Wednesday, 1 August 2018

ເກົາຫຼີເໜືອ ເກືອບວ່າບໍ່ໄດ້ມີຂໍ້ມູນຫຍັງ ມາໃຫ້ ສຫຣ ເພື່ອລະບຸຕົວເຈົ້າຂອງ ກະດູກທະຫານ

ກົາຫຼີເໜືອ ເກືອບວ່າບໍ່ໄດ້ສະໜອງຂໍ້ມູນໃດໆ ເພື່ອຊ່ວຍເຫຼືອໃນການລະບຸຕົວບຸກຄົນ
ຜູ້ທີ່ຊາກກະດູກຂອງເຂົາເຈົ້າ ໄດ້ຖືກສົ່ງກັບຄືນມາຍັງ ສະຫະລັດ, ອີງຕາມການກ່າວຕໍ່
ວີໂອເອ ໂດຍເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ.
ເຈົ້າໜ້າທີ່ຄົນດັ່ງກ່າວ ຜູ້ທີ່ໄດ້ເວົ້າ ໂດຍບໍ່ປະສົງອອກຊື່ ໄດ້ເວົ້າວ່າ, ພຽງຢາງ ໄດ້ເອົາ
ປອກຄໍໝາທະຫານພຽງອັນດຽວໃຫ້ ພ້ອມກັບກ່ອງຊາກກະດູ 55 ກ່ອງ.
ບໍ່ມີຂໍ້ມູນເພີ່ມເຕີມ ຖືກມອບໃຫ້ ເພື່ອຊ່ວຍບັນດານັກຊ່ຽວຊານດ້ານນິຕິເວດ ສະຫະລັດ
ພິຈາລະນາວ່າ ມີກະດູກຂອງໃຜແດ່ ຢູ່ໃນກ່ອງດັ່ງກ່າວ, ອີງຕາມການກ່າວຂອງເຈົ້າ
ໜ້າທີ່ຜູ້ນັ້ນ.
ເຈົ້າໜ້າທີ່ປ້ອງກັນປະເທດເວົ້າວ່າ “ມັນອາດໃຊ້ເວລາຫຼາຍເດືອນ, ຫຼືແມ່ນກະທັ້ງຫຼາຍ
ປີຈຶ່ງຈະໄດ້ລະບຸຕົວເຂົາເຈົ້າ.
ດຽວນີ້, ຊາກກະດູທັງຫຼາຍແມ່ນຍັງບໍ່ໄດ້ຖືກຢືນຢັນວ່າ ເປັນຂອງບັນ ດາທະຫານ
ອາເມຣິກັນເທື່ອ.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວ
ທີ່ທຳນຽບຫ້າແຈ ເມື່ອວັນສຸກຜ່ານມາວ່າ “ພວກເຮົາບໍ່ຮູ້ວ່າແມ່ນໃຜຢູ່ໃນກ່ອງດັ່ງກ່າວ
ນັ້ນ.” ທ່ານໄດ້ກ່າວເພີ່ມເຕີມວ່າ ຊາກກະດູກຕ່າງໆອາດເປັນຄົນ ອອສເຕຣເລຍ, ຝຣັ່ງ
ຫຼື ຜູ້ໃດກໍຕາມທີ່ໄດ້ຕໍ່ສູ້ຄຽງຂ້າງກອງກຳລັງ ອາເມຣິກັນ ໃນສົງຄາມ ເກົາຫຼີ. ທ່ານໄດ້
ເວົ້າວ່າ ໃນເວລາໃດທີ່ສາມາດລະບຸຕົວບຸກຄົນໃດນຶ່ງໄດ້, ຊາກກະດູກຂອງລາວກໍຈະ
ຖືກສົ່ງຄືນໃຫ້.
ທ່ານ ແມັດຕິສ ກ່າວວ່າ “ນີ້ແມ່ນພາລະກິດຂອງນານາຊາດ ເພື່ອເຮັດໃຫ້ມັນສິ້ນສຸດ
ລົງ.”
ສະມາຊິກອົງການສະຫະປະຊາຊາດລວມທັງໝົດ 17 ປະເທດໄດ້ຕໍ່ສູ້ຕາງໜ້າໃຫ້
ເກົາຫຼີໃຕ້ ໃນລະຫວ່າງສົງຄາມດັ່ງກ່າວ.
ກ່ອງກະດູກ 55 ກ່ອງ, ປົກດ້ວຍທຸງອົງການສະຫະປະຊາຊາດ, ໄດ້ຖືກມອບສົ່ງຢູ່ເມືອງ
ວອນຊານ, ເກົາຫຼີເໜືອ, ໃນອາທິດແລ້ວນີ້ ແລະ ໄດ້ຖືກສົ່ງໄປຖານທັບ ສະຫະລັດ ໃນ
ເກົາຫຼີໃຕ້. ພິທີສົ່ງກັບຄືນປະເທດຈະຖືກຈັດຂຶ້ນຢູ່່ຖານທັບດັ່ງກ່າວ ໃນຕອນເຊົ້າຂອງ
ວັນພຸດມື້ນີ້ ແລະ ຈະຈັດອີກເທື່ອນຶ່ງໃນຕອນແລງຂອງວັນດັ່ງກ່າວ ເມື່ອຊາກກະດູກໄປ
ຮອດລັດ ຮາວາຍ ທີ່ເປັນເກາະຂອງ ສະຫະລັດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...