ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າຫນ້າທີ່ຕຳຫຼວດເທີງເກາະສຸລາເວສີ ປະເທດອິນໂດເນເຊຍ ບຸກຊ່ວຍເຫຼືອຍິງສາວອາຍຸ 28 ປີ ອອກຈາກຖ້ຳແຫ່ງຫນື່ງ ຫຼັງຈາກນາງຖືກຫມໍຜີຊື່ງເປັນຫມໍຢາປະຈຳຫມູ່ບ້ານ ກາລຸມປັງ ໃນແຂວງສຸລາເວສີກາງ ຈັບຂັງຢູ່ໃນສະຖານທີ່ແຫ່ງນີ້ມາດົນເຖິງ 15 ປີ ແລະຖືກລ່ວງລະເມີດທາງເພດມາໂດຍຕະຫຼອດ
ຕຳຫຼວດລະບຸວ່າ ຄະດີນີ້ເລີ່ມຂື້ນຕັ້ງແຕ່ປີ 2003 ເດັກຍິງອາຍຸ 13 ປີຄົນຫນື່ງຖືກພາໂຕມາຫາຫມໍຜີປະຈຳຫມູ່ບ້ານຊື່ ຈາໂກ ອາຍຸ 83 ປີ ເພື່ອໃຫ້ຮັກສາອາການປ່ວຍ ແລະຝາກເດັກເອົາໄວ້ກັບເຂົາເພື່ອຮັບການຮັກສາ ແຕ່ຫຼັງຈາກນັ້ນບໍ່ດົນໃນປີດຽວກັນ ເດັກສາວກັບຫາຍໂຕໄປ ໂດຍຫມໍຜີລາຍນີ້ບອກກັບຄອບຄົວຂອງເດັກວ່າ ລາວອອກເດີນທາງໄປນະຄອນຈາກາຕາເພື່ອຫາເຮັດວຽກ ຄອບຄົວຈື່ງອອກຕາມຫາແຕ່ບໍ່ພົບ ແລະເດັກຍິງກໍ່ກາຍເປັນບຸກຄົນສູນຫາຍນັບແຕ່ນັ້ນ
ຢ່າງໃດກໍ່ຕາມ ຕຳຫຼວດໄດ້ຮັບເບາະແສບາງຢ່າງເມື່ອວັນອາທິດທີ່ 5 ສິງຫາ ຈື່ງອອກເດີນທາງໄປຍັງຫມູ່ບ້ານກາລຸມປັງ ແລະພົບເດັກຍິງ ຊື່ງຕອນນີ້ໃຫ່ຍເປັນສາວອາຍຸ 28 ປີໃນຖ້ຳນ້ອຍໆ ໃກ້ບ້ານຂອງຫມໍຜີຈາໂກຕຳຫຼວດຈື່ງເຮັດການຈັບກຸມຊາຍຄົນນີ້
ທ່ານເອັມ ອິກບັລ ອັລຄູດູຊີ ຜູ້ບັນຊາການຕຳຫຼວດເຂດໂທລິໂທລິ ບອກກັບສື່ວ່າ ຫມໍຜີຂົ່ມຂືນເດັກສາວຕັ້ງແຕ່ຕອນທີ່ນາງອາຍຸ 13 ແລະມັກໃຫ້ນາງເບີ່ງຮູບພາບບາງຢ່າງທີ່ເຂົາອ້າງວ່າເປັນ “ຈິນ” ຫຼືວິນຍານທີ່ສິງສູ່ໂຕເຂົາຢູ່ ໂດຍເດັກຈະຖືກພາໄປບ້ານຂອງຫມໍຜີຈາໂກໃນຕອນກາງຄືນ ສ່ວນໃນຕອນກາງເວັນລາວຈະຖືກບັງຄັບໃຫ້ອາໃສໃນຖ້ຳແຄບໆທີ່ຄືກັບຄຸກນັ້ນເອງ
ດ້ານທ່ານສຸເກງ ຊາວບ້ານທ້ອງຖິ່ນບອກກັບຈາກາຕາໂພສວ່າ “ເບີ່ງຄືວ່າເຫຍື່ອຈະຖືກລ້າງສະຫມອງ ເຮັດໃຫ້ລາວຢ້ານທີ່ຈະຫຼົບຫນີຫຼືພົບປະຜູ້ຄົນ ເພາະລາວກຳລັງຖືກ ຈິນຈັບຕາເບີ່ງຢູ່”
ທັງນີ້ ທ້າວຈາໂກຖືກຕັ້ງຂໍ້ກ່າວຫາລ່ວງລະເມີດທາງເພດ ແລະຂໍ້ຫາທີ່ກ່ຽວກັບກົດຫມາຍຄຸ້ມຄອງເຍົາວະຊົນອີກຫຼາຍກະທົງ ຊື່ງຫາກສານຕັດສິນວ່າມີຄວາມຜິດແທ້ ເຂົາອາດຕ້ອງໂທດຈຳຄຸກດົນສຸດ 15 ປີ

No comments:
Post a Comment