບເອົາການສະເໜີໂຄງການໃໝ່ໄວ້ກ່ອນ ເພື່ອສຶກສາຄືນໃໝ່ ຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟຟ້າ ໃນ ສປປ ລາວ ຕໍ່ໄປ ເພື່ອເປັນບ່ອນອີງ ໃຫ້ການດຳເນີນການຕໍ່ໄປ;
Cr: ເສດຖະກິດການຄ້າ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...