ໃນຂະນະທີ່ເກົາຫຼີໃຕ້ ຂະຫຍາຍການພົວພັນກັບເກົາຫຼີເໜືອນັ້ນ ປາກົດວ່າໄດ້ ມີການ
ບໍ່ລົງລອຍທີ່ກວ້າງອອກ ລະຫວ່າງ ວໍຊິງຕັນ ແລະໂຊລ ກ່ຽວກັບວ່າ ຈະບັນລຸການປົດ
ອາວຸດນິວເຄລຍຂອງເກົາຫຼີເໜືອໄດ້ຢ່າງໃດ.

ເກົາຫຼີໃຕ້ກຳລັງຊຸກຍູ້ໃຫ້ມີການເອົາບາດກ້າວທາງດ້ານເສດຖະກິດຫຼາຍຢ່າງກັບເກົາຫຼີ
ເໜືອ ໂດຍມີເປົ້າໝາຍເພື່ອປັບປຸງຄວາມສຳພັນລະຫວ່າງເກົາຫຼີໃຫ້ດີຂຶ້ນ ອີງຕາມບັນ
ດານັກວິເຄາະ ໃນຂະນະທີ່ວໍຊິງຕັນ ກຳລັງເນັ້ນໜັກເຖິງຄວາມຈຳ ເປັນທີ່ຈະສືບຕໍ່ການ
ກົດດັນຢ່າງສຸດຂີດ ໃນການລົງໂທດຂອງສາກົນຕໍ່ພຽງຢາງ.

ຢູ່ໃນຄຳປາໄສ ອອກອາກາດສົດ ທາງໂທລະພາບ ເນື່ອງໃນໂອກາດຄົບຮອບ 73 ປີ
ຂອງການປົດປ່ອຍເກົາຫຼີ ຈາກການຢຶດຄອງເປັນເວລາ 35 ປີ ຂອງຍີ່ປຸ່ນ ປະທານາທິ
ບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໄດ້ຮຽກຮ້ອງໃຫ້ປະເທດ ໃຫ້ຄວາມສຳຄັນຕໍ່ແຜນການ
ຕ່າງໆ ຂອງລັດຖບານ ເພື່ອປັບປຸງຄວາມສຳພັນກັບເກົາຫຼີເໜືອໂດຍຜ່ານການສ້າງ
ຄວາມປອງດອງຊາດແລະໂຄງການເສດຖະກິດ.

ທ່ານມູນ ກ່າວຢູ່ໃນຄຳປາໄສອາທິດແລ້ວນີ້ວ່າ “ການພັດທະນາໃນຄວາມສຳພັນລະ
ຫວ່າງເກົາຫຼີບໍ່ໄດ້ເປັນຜົນກະທົບຕໍ່ຄວາມກ້າວໜ້າໃນຄວາມສຳພັນລະຫວ່າງ ເກົາຫຼີ
ເໜືອແລະສະຫະລັດ. ແຕ່ແທນທີ່ ມັນໄດ້ພາໃຫ້ມີຄວາມຄືບໜ້າໃນຄວາມສຳພັນລະຫວ່າງເກົາຫຼີ ຊຶ່ງເປັນແຮງຂັບດັນຢູ່ເບື້ອງຫຼັງ ເພື່ອໃຫ້ແຫຼມເກົາຫຼີເປັນເຂດປອດ
ນິວເຄລຍ.

ທ່ານມູນໄດ້ກ່າວຢ້ຳວ່າ ລາຍໄດ້ຈາກໂຄງການຮ່ວມມືທາງເສດຖະກິດລະຫວ່າງເກົາຫຼີ
“ຄາດຄະເນວ່າຈະມີເຖິງ 70 ພັນຕື້ວອນ ເປັນຢ່າງໜ້ອຍໃນໄລຍະ 30 ປີຂ້າງໜ້ານີ້”
ໂດຍອ້າງການຄົ້ນຄວ້າຂອງອົງການຈັດຕັ້ງລັດຖະບານ. ຈຳນວນດັ່ງກ່າວແມ່ນປະມານ
62.4 ຕື້ໂດລາ.

ທ່ານມູນກ່າວວ່າ ໂຄງການຮ່ວມມືທາງເສດຖະກິດລະຫວ່າງເກົາຫຼີຈະຍັງຜົນໃຫ້ໄດ້
ຮັບເງິນຈຳນວນດັ່ງກ່າວ ຮວມທັງການສ້າງທາງລົດໄຟ ທີ່ຈະເຊື່ອມຕໍ່ເກົາຫຼີເໜືອ ແລະ
ເກົາຫຼີໃຕ້ ແລະເລີ້ມເປີດການທ່ອງທ່ຽວ ໄປຍັງພູເກີມກັງຂອງເກົາຫຼີເໜືອ ແລະເປີດເຂດອຸດສາຫະກຳເກຊອງຄືນໃໝ່ ໃນເກົາຫຼີເໜືອ. ທັງໝົດນີ້ຈະສ້າງລາຍໄດ້ເປັນເງິນຕາ
ຕ່າງປະເທດທີ່ຕ້ອງການໃຫ້ແກ່ພຽງຢາງຊຶ່ງໃນປັດຈຸບັນນີ້ ອາດສາມາດນຳເງິນດັ່ງກ່າວ
ໄປໃຊ້ໃນໂຄງການອາວຸດນິວເຄລຍ.

No comments:
Post a Comment