Tuesday, 21 August 2018
ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງຕິດຕາມສະພາບນໍ້າຢູ່ເຂດເມືອງຫາດຊາຍຟອງ
* ຕອນບ່າຍວັນທີ 21 ສິງຫາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບນໍ້າຂອງນອງ ຢູ່ເຂດເມືອງສີສັດຕະນາກ ແລະ ຫາດຊາຍຟອງ ນະຄອນຫລວງວຽງຈັນ ເພື່ອເປັນຊຸກຍູ້ໃຫ້ກຳລັງໃຈ ແລະ ຊີ້ນໍາແກ່ອຳນາດການປົກຄອງທ້ອງຖິ່ນດັ່ງກ່າວ ໃນການແກ້ໄຂໄພນໍ້າຖ້ວມທີ່ພວມເກີດຂຶ້ນ.
ຢູ່ເຂດເມືອງຫາດຊາຍຟອງ ມີຫລາຍບ້ານທີ່ຢູ່ລຽບຕາມລໍາແມ່ນໍ້າຂອງ ຄູກັນນໍ້າດ້ານນອກ ຖືກນໍ້າຖ້ວມ ເປັນຕົ້ນ ເຂດບ້ານນາທາມ, ຫາດດອກແກ້ວ, ບ້ານຫ້ອມ.
ອີງຕາມການຄາດຄະເນຂອງກົມອຸຕຸນິຍົມ ແລະອຸທົກກະສາດ, ລະດັບນໍ້າຂອງ ເຂດນະຄອນຫລວງວຽງຈັນ ໃນວັນທີ 20-22 ສິງຫາ 2018 ຍັງຈຳເປັນຕ້ອງເຝົ້າລະວັງ, ໂດຍສະເພາະເຂດ ໜອງດາ ເມືອງສີໂຄດຕະບອງ, ເຂດນາທາມ, ບ້ານຫ້ອມ ເມືອງຫາດຊາຍຟອງ ແລະ ອື່ນໆ , ພ້ອມທັງຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະອຸທົກກະສາດ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...




No comments:
Post a Comment