Thursday, 23 August 2018
ງວດມະຫາໂຫດ 14.8 ລ້ານເມັດ ຂອງນາຍທຶນລາວ ເຄືອຂ່າຍວຽງແກ່ນ ເຜີຍ ບັງຣອນ ແປງໂສມເປັນໄຊຊະນະ
ທາງການໄທໄດ້ມີການຈັບກຸມ ຢາບ້າງວດມະຫາສານ 14,800,000 ລ້ານເມັດ ແລະຂອງກາງອື່ນໆອີກ 8 ລາຍການ ລວມມູນຄ່າ 1,482,310,000 ບາດ ຈັບກຸ່ມໄດ້ທີ່ຈັງຫວັດ ພຣະນະຄອນສີອາຍຸດທະຍາ ໃນວັນທີ 18 ສິງຫາທີ່ຜ່ານມາ
ຢາບ້າງວດນີ້ ມີຄວາມກ່ຽວພັນກັບກຸ່ມນາຍທຶນຢາເສບຕິດຊາວລາວ ເຊິ່ງລຳລຽງມາທາງລົດບັນທຸກຂະໜາດໃຫຍ່ ໂດຍເຊື່ອງມາກັບສິນຄ້າເຊິ່ງເປັນພຶດຜົນທາງການກະເສດ
ພົນຕຳຫຼວດໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດຂອງໄທ ກ່າວວ່າ ຢາເສບຕິດຈຳນວນດັ່ງກ່າວເປັນຂອງນາຍທຶນ ສປປ ລາວ ເຄືອຂ່າຍມັງວຽງແກ່ນ ຂົນຢາບ້າແຕ່ລະຄັ້ງກວ່າ 10 ລ້ານເມັດ ແຕ່ເຖິງຢ່າງໃດກໍຕາມ ເຊື່ອວ່າ ອຳນາດການຊື້ໃນປະເທດບໍ່ໜ້າຈະຊື້ຢາເສບຕິດ 15 ລ້ານເມັດໄດ້ ຢາເສບຕິດງວດມະຫາສານນີ້ ເຊື່ອວ່າຈະລຳລຽງອອກສູ່ທາງພາກໃຕ້ຂອງປະເທດໄທ ເພື່ອສົ່ງຕໍ່ໄປປະເທດທີສາມ ຖ້າຫາກຫຼຸດລອດໄປ ເອີຣົບ, ອາເມຣິກາ, ອົດສະຕາຣີ, ຍີ່ປຸ່ນ, ໄຕ້ຫວັນ, ສິງກະໂປ, ເກົາຫຼີ ຈະມີມູນຄ່າມະຫາສານ
ຈາກຂໍ້ມູນເຄືອຂ່າຍຢາເສບຕິດລາຍໃຫຍ່ ເຊື່ອວ່າ ບັງຣອນ ຍັງມີຊີວິດຢູ່ ໂດຍຍັງລີ້ຢູ່ໃນປະເທດລາວ ແລະໄດ້ຜ່າຕັດໃບໜ້າໃຫ້ເໝືອນກັບ ທ້າວ ໄຊຊະນະ ແກ້ວພິມພາ
ຂໍ້ມູນ: Khianlao
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...





No comments:
Post a Comment