ບໍລິສັດ ໂຣສ – ຣອຍ ຂອງອັງກິດກໍາລັງພັດທະນາ ແທັກຊີ່ທີ່ບິນໄດ້ ຂະໜາດ 4–5 ບ່ອນນັ່ງ ໂດຍສາມາດບິນໄດ້ດ້ວຍຄວາມໄວສູງສຸດເຖິງ 400 ກິໂລແມັດຕໍ່ຊົ່ວໂມງ ແລະ ບິນໄດ້ເປັນໄລຍະທາງໄກ 800 ກິໂລແມັດ, ໂດຍຍານພາຫະນະຊະນິດນີ້ໄດ້ໃຊ້ໃບພັດໄຟຟ້າ 6 ອັນທີ່ໃຊ້ພະລັງງານຈາກເຄື່ອງກັງຫັນແກສ.
ໂຣສ – ຣອຍ ອ້າງອີງວ່າ ແທັກຊີ່ບິນໄດ້ລໍານີ້ ສາມາດບິນຂຶ້ນລົງໃນແນວດິ່ງໄດ້ ເນື່ອງຈາກວ່າປີກສາມາດໝຸນຂຶ້ນໄດ້ 90 ອົງສາ ແລະ ເມື່ອບິນຮອດລະດັບຄວາມສູງສໍາລັບການເດີນທາງປົກກະຕິໃບພັດດ້ານໜ້າຈະພັບອັດຕະໂນມັດ ແລະ ໃຊ້ໃບພັດດ້ານຫຼັງຂັບເຂື່ອນ.
ແທັກຊີ່ບິນໄດ້ລໍານີ້ມີຊື່ວ່າ ຍານພາຫະນະທີ່ບິນຂຶ້ນ – ລົງຕາມແນວດິ່ງ ຫຼື EVTOL ຄາດວ່າໜ້າຈະເລີ່ມບິນໄດ້ແທ້ໃນປີ 2563
ຍານພາຫະນະຊະນິດນີ້ສາມາດໃຊ້ງານເພື່ອປະໂຫຍດດ້ານການທະຫານໄດ້ອີກດ້ວຍ ນອກເໜືອຈາກການຂົນສົ່ງສິນຄ້າ ຫຼື ການເດີນທາງສ່ວນບຸກຄົນ.


No comments:
Post a Comment